ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ພັກແຂວງ​ວຽງ​ຈັນໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ

ສະຫາຍ ວິ​ດົງ ​ໄຊ​ຍະ​ສອນ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ວຽງຈັນ ​ໄດ້​ນຳ​ສະ​ເໜີ ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ແຂວງ​ວຽງ​ຈັນ ຕໍ່​ກອງ​ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຊຶ່ງ​ພວມດຳ​ເນີນ​ຢູ່​ໃນ​ປັດຈຸບັນນີ້, ຕະຫລອດ​ໄລຍະ 5 ປີຜ່ານມາ ພາຍ​ໃຕ້​ແສງ​ສະຫວ່າງ ມະຕິ 9 ຂອງ​ພັກ, ກໍ​ຄື​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ເຮົາ, ​ແຂວງ​ວຽງ​ຈັນ ຍາດ​ໄດ້ຜົນສຳ​ເລັດ​ຫລາຍ​ດ້ານ​ຄື: ​ໃນ​ສົກ​ປີ 2014-2015 ຜ່ານມາ​ນີ້, ​ແຂວງສາມາດຮັກສາ​ລະດັບ​ການ​ຂະຫຍາຍຕົວ​ທາງເສດຖະກິດ​ຢ່າງ​ຕໍ່​​ເນື່ອງ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ບັນລຸ​ໄດ້ 5ພັນ​ຕື້​ກວ່າ​ກີບ, ສະ​ເລ່ຍ​ ພົນລະ​ເມືອງ​ຜູ້​ໜຶ່ງ​ມີ​ລາຍ​ຮັບ 1.435 ​ໂດ​ລາ​ສະຫະລັດ​ຕໍ່​ປີ, ​ໃນ​ນັ້ນ​ຂະ​ແໜງ​ການ ກະສິກຳ-ປ່າ​ໄມ້ ກວມ​ເອົາ 41%, ອຸດສາ ຫະກຳ ກວມ​ເອົາ 29,88% ​ແລະການ​ບໍລິການ ກວມ​ເອົາ 29,20%, ການ​ລົງທຶນ​ພາຍ​ໃນ​ມີ​ມູນ​ຄ່າ​ສູງ​ເຖິງ ບັນລຸ​ 1.084 ຕື້​ກີບ, ​ເທົ່າ​ກັບ 96% ຂອງ​ແຜນການ, ຜະລິດ​ເຂົ້າ​​ເປືອກໄດ້​ເກືອບ 3 ​ແສນ​ໂຕນ ສະ​ເລ່ຍ ພົນລະ​ເມືອງ​ຜູ້​ໜຶ່ງ​ໄດ້​ຮັບ 656 ກິ​ໂລ/ປີ, ການ​ຜະລິດ​ສິນຄ້າ​ມີ​ການ​ຂະຫຍາຍຕົວຄື: ສົກ​ປີຜ່ານມາ​ນີ້, ການ​ສົ່ງ​ອອກສິນຄ້າ​ຂອງ​ແຂວງ​ບັນລຸ​ໄດ້ 34,48 ລ້ານ​ໂດ​ລາສະຫະລັດ, ລາຍ​ຮັບ​ງົບປະມານ ປະຕິບັດ​ໄດ້​ລື່ນ​ແຜນການ 25%, ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊຶ່ງ​ມາ​ຮອດ​ປັດຈຸບັນ ທຸກໆ​ບ້ານ​ໃນ​ແຂວງ​ວຽງ​ຈັນ ​ໄດ້​ມີ​ເສັ້ນທາງ​ເຂົ້າ​​ໄປ​ເຖິງ ແລະ ສາມາດທຽວ​ໄດ້​ສອງ​ລະດູ​ກວມ​ເອົາ 95%, ທຸກໆ​ບ້ານ​ໄດ້ຊົມ​ໃຊ້​ໄຟຟ້າ​ກວມ 100% ​ແລະ ປະມານ 96,42% ຂອງ​ຈຳນວນ​ຫລັງຄາ​ເຮືອນ​ໄດ້​ຊົມ​ໃຊ້​ໄຟຟ້າ​ຖາວອນ, ການໂທລະ​ຄົມ-ສື່ສານ, ມີ​ສັນຍານ ກວມ​ເອົາ 85% ຂອງ​ຈໍານວນ​ບ້ານ ​ແລະ ມີ​ຜູ້​ຊົ​ມ​ໃຊ້​ໂທລະສັບ​ທັງ​ໝົດ 80 ​ເລກ​ໝາຍ​ຕໍ່ 100 ຄົນ, ​ໄດ້​ນຳ​ໃຊ້​ນ້ຳ​ປະປາ​ແລ້ວ 8 ​ເມືອງ ກວມ 73% ​ແລະ ອັນ​ພົ້ນ​ເດັ່ນຢູ່​ແຂວງ​ວຽງ​ຈັນ ມີ​ຜູ້​ປະກອບ​ການ​ໄດ້​ຮັບ​​ໃບ​ອະນຸຍາດ​ນຳ​ໃຊ້​​ເຄື່ອງໝາຍ​ສິນຄ້າ ​ໂອດ​ອບ (ODOP) ​ແຫ່ງ​ຊາດ ຈາກ​ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ອັນ​ດັບ​ທີ 3 ຂອງ​ປະ​ເທດ.

ສະຫາຍ​ເລຂາ​ພັກ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ອີກວ່າ: ການ​ພັດທະນາ​​ດ້ານ​ວັດທະນະທຳ-ສັງຄົມຂອງ​​ແຂວງ​ແມ່ນ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຕາມ 3 ຂໍ້​ແຂ່ງຂັນ ແລະ 4 ​ໂຄງການ​ບູລິ​ມະ​ສິດ​ຂອງ​ລັດຖະ ບານ, ​​ຄຸນ​ນະພາ​ບການ​ສຶກສາ​ໄດ້​ຮັບ​ການ​ປຸກລະດົມ, ພ້ອມ​ທັງ​ຂະຫຍາຍ​ໂຮງ​ຮຽນ​ສາມັນ​ໄປ​ສູ່​ຊົນນະບົດ​ໄດ້​ຢ່າງ​ທົ່ວ​ເຖິງ, ຕາໜ່າງສາທາລະນະ​ສຸກ​ໄດ້ຂະຫຍາຍ​​ໄປ​ທ້ອງ​ຖິ່ນ​ຮາກ​ຖານ​ໄດ້​ຢ່າງ​ທົ່ວ​ເຖິງ, ​ເດັກນ້ອຍ​ໃນ​ເກນ​ອາຍຸ​ຕ່ຳ​ກວ່າ 1 ປີ, ​ໄດ້​ຮັບ​ການ​ສັກ​ຢາ-ຢອດ​ຢາ​ກັນ​ພະຍາດ, ທຽບ​ໃສ່​ແຜນການ​ປະຕິບັດ​ໄດ້ 77% ​ແລະ ມາ​ຮອດ​ປັດຈຸບັນ ອັດຕາ​ການ​ຊົມ​ໃຊ້​ວິດຖ່າຍທົ່ວ​ແຂວງ ກວມ​ເອົາ 66,5%, ນຳ​ໃຊ້​ນ້ຳ​ສະອາດ ກວມ​ເອົາ 83%, ສ້າງ​ບ້ານ​ແບບຢ່າງ​ທາງ​ດ້ານ​ສາທາ​ລະນະ​ສຸກ ​ໄດ້ 322 ບ້ານ​ໃນ​ທົ່ວ​ແຂວງ, ວຽກ​ງານ 3 ສ້າງ ​ກໍ​ໄດ້​ເອົາ​ໃຈ​ໃສ່​ນຳພາ​ຈັດ​ຕັ້ງ​ປະຕິບັດ​ຢູ່ 2 ​ເມືອງ ​ແລະ 4 ບ້ານ​ຂອງ​ແຂວງ​, ວຽກ​ງານ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມຂອງ​ແຂວງ​ໄດ້​ຫັນ​ໄປ​ສູ່​ລະບຽບ​ກົດໝາຍ, ທຸກ​ຂັ້ນ​ຕອນ​ຂອງ​ການ​ບໍລິຫານ​ວຽກ​ງານ ​ແລະ ການ​ບໍລິການ​ຮັບ​ໃຊ້​ປະຊາຊົນ ຕາມ​ທິດ 3 ສ້າງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ​ໂດຍ​ໄດ້​ແບ່ງ​ຂັ້ນ​ຄຸ້ມ​ຄອງ ​ແລະ ດັດ​ແປງ​ກົນ​ໄກ​ການ​ພົວພັນ​ປະສານ​ງານ​ລະຫວ່າງ ຂະ​ແໜງ​ການ​ຂັ້ນ​ແຂວງ​ກັບ​ທ້ອງ​ຖິ່ນ​ຢ່າງ​ຈະ​ແຈ້ງ ​ແລະ ​ໄດ້​ເຮັດ​ໃຫ້​ບ້ານ​ທຸກ​ຍາກ​ຫລຸດ​ລົງຈາກ 88 ບ້ານ ​ໃນ​ເມື່ອ​ກ່ອນຍັງເຫລືອ ພຽງ 14 ບ້ານ.

ເລຂາ​ພັກ​ແຂວງ​ວຽງ​ຈັນ ​​​ເປີດ​ເຜີຍ​ວ່າ: ຜ່ານ​ການຈັດ​ຕັ້ງ​​ໃນ​ໄລຍະ​ຜ່ານ​ມາ, ​ຍັງ​ມີ​ຫລາຍ​ດ້ານ​ທີ່​ຈະ​ຕ້ອງ​ສືບ​ຕໍ່ບຸກບືນ​ຈັດ​ຕັ້ງ​ປະຕິບັດ​ບາງ​ວຽກ​ງານ​ໃຫ້​ມີ​ຜົນສຳ​ເລັດດີ​ຂຶ້ນ​ກວ່າ​ເກົ່າ​ຄື: ສືບ​ຕໍ່​ພັດທະນາ​ເສດຖະກິດ-ສັງຄົມ ​ໃຫ້​ຂະຫຍາຍຕົວ​​ຕໍ່​ເນື່ອງ ​ແລະ ໝັ້ນ​ທ່ຽງ, ​ໂດຍ​ສຸມ​ໃສ່​ການ​ຜະລິດ​ສະບຽງ​ອາຫານ ​ແລະ ສິນຄ້າ​ທີ່​ມີ​ທ່າ​ແຮງ, ສຸມ​ໃສ່​ພັດທະນາ 4ອຸດສາຫະກຳ​ທີ່​ເປັນ​ເສົາ​ຄ້ຳ ​ແລະ ພັດທະນາ​ເທສະບານ​ແຂວງ​ໃຫ້​ເກີດ​ມີ​ສີສັນ​ຕົວ​ເມືອງ, ​ພ້ອມ​ດຽວ​ກັນ​ນີ້ ຈະ​ຕ້ອງ​ສູ້​ຊົນ​ໃຫ້​ບັນລຸ​​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສຸມ​ໃສ່ສ້າງ​ແຂວງ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃຫ້​ໄວ​ທີ່​ສຸດ.

ແຫ່ລງຂ່າວ

ລພນ