ພາຍຸຫິມະຖະຫລົ່ມໜັກຢູ່ຍີ່ປຸ່ນ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 11 ຄົນ

EyWwB5WU57MYnKOuFNC9CloaWDWvGxbMOxf1sCGf9jA3o3aJzbukb9

 

ພາຍຸຫິມະຖະຫລົ່ມຍີ່ປຸ່ນ ເສຍຊີວິດຢ່າງໜ້ອຍ 11 ຄົນ ບາງພື້ນທີ່ຫິມະຕົກສູງເຖິງ 2 ແມັດ ສົ່ງຜົນກະທົບຕໍ່ການຄົມ

ມະນາຄົມທັງທາງບົກ ແລະ ທາງອາກາດຢ່າງໜັກ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ທັນວາຜ່ານມານີ້ວ່າ ຫິມະຕົກໜັກໃນພາກເໜືອ ແລະ ພາກກາງຂອງ

ປະເທດຍີ່ປຸ່ນ ນັບຕັ້ງແຕ່ວັນພຸດທີ 17 ທັນວາຜ່ານມາ ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນແລ້ວ ໃນ

ຂະນະທີ່ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນລາຍງານວ່າ ສະເພາະໃນຄືນວັນພະຫັດທີ 18 ທັນວາ ຢູ່ໃນເມືອງທະສຶນັນ ມີຫິ

ມະຕົກໜັກສູງເຖິງ 2.7 ແມັດ ໂດຍໃນຂະນະທີ່ພື້ນທີ່ເຖິງ 7 ແຫ່ງທາງພາກຕາເວັນຕົກຂອງເກາະຮອນຊູ ເຊິ່ງເປັນເກາະ

ທີ່ໃຫຍ່ທີ່ສຸດໃນຍີ່ປຸ່ນ ແລະ ຍັງເປັນທີ່ຕັ້ງຂອງເມືອງສຳຄັນຕ່າງໆເຊັ່ນ: ນະຄອນຫລວງໂຕກຽວ, ໂຢໂກຮາມາ, ກຽວໂຕ,

ນາໂງຢາ ແມ່ນໄດ້ມີຫິມະຕົກໜັກສູງເຖິງ 1.5 ແມັດ.

 

ຈາກພາຍຸຫິມະຖະຫລົ່ມທັງພາກເໜືອ ແລະ ພາກກາງຂອງຍີ່ປຸ່ນ ໄດ້ສົງຜົນກະທົບຕໍ່ລະບົບຄົມມະນາຄົມທາງບົກ ແລະ

ທາງ ອາກາດ ໂດຍມີຖ້ຽວບິນໄດ້ຖືກຍົກເລີກໄປແລ້ວ ນັບຕັ້ງແຕ່ວັນພຸດ ແລະ ວັນພະຫັດຜ່ານມາເຖິງ 550 ຖ້ຽວ ແລະ

ລົດຕາມຖະໜົນຫົນທາງໂດຍສ່ວນໃຫຍ່ ກໍຕິດຢູ່ໃຕ້ຫິມະຖ້ວມສູງ.

 

NjpUs24nCQKx5e1DGz9ibUiCz2fYrNSUV6yzG3RHJBX

NjpUs24nCQKx5e1DGz9ibUiCz2fYrNWvn4TrLarZcgw