ພຽງແຕ່ປ່ອຍວາງ​ ຊີວິດ​ກໍ​ເປັນ​ສຸກ

 2_4

  1. ເບິ່ງ​ຂ້າມ​ເລື່ອງ ເ​ລັກໆ ນ້ອຍໆແນ່ ເຖິງແມ່ນ​ສິ່ງ​ນັ້ນ​ບໍ່​ຖືກ​ຕ້ອງ​ກໍ​ຕາ

ເມື່ອເຈົ້າ​ຮູ້ສຶກ​ວ່າ​ມີ​ບາງ​ສິ່ງ​ທີ່​ເລັກນ້ອຍ​ກຳ​ລັງ​ຢູ່ໃນ​ທາງ​ທີ່​ບໍ່​ຖືກ​ບໍ່​ຄວນ ກໍ​ອາດຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຄຽດ​ໄດ້ ເພາະ​ເຮົາ​ເອົາ​ແຕ່​ໃສ່​ໃຈ​ກັບ​ຄວາມ​ຜິດ​ພາດ​ເຫລົ່າ​ນັ້ນ​ຈົນ​ລືມ​ແນມເບິ່ງ​ເຖິງ​ຫລາຍໆຢ່າງ​ທີ່​ກຳ​ລັງ​ໄປ​ໄດ້​ສະດວກ ຊຶ່ງ​ສິ່ງ​ເຫລົ່າ​ນັ້ນ​ມີ​ຄ່າ​ຫລາຍກວ່າ​ທີ່​ເຈົ້າ​ຈະ​ເອົາ​ເວລາ​ມາ​ຄຽດ​ກັບ​ສິ່ງ​ຜິດ​ພາດ​ທີ່​ອາດສົ່ງ​ຜົນ​ເຮັດໃຫ້​ເຈົ້າ​ທໍ້​ຖອຍ ດັ່ງ​ນັ້ນລອງ​ແນມຂ້າມ​ສິ່ງ​ຜິດ​ພາດ​ເຫລົ່າ​ນັ້ນ​ໄປ ​ແລະ​ ຂອບໃຈ​ສິ່ງດີໆ ທີ່​ຍັງ​ເຫລືອ​ຢູ່​ດີກວ່າ

  1. ເຊົາ​ຈຸຈີ້ຈຸກຈິກ ບາງເທື່ອ​ເພື່ອ​ໃຫ້​ສິ່ງ​ທີ່​ເຈົ້າ​ເຮັດ​ປະ​ສົບ​ຄວາມ​ສຳ​ເລັດ ກໍ​ອາດຈະ​ເຮັດໃຫ້​ເຈົ້າ​ກາຍ​ເປັນ​ຄົນ​ຈຸຈີ້ຈຸກຈິກອອກ​ຄຳ​ສັ່ງ ແລະ​ ກາຍ​ເປັນ​ຈອມ​ບົງ​ການ​ໄປ​ໂດຍ​ບໍ່​ຮູ້​ຕັວ ແຕ່​ຮູ້​ບໍ​ວ່າ​ບາງ​ສິ່ງ​ທີ່​ເຮົາ​ພະຍາຍາມ​ບົງ​ການ​ໃຫ້ເປັນ​ໄປ​ໃນ​ທາງ​ທີ່​ເຮົາ​ຕ້ອງ​ການ​ເທົ່າໃດ ກໍ​ຈະ​ແຮງ​ເຮັດໃຫ້​ສິ່ງ​ທີ່​ເຮັດ​ລົ້ມ​ເຫລວ ແລະ ​ເມື່ອ​ເຈົ້າ​ບໍ່​ໄດ້ຮັບ​ຄວາມ​ຮ່ວມ​ມື​ເທົ່າ​ທີ່​ຄວນ​ກໍ​ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຄຽດ ແລະ​ ຮູ້ສຶກ​ຄືບໍ່​ມີ​ທາງ​ອອກ ດັ່ງ​ນັ້ນ​ເຈົ້າ​ຄວນ​ຈະ​ປ່ອຍ​ໃຫ້ເປັນ​ໄປ​ໃນ​ທາງ​ທີ່​ຄວນ​ຈະ​ເ​ປັນ ແລະ ຍອມ​ຮັບ​ໄດ້​ຢ່າງ​ບໍ່​ມີ​ເງື່ອນ​ໄຂ ເຖິງແມ່ນ​ວ່າອາດຈະ​ເບິ່ງຄືວ່າ​ເຈົ້າ​ທໍ້​ ແລະ ​ຍອມ​ແພ້ແຕ່​ອັນທີ່ຈິງແລ້ວ ​ການ​ປ່ອຍ​ໃຫ້​ທຸກ​ຢ່າງ​ເປັນ​ໄປ​ຕາມ​ທາງ​ທີ່​ເປັນ​ນັ້ນເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດ ແຖມ​ຍັງ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ອີກ​ດ້ວຍ
  1. ເຊົາກັງ​ວົນ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ຄິ   ບໍ່​ມີ​ໃຜ​ໃນ​ໂລກ​ນີ້​ທີ່​ຈະ​ເຮັດ​ທຸກ​ສິ່ງ​ພໍ​ໃຈ​ທຸກ​ຄົນ​ໄປ​ໝົດ ດັ່ງ​ນັ້ນ​ຢ່າ​ໄປ​ໃສ່​ໃຈ​ສິ່ງ​ທີ່​ຄົນ​ອື່ນ​ຄິດ​ດີກວ່າ​ເພາະ​ຍິ່ງ​ເຮົາ​ຄິດ​ ແລະ​ ສົນໃຈໃນ​ສິ່ງ​ທີ່​ຄົນ​ອື່ນ​ຄິດ​ຫລາຍ​ຂຶ້ນ​ເທົ່າໃດ​ກໍ​ຍິ່ງ​ເຮັດໃຫ້​ເຈົ້າຄຽດ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ​ ແລະ ​ເຮັດໃຫ້​ເຈົ້າ​ບໍ່​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ​ໄດ້​ຢ່າງ ເຕັມ​ທີ່ແຖມ​ບາງເທື່ອ​ການ​ທີ່​ເຈົ້າ​ເກັບ​ຄຳ​ເວົ້າ ຫລື ​ສິ່ງ​ທີ່​ຄົນ​ອື່ນ​ຄິດ​ມາ​ເປັນ​ອາລົມ ຫລື​ ມາ​ເຮັດໃຫ້​ຄິດ​ຫລາຍ ກໍ​ອາດຈະ​ເຮັດໃຫ້​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ລົ້ມເຫລວ​ໄດ້ງ່າຍໆ ເພາະ​ສະ​ນັ້ນ​ຈົ່ງ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຈົ້າ​ເປັນ ຫລາຍກວ່າ​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຄິດ​ຂອງ​ຄົນ​ອື່ນ​ດີກວ່າ​
  1. ຢ່າ​ເສຍ​ເວລາ​ກັບ​ຄົນ​ຜິດ​ຄົນ ບາງຄົນ​ອາດຈະ​ຕ້ອງ​ເສຍ​ເວລາ​ໄປ​ຫລາຍ​ປີ​ໃຫ້​ກັບ​ຄົົນທີ່​ບໍ່​ເຄີຍ​ໃຫ້​ຄວາມ​ສຳຄັນ​ ຫລື​ ໃຫ້​ຄວາມ​ເຄົາລົບເຈົ້າ​ເລີຍ ຊຶ່ງ​ນັ້ນ​ເຮັດໃຫ້​ເຈົ້າ​ຕ້ອງ​ເສຍ​ໂອ​ກາດ​ສຳຄັນ​ຫລາຍ​ຢ່າງ​ທີ່​ຄວນ​ຈະ​ເປັນ​ຂອງ​ເຈົ້າ​ໄປ​ຢ່າງ​ໜ້າເສຍ​ດາຍ ເພາະ​ສະ​ນັ້ນຫາກ​ເຈົ້າ​ຮູ້ສຶກ​ວ່າ​ຄົົນທີ່​ເຈົ້າ​ກຳ​ລັງ​ທຸ້ມເທ ​ແລະ​ ໃສ່​ໃຈ​ຢູ່​ນັ້ນກຳ​ລັງ​ເຮັດໃຫ້​ເຈົ້າ​ເສຍ​ໂອ​ກາດ ​ແລະ​ ເວລາ​ໄປ​ຢ່າງ​ບໍ່ມີ​ປະໂຫຍດເຈົ້າ​ກໍ​ຄວນ​ທີ່​ຈະ​ຍ່າງ​ອອກ​ມາ ແລະ​ ເຊົາຄິດ​ເຖິງ​ຄົນ​ເຫລົ່າ​ນັ້ນ​ ເອົາ​ເວລາ​ທີ່​ເຈົ້າ​ເຄີຍ​ໃຊ້​ກັບ​ຄົນ​ຜິດ​ຄົນ​ໄປ​ເຮັດຫຍັງ​ທີ່​ສ້າງສັນ​ ແລະ ​ເຮັດໃຫ້​ຕົວ​ເອງ​ດີ​ຂຶ້ນ​ຈະດີກວ່າ​
  1. ລືມ​ໄປ​ຊະກັບ​ອະ​ດີດ​ທີ່​ຊົ່ວ​ຮ້າ   ບາດແຜ​ ແລະ​ ຄວາມ​ຊົງ​ຈຳ​ທີ່​ເຈັບ​ປວດ ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ຈະ​ເຮັດໃຫ້​ຊີວິດ​ຂອງ​ເຈົ້າ​ບໍ່​ກ້າວ​ໜ້າ​ໄປ​ໃສ ແຕ່​ຍັງ​ເຮັດໃຫ້​ເຈົ້າ​ຕ້ອງ​ຈົມ​ປັກ​ຢູ່​ກັບ​ຄວາມ​ໂສກ​ເສົ້າ ແລະ​ ຄວາມ​ຄຽດ​ອີກ​ດ້ວຍ ຊຶ່ງ​ບໍ່ແມ່ນ​ຄວາມ​ຄິດ​ທີ່​ດີ​ເລີຍ​ທີ່​ຈະ​ເກັບ​ເອົາ​ໄວ້ ເຈົ້າ​ຄວນ​ຈະ​ປ່ອຍວາງ​ລົງ​ເສຍ ຖິ້ມ​ເອົາ​ໄວ້​ຂ້າງ​ຫລັງ​ແລ້ວ​ຍ່າງ​ຕໍ່ໄປ ຫາກ​ສິ່ງ​ເຫລົ່າ​ນັ້ນ​ຄື​ຄວາມ​ຜິດ​ພາດ​ທີ່​ເຈົ້າ​ບໍ່​ອາດ​ໃຫ້​ອະ​ໄພ​ໃຫ້ຕົວ​ເອງ​ໄດ້ ກໍ​ຄວນ​ຈະ​ປ່ຽນ​ຄວາມ​ຄິດ​ໃໝ່ ແລະ​ ໃຫ້​ອະ​ໄພ​ຕົວ​ເອງ​ຊະ ເພື່ອ​ທີ່​ເຮົາ​ຈະ​ໄດ້​ມີ​ແຮງ​ລຸກ​ຂຶ້ນ​ຍ່າງ​ຕໍ່ໄປ​ອີກ​ເທື່ອ​ໜຶ່ງ​
  1. ເປີດ​ໃຈ​ແລ້ວ​ເບິ່ງ​ໃຫ້​ກວ້າງ​ຂຶ້ ປະຈຸບັນນີ້​ອາດຈະ​ມີ​ຫລາຍ​ຄົົນທີ່​ຕັດ​ສິນ​ຜູ້​ອື່ນ​ພຽງ​ເພາະ​ສິ່ງ​ທີ່​ເຫັນ ບໍ່ແມ່ນ​ໃນ​ສິ່ງ​ທີ່​ເປັນ ຊຶ່ງ​ບໍ່ແມ່ນ​ເລື່ອງ​ດີ​ເລີຍ ແລະ ​ຍັງ​ເຮັດໃຫ້​ຫລາຍໆຄົນ​ພາດ​ໃນ​ສິ່ງ​ທີ່​ແສນ​ງາມ​ໄປ​ໂດຍ​ບໍ່​ຮູ້​ຕົວເພາະ​ສະ​ນັ້ນ​ລອງ​ເປີດ​ໃຈ​ແລ້ວ​ເບິ່ງໃຫ້​ກວ້າງ​ຂຶ້ນ ເຊົາຕັດ​ສິນ​ຄົນ​ອື່ນ​ຈາກ​ພາຍນອກ​ແລ້ວ​ເບິ່ງ​ລົງ​ໄປ​ໃນ​ຈິດ​ໃຈ​ຂອງ​ ​ພວກເຂົາ​ຈະ​ດີກວ່າ ບາງ​ທີ​ເຈົ້າ​ອາດຈະ​ພົບ​ວ່າ​ຜູ້​ຄົນ ​ແລະ​ ເຫດການ​ທີ່​ເບິ່ງ​ຮ້າຍແຮງ​ອາດຈະ​ດີກວ່າ​ທີ່​ຄິດ​ກໍ​ໄດ້
  1. ຢ່າ​ປ່ອຍ​ໃຫ້​ຄວາມ​ຂັດ​ແຍ້ງ​ບານ​ປາ ບາງເທື່ອ​ຄວາມ​ເຂົ້າໃຈ​ຜິດ​ກັນ​ພຽງ​ເລັກນ້ອຍ​ກໍ​ອາດຈະ​ບານ​ປາຍ​ໃຫຍ່ຫຼວງ​ໄດ້​ຖ້າ​ຫາກ​ປ່ອຍຖິ້ມ​ເອົາ​ໄວ້ທາງ​ທີ່​ດີ​ທີ່ສຸດ​ຄື​ຫາກ​ເຈົ້າ ​ແລະ ​ຄົົນທີ່​ເຈົ້າ​ຮັກ​ເກີດ​ການ​ເຂົ້າໃຈ​ຜິດ​ກັນ​ພຽງ​ເລັກນ້ອຍ ກໍ​ຢ່າ​ໃຫ້​ສິ່ງ​ເຫລົ່າ​ນັ້ນ​ເຮັດໃຫ້​ເຈົ້າ​ເບິ່ງ​ຂ້າມ​ສິ່ງ​ດີໆ ທີ່​ເຄີຍ​ເຮັດ​ມາ​ຮ່ວມ​ກັນ ເພາະ​ສິ່ງ​ດີໆເຫລົ່າ​ນັ້ນ​ມີ​ຄ່າ​ເກີນ​ກວ່າ​ທີ່​ຈະ​ສູນ​ເສຍ​ໄປ​ພຽງ​ເພາະ​ຄວາມ​ເຂົ້າໃຈ​ຜິດ​ເລັກນ້ອຍຢ່າ​ໃຫ້​ຄວາມ​ຄິດ​ຜິດໆທີ່​ເຮັດໃຫ້​ເຈົ້າ​ ແລະ ​ອີກ​ຝ່າຍ​ເຂົ້າໃຈ​ຜິດ​ກັນ​ກາຍ​ເປັນ​ສະ​ນວນ​ຂອງ​ຈຸດ​ຈົບ​ຄວາມ​ສຳພັນ​ ຄືຊິບໍ່​ຍາກ​ເກີນ​ໄປ ​ຖ້າ​ຈະ​ກ່າວ​ຄຳ​ວ່າ​ຂໍ​ໂທດ ແມ່ນບໍ່?
  1. ເຄົາລົບ​ຕົນເອງ​ໃຫ້​ຫລາຍ​ຂຶ້ ໃນໄລຍະ​ເວລາ​ທີ່​ບໍ່​ມີ​ໃຜ​ເຊື່ອ​ໝັ້ນ​ໃນ​ຕົວ​ເຈົ້າ ສິ່ງ​ທີ່​ບໍ່​ຄວນ​ຂາດ​ຫາຍ​ໄປ​ກໍ​ຄື​ການ​ເຊື່ອ​ໝັ້ນ​ໃນ​ຕົວ​ເອງ​ ແລະ ​ການ​ເຄົາລົບ​ຕົນເອງເພາະ​ຖ້າ​ຫາກ​ເຮົາ​ບໍ່​ເຊື່ອ​ໝັ້ນ​ ແລະ ​ເຄົາລົບ​ຕົວ​ເອງກໍ​ຄົງ​ຈະ​ບໍ່​ມີ​ໃຜ​ເຊື່ອ​ໝັ່ນໃຈ​ຕົວ​ເຈົ້າ​ຢ່າງ​ແນ່ນອນຄົນ​ທັງ​ໂລກ​ອາດຈະ​ຫັນ​ຫລັງ​ໃຫ້​ເຈົ້າ​ໄດ້ ແຕ່​ເຈົ້າ​ບໍ່​ຄວນ​ຫັນ​ຫລັງ​ໃຫ້​ກັບ​ຕົນເອງ ດັ່ງ​ນັ້ນ​ຈົ່ງ​ເຊື່ອ​ມັ່ນ​ໃນ​ຕົວ​ເອງ​ໃຫ້​ຫລາຍ​ທີ່ສຸດ ໃຫ້​ຄວາມ​ເຄົາລົບ​ຕົນເອງ​ໃຫ້​ຫລາຍກວ່າ​ເດີມ ແລ້ວ​ຮັບຮອງ​ວ່າ​ທຸກ​ຢ່າງ​ກໍ​ຈະ​ດີ​ຂຶ້ນ​ຢ່າງ​ແນ່ນອນ​
  1. ບໍ່​ມີ​ຄຳ​ວ່າ​ຜິດ​ທີ່​ຜິດ​ເວລາ ຄວາມ​ຄິດ​ທີ່​ວ່າ​ສິ່ງ​ທີ່​ເຈົ້າ​ພົບ​ເຫັນເກີດ​ຂຶ້ນ​ຜິດ​ທີ່ຜິດ​ເວລາ​ ເປັນ​ຄວາມ​ຄິດ​ທີ່​ເຈົ້າ​ຄວນ​ຈະ​ໂຍນ​ຖິ້ມ​ໄປ​ເປັນ​ຢ່າງ​ຍິ່ງ ເພາະ​ທຸກ​ສິ່ງ​ທີ່ເກິດຂື້ນ​ໃນ​ເວລາ ​ແລະ ​ສະຖານ​ທີ່​ເຫລົ່າ​ນັ້ນ ຕ່າງ​ກໍ​ມີ​ເຫດຜົນ​ວ່າ​ເປັນຫຍັງ​ເຖິງ​ໄດ້​ເກີດ​ຂຶ້ນ ແລະ ​ບໍ່ແມ່ນ​ຄວາມ​ຜິດ​ພາດ​ຢ່າງ​ແນ່ນອນ ດັ່ງ​ນັ້ນ​ຫາກ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ເຈົ້າ​ບໍ່​ຄາດ​ຄິດ ຢ່າ​ຝ້າວ​ຄິດວ່າ​ສິ່ງ​ເຫລົ່າ​ນັ້ນ​ບໍ່​ຄວນ​ເກີດ​ຂຶ້ນ ແຕ່​ຄວນ​ຈະ​ຂອບໃຈ​​ທີ່​ສິ່ງ​ເຫລົ່າ​ນັ້ນ​ໄດ້​ເກີດ​ຂຶ້ນ ເພາະ​ບັນຫາ​ຈະ​ເຮັດໃຫ້​ເຈົ້າ​ເຕີບໂຕ​ຂຶ້ນ​ໄປ​ອີກ​ຂັ້ນ​

ເຫັນບໍ່​​ວ່າ​ກາ​ນປ່ອຍວາງ​ບໍ່​ຍາກ​ເກີນ​ຄວາມ​ສາມາດ​ຂອງ​ເຮົາ​ເລີຍ​ຈັກໜ້ອຍ ພຽງ​ແຕ່​ເຮົາ​ຕ້ອງ​ເລີ່ມ​ເຮັດ​ດ້ວຍ​ຕົນເອງ ເຖິງວ່າ​ການ​ປ່ຽນ​ແລວເບິ່ງ​ຄວາມ​ຄິດ​ຈະ​ຍາກ​ທີ່​ຈະ​ເຮັດ ແຕ່​ຖ້າ​ຫາກ​ເຮັດ​ໄດ້​ແລ້ວ​ຮັບຮອງ​ວ່າ​ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ສຸກ ແລະ ​ບໍ່​ຕ້ອງ​ມາ​ນັ່ງ​ກັງ​ວົນ​ກັບ​ສິ່ງ​ວຸ້ນວາຍ​ທີ່​ວົນ​ວຽນ​ຢູ່​ຮອບ​ຕົວ​ເຈົ້າ​ຢ່າງ​ແນ່ນອນ​