ພາຍຸຫິມະຖະຫລົ່ມນິວຢອກ ເສຍຊີວິດ 8 ຄົນ ຜູ້ວ່າການປະກາດພາວະສຸກເສີນ!

EyWwB5WU57MYnKOuFIwC23u97U9AKb6WVPULoV57jDeCKb4cViUyPe

 

ສະຫະລັດປະເຊີນພາຍຸລະດູໜາວ ອຸນຫະພູມຫລຸດລົງເຫລືອ 0 ອົງສາ ດ້ານມະຫານະຄອນນິວຢອກ ປະກາດພາ

ວະສຸກເສີນ ຫລັງພົບມີຜູ້ເສຍຊີວິດຈາກການໜາວຕາຍແລ້ວ 8 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພະຈິກນີ້ວ່າ ສະຫະລັດອາເມຣິກາ ກຳລັງປະເຊີນກັບອາກາດໜາວ

ຈັດຜິດປົກກະຕິທົ່ວທັງປະເທດ ໂດຍກົມອຸຕຸນິຍົມວິທະຍາແຫ່ງຊາດຂອງສະຫະລັດ ໄດ້ລາຍງານວ່າ ອຸນຫະພູມໃນ

50 ລັດ ລວມເຖິງລັດຮາວາຍ ໄດ້ຫລຸດລົງເຖິງລະດັບສູນອົງສາ ຫລື ຕ່ຳກ່ວານັ້ນແລ້ວ ໃນວັນອັງຄານທີ 18 ຜ່ານ

ມາ.

 

ສຳລັບລັດນິວຢອກ ແມ່ນໄດ້ເກີດຫິມະຕົກໜັກໃນຝັ່ງຕາເວັນຕົກຂອງລັດ ເຮັດໃຫ້ຜູ້ວ່າການລັດຕ້ອງໄດ້ປະກາດ

ພາວະສຸກເສີນພາຍໃນ 10 ເຂດທາງຝັ່ງຕາເວັນຕົກ ແລະ ມີຄຳເຕືອນໃຫ້ລະວັງຫິມະຕົກໜັກ ສູງເຖິງ 1.8 ແມັດ

ໃນເຂດຝັ່ງຕາເວັນຕົກ ແລະ  ຈາກເຫດພາຍຸຫິມະຖະຫລົ່ມນິວຢອກດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິແລ້ວ 8 ຄົນ

ໃນນັ້ນມີຄົນໜື່ງເສຍຊີວິດຢູ່ໃນລົດ ຫລັງບໍ່ສາມາດອອກຈາກລົດໄດ້ ເນື່ອງຈາກຫິມະຕົກຖົມລົດສູງກ່ວາ 1 ແມັດ

ໂດຍທາງຜຸູ້ວ່າການລັດນິວຢອກ ໄດ້ກ່າວວ່າ ນີ້ເປັນໄພພາຍຸຫິມະຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງລັດ.

 

NjpUs24nCQKx5e1DGn6Lvw1yWNanBs17LkogXqp2yjN