ພົບ 25 ໂຄງການ ຂຸດຄົ້ນແຮ່ທາດ ລະເມີດຄຳສັ່ງ ດ້ານກະຊວງກ່ຽວຂ້ອງຊີ້ແຈງ ທັງໝົດຖືກຕ້ອງຕາມກົດໝາຍ!

81c3a730-8e7b-47c3-ba69-241cce09cb88
(ພາບປະກອບຂ່າວ)

 

ອົງ­ການ​ກວດ​ສອບ​ພົບ​ເຫັນ 25 ໂຄງ­ການ​ຊອກ​ຄົ້ນ-ສຳ​ຫຼວດ​ແຮ່​ທາດ ມູນ​ຄ່າ 6 ພັນ​ຕື້​ກວ່າ​ກີບ ​ອະ­ນຸ­ມັດ​ພາຍ­ຫຼັງ ລັດ­ຖະ­

ບານ​ອອກ​ຄຳ​ສັ່ງ​ເລກ​ທີ 13/ນຍ ທີ່​ເປັນ​ການ​ກະ­ທຳ​ສ້າງ​ຜົນ​ກະ­ທົບ​ຕໍ່​ການ​ຄຸ້ມ​ຄອງ​ສະ­ພາບ​ແວດ​ລ້ອມ​ ຕະ­ຫຼອດ​ຮອດ​ຊັບ​

ສິນ​ຂອງ​ລັດ ຂະ­ນະ​ທີ່​ກະ­ຊວງ​ກ່ຽວ­ຂ້ອງ​ ອອກ​ມາ​ຢືນ­ຢັນ​ໃນ​ຈຳ­ນວນ​ໂຄງ­ການ​ທັງ​ໝົດ​ແມ່ນ ​ໄດ້​ອະ­ນຸ­ມັດ​ຖືກ­ຕ້ອງ​ຕາມ​ລະ

­ບຽບ​ກົດ­ໝາຍ.

 

ວັນ​ທີ 12 ທັນ­ວາ​ຜ່ານ​ມາ​ ທີ່​ກອງ​ປະ­ຊຸມ​ສະ­ພາ ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ ປະ­ທານ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ​ໄດ້​

ລາຍ​ງານ​ຜົນ​ການ​ກວດ​ສອບ​ບົດ​ສະ­ຫຼຸບ​ ຂາດ​ຕົວ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດປະ­ຈຳ​ສົກ​ປີ 2012-2013

ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ເຫັນ​ວ່າ: ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ​ຍັງ​ສືບ­ຕໍ່​ອະ­ນຸ­

ມັດ​ໂຄງ­ການ​ຊອກ​ຄົ້ນ ແລະ ສຳ​ຫຼວດ​ແຮ່​ທາດ ​ຫຼັງ​ຄຳ​ສັ່ງ​ສະ­ບັບ​ເລກ​ທີ 13/ນຍ, ລົງ​ວັນ​ທີ 11 ມິ­ຖຸ­ນາ 2012 ລວມ​ທັງ​ໝົດ

25 ໂຄງ­ການ ​ຄິດ​ເປັນ​ມູນ​ຄ່າ 6.741,77 ຕື້​ກີບ, ຊຶ່ງ​ນັບ​ວ່າ​ຂັດ​ຕໍ່​ລະ­ບຽບ​ການ ແລະ ຄຳ​ສັ່ງ​ເຮັດ​ໃຫ້​ເປັນ​ຜົນ​ກະ­ທົບ​ຕໍ່​ການ​

ຄຸ້ມ​ຄອງ​ສະ­ພາບ​ແວດ​ລ້ອມ ແລະ ຊັບ​ສົມ­ບັດ​ຂອງ​ລັດ.

 

ແນວ­ໃດ​ກໍ​ດີ ຕໍ່​ບັນ­ຫາ​ດັ່ງ­ກ່າວ​ໃນ​ວັນ ທີ 15 ທັນ­ວາ ທ່ານ ດຣ. ກິ​ແກ້ວ ຈັນ­ທະ​ບູ​ລີ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ

­ການ ແລະ ການ​ລົງ­ທຶນ​ ກໍ​ໄດ້​ມາ​ຊີ້​ແຈງ ພ້ອມ​ຢືນ­ຢັນ​ຕໍ່​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ວ່າ: ໃນ​ຈຳ­ນວນ​ໂຄງ­ການ​ທັງ​ໝົດ

​ທີ່​ອົງ­ການ​ກວດ​ສອບ​ລາຍ​ງານ​ນັ້ນ​ ທາງ​ກະ­ຊວງ​ແມ່ນ​ໄດ້​ອະ­ນຸ­ມັດ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ​ທຸກ​ຢ່າງ ໃນ​ນັ້ນ ມີ 13

ໂຄງ­ການ​ແມ່ນ​ໄດ້​ຮັບ​ອະ­ນຸ­ມັດ​ກ່ອນ​ຄຳ​ສັ່ງ​ເລກ​ທີ 13/ນຍ, 5 ໂຄງ­ການ​ເປັນ​ການ​ສືບ­ຕໍ່​ຂຸດ​ຄົ້ນ, 4 ໂຄງ­ການ​ແມ່ນ​ລັດ­ຖະ­

ບານ​ໄດ້​ພິ­ຈາ­ລະ­ນາເປັນ​ກໍ­ລະ­ນີ​ພິ­ເສດ, 2 ໂຄງ­ການ​ແມ່ນ​ບໍ່​ນອນ​ໃນ​ຄຳ​ສັ່ງ​ເລກ​ທີ 13 ເນື່ອງ​ຈາກ​ເປັນ​ໂຄງ­ການ​ສຳ​ຫຼວດ

​ຖ່ານ​ຫີນ ແລະ ກໍ່­ສ້າງ​ໂຮງ­ງານ​ປຸງ​ແຕ່ງ​ແຮ່​ທອງ ແລະ ອີກ​ໂຄງ­ການ​ແມ່ນ​ໄດ້​ປະ­ຕິ­ບັດ​ກ່ອນ​ແລ້ວ​ຈິ່ງ​ມາ​ເຊັນ​ຕາມ​ຫຼັງ​ຄຳ

​ສັ່ງ.

 

ໂດຍ 25 ບໍ­ລິ­ສັດ​ທີ່​ມີ​ບັນ­ຫາ​ນີ້​ປະ­ກອບ​ມີ​ບໍ­ລິ­ສັດ​ທຽນ​ຈີນ​ຫົວ​ຄານ (ລາວ) ຈຳ­ກັດ, ລົງ­ທຶນ​ກວາງ​ຈຸງ​ລາວ, ໜອງຊືນ​ມາຍ​

ນິ່ງ, ເອັດ​ເຈ​ເຄ​ລາວ, ອຸດ­ສາ­ຫະ­ກຳ​ແຮ່​ທາດ​ຄົບ​ວົງ​ຈອນ, ບໍ­ລິ­ສັດ​ເຊິ່ງ ຊ່າງ​ບໍ່​ແຮ່​ອຸ­ດົມ​ໄຊ, ຢວນ​ຊີນ​ພັດ­ທະ­ນາ​ແຮ່​ທາດ,

ໄຊ​ຍະ​ສຸກ​ບໍ່​ແຮ່, ເຕີ​ຊານ​ລາວ ມານ​ນິ້ງ, ລາວ​ລີ້​ຕູ້​ມາຍ​ນິ້ງ, ແສງ​ຈັນບໍ່​ແຮ່, ຢຸນ​ນານ​ຈົງ​ເຊີນ​ມາຍ​ນິ້ງ​ລາວ, ຢູ​ໄນ​ເຕັດ​ມາຍ

​ນີ້ງ​ແອນ​ເມ​ເນ​ຣອນລາວ, ພັດ­ທະ­ນາ​ແຮ່​ຖ່ານ​ຫີນ, ວິ­ລາ​ຊານ​ແຮ່​ທາດ, ສະ​ໂຕນ​ຮິ້ວ ມາຍ​ນິ້ງ, ຊີ​ໂນ​ນາ ພັດ­ທະ­ນາ​ບໍ່​ແຮ່,

ບໍ­ລິ­ສັດ​ຫຸ້ນ​ສ່ວນ​ລາວ-ຫວຽດ​ບໍ່​ແຮ່, ສັນ­ຕິ­ພາບ​ຂຽວ​ບໍ່​ແຮ່, ທີ​ເອ​ສ​ບີ​ພີ​ເຊ​ກອງ​ພະ­ລັງ­ງານ​ໄຟ­ຟ້າ ແລະ ແຮ່​ທາດ, ບໍ­ລິ­ສັດ​

ແຮ່​ທາດ COECCO, ວີງ​ຟາດ​ບໍ່​ແຮ່, ກາ​ວີ​ໂກ​ລາວ, ບໍ­ລິ­ສັດ K.K.Lao Mining ແລະ ບໍ­ລິ­ສັດ​ແຮ່ ທາດ ແລະ ຫຼອມ​ໂລ­ຫະ​

ວຽງ​ຈັນ ຈຳ­ກັດ.

 

ສຳ­ລັບ​ຄຳ​ສັ່ງ​ເລກ​ທີ 13/ນຍ ວ່າ ດ້ວຍ​ການ​ໂຈະ​ການ​ພິ­ຈາ­ລະ­ນາ ແລະ ອະ­ນຸ­ມັດ​ໂຄງ­ການ​ລົງ­ທຶນ​ໃໝ່ ສຳ­ລັບ​ການ​ຊອກ​ຄົ້ນ

ແລະ ສຳ​ຫຼວດ​ແຮ່​ທາດ, ການ​ປູກ​ຢາງ­ພາ­ລາ ແລະ ໄມ້​ວິກ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ​ແມ່ນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ວັນ​

ທີ 11 ມິ­ຖຸ­ນາ 2012 ແລະ ຈະ​ມີ​ຜົນ​ບັງ­ຄັບ​ໃຊ້​ໄປ​ຈົນ​ກວ່າ​ຈະ​ມີ​ຄຳ​ສັ່ງ​ປ່ຽນ­ແປງ​ໃໝ່ ຫຼື ວັນ​ທີ 31 ທັນ­ວາ 2015 ທັງ​ນີ້ ກໍ​ເພື່ອ​

ຮັບ­ປະ­ກັນ​ການ​ພັດ­ທະ­ນາ​ທີ່​ຍືນ​ຍົງ, ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ, ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ

​ສອດ­ຄ່ອງ​ກັບ​ທິດ​ທາງ​ຂອງ​ພັກ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ​ເປັນ​ແຕ່​ລະ​ໄລ­ຍະ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ