ຟິລິບປິນ ສັ່ງອົບພະຍົບປະຊາຊົນນັບໝື່ນຄົນ ກັນເຫດພູໄຟລະເບີດ

 

ທາງການຟິລິບປິນ ສັ່ງອົບພະຍົບປະຊາຊົນນັບໝື່ນຄົນ ໜີພົ້ນເຂດພູເຂົາໄຟ ຫລັງເພີ່ມການເຕືອນໄພຂຶ້ນລະດັບ 3

 

ເຈົ້າໜ້າທີ່ຟິລິບປິນ ສັ່ງອົບພະຍົບປະຊາຊົນກ່ວາ 12,000 ຄົນ ບໍລິເວນພື້ນທີ່ລັດສະໝີ 6-8 ກິໂລແມັດ ອ້ອມຮອບພູ

ເຂົາໄຟມາຢອນ ທີ່ເລີ່ມມີແສງສີແດງຮຸ່ງຂຶ້ນມາ ໃນພື້ນທີ່ຕອນກາງຂອງພູມີພາກ Bicol ເຊິ່ງທາງການໄດ້ຄາດວ່າ

ອາດຈະລະເບີດຂຶ້ນ ຫລັງຈາກເກີດການສັ່ນສະເທືອນ ແລະ ເສດກ້ອນຫີນຟົ້ງອອກມາເມື່ອບໍ່ດົນມານີ້ ໂດຍລັດຖະບານ

ທ້ອງຖິ່ນຂອງເມືອງອັນເບປະກາດວ່າ ມີຄຳສັ່ງອົບພະຍົບປະຊາຊົນໃນພື້ນທີ່ ເພື່ອຄວາມປອດໄພ ແລະ ປະກາດເຕືອນ

ໄພເພີ່ມຈາກລະດັບ 2 ເປັນລະດັບ 3 ແລ້ວ.

 

ທັງນີ້ ມີລາຍງານວ່າ ປະຊາຊົນໃນພື້ນທີ່ອາດຈະຕ້ອງໄດ້ພັກພິງໃນທີ່ພັກພິງຊົ່ວຄາວ ປະມານ 3 ເດືອນເພື່ອຄວາມປອດ

ໄພ ໂດຍພ້ອມກັນນີ້ ທາງການຍັງມີຄຳສັ່ງໃຫ້ເຈົ້າໜ້າທີ່ທະຫານ ເສີມກຳລັງຄຸມເຂັ້ມປ້ອງກັນປະຊາຊົນ ເພື່ອບໍ່ໃຫ້ມີໃຜ

ລັກລອບກັບເຂົ້າໄປໃນໝູ່ບ້ານ.