ພັກຍາມໃດກໍ່ຈົງຮັກພັກດີ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ

20150321133220

ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ (22/3/1955-22/3/2015) ວັນ​ທີ 19 ມີນາ 2015 ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ໄດ້ມີ​ຄວາມ​ເຫັນ​ຕໍ່​ຜົນງານ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ ​ຕະຫຼອດ​ໄລຍະ 60 ປີຜ່ານມາ ເຊິ່ງ​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ວ່າ: ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ ທີ່​ສາມາດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ​ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະໄໝ​ ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດຂອງ​ພວກ​ເຮົາ ​ໄດ້​ຮັບ​ຜົນສຳເລັດ​ທີ່​ສຳຄັນ​ໃນ​ຫຼາຍໆ​ດ້ານ ໂດຍ​ສະເພາະ​ການຈັດຕັ້ງ​ປະຕິບັດ​ ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດ ແຕ່​ລະ​ຄັ້ງ​ມີ​ຜົນສຳເລັດ​ອັນ​ຈົບງາມ ໃນ​ນັ້ນ​ແມ່ນ​ຮັບປະກັນຄວາມ​ມີ​ສະຖຽນ​ລະພາບ​ທາງ​ດ້ານ​ການເມືອງ​ຢ່າງ​ໜັກ​ແໜ້ນ ສັງຄົມ​ມີ​ຄວາມ​ສະຫງົບ​ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ດ້ວຍ​ຈັງຫວະ​ຄວາມ​ໄວ​ສູງ​ຕໍ່​ເນື່ອງ ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ວັດທະນະທຳ-ສັງຄົມ ໄດ້​ຮັບ​ການ​ພັດທະນາ ແລະ ເສີມ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ຂອງ​ປະຊາຊົນ​ບັນດາເຜົ່າ ​ໄດ້​ຮັບ​ການ​ປົວແປງ​ດີ​ຂຶ້ນ​ເປັນ​ລຳດັບ ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ການ​ນຳພາ​ຂອງ​ພັກ ບົດບາດ​ອິດ​ທິ​ພົນ​ຂອງ ​ສປປ ລາວ ຕໍ່​ພາກ​ພື້ນ ແລະ ສາກົນ ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.

ທັງ​ໝົດ​ເຫຼົ່ານັ້ນ ​ໄດ້​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ​ອັນແສນ​ຮັກ ແລະ ຫວງ​ແຫນ​ຂອງ​ພວກ​ເຮົາ​ກ້າວ​ໄປ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ​ທີ່​ກຳນົດ​ໄວ້.

ໃນ​ບັນຍາກາດ​ທີ່​ທົ່ວ​ພັກ​ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ພວມ​ເບີກບານມ່ວນຊື່ນກັບ​ການ​ສະເຫຼີມ​ສະຫຼອງ ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ​ພວກ​ເຮົາ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ພັກ​ເຮົາ​ ເຊິ່ງ​ເປັນ​ພັກ​ທີ່​ກຳເນີດ ແລະ ເຕີບ​ໃຫຍ່​ຂຶ້ນ​ໃນ​ຂະ​ບວນ​ການ​ຕໍ່ສູ້​ກູ້​ຊາດ ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ເປັນ​ພັກ​ທີ່​ໄດ້​ສະໜິດ​ຕິດ​ພັນ​ກັບ​ປະຊາຊົນ ຍາມ​ໃດ​ກໍ່​ຈົງ​ຮັກ​ພັກດີ​ຮັບ​ໃຊ້​ຜົນ​ປະໂຫຍດ​ຂອງ​ປະເທດ​ຊາດ ແລະ ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ບັນດາເຜົ່າ.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່