ພູເຂົາໄຟຊິນດາເກະຂອງຍີ່ປຸ່ນລະເບີດ! ທາງການອົບພະຍົບປະຊາຊົນ ສູ່ບ່ອນປອດໄພ!

558000006314502

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພຶດສະພານີ້ວ່າ ພູເຂົາໄຟຊິນດາເກະ (Shindake) ເຊິ່ງຕັ້ງຢູ່ເກາະຄູຊິໂນເອຣາບູ (Kuchinoerabu) ເຊິ່ງເປັນເກາະທີ່ຢູ່ຫ່າງໄກທາງພາກໃຕ້ຂອງປະເທດ ເຮັດໃຫ້ມີຄວັນຮ້ອນສີດຳພຸ່ງຂຶ້ນສູ່ເທິງຟ້າ ສູງ 9 ກິໂລແມັດ ເຊິ່ງການລະເບີດດັ່ງກ່າວນີ້ ແມ່ນມາພ້ອມກັບເຫດແຜ່ນດິນໄຫວອີກ ດົນເຖິງ 5 ນາທີ.

ປັດຈຸບັນຍັງບໍ່ທັນມີລາຍງານຄວາມເສຍຫາຍເທື່ອ ໂດຍທາງການໄດ້ມີການອົບພະຍົບປະຊາຊົນ ອອກຈາກເກາະຄູຊິໂນເອຣາບູ ຈຳນວນ 137 ຄົນ ໄປຍັງສູນອົບພະຍົບຢ່າງປອດໄພແລ້ວ.