ມອບເງິນບູລະນະເສັ້ນທາງ ທ່ານາແລ້ງ – ຊຽງຄວນ

20141126152457

 

ວັນ​ທີ 26 ພະຈິກ 2014 ຢູ່​ປົກຄອງ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ການມອບ​ເງິນ​ຊຸກຍູ້​ບູລະນະ

​ສ້ອມແປງ​ເສັ້ນທາງ ແຕ່​ທ່າ​ນາ​ແລ້ງ-ຊຽງຄວນ ມູນ​ຄ່າ 30 ລ້ານ​ກີບ ມອບໂດຍ​ທ່ານ ສອນ​ສະຫວັນ ສຸກ​ດາລາ

ຮອງ​ອຳນວຍ​ການບໍລິສັດ ນະຄອນຫຼວງ​ອຸດສາຫະກຳ​ເຫຼັກ ຈຳກັດ ໂດຍ​ກ່າວ​ຮັບ​ຂອງ​ທ່ານ ບຸນ​ທາມ ພຸດ​ທະ​ວົງ

ສາ ເຈົ້າເມືອງ​ຫາດ​ຊາຍ​ຟອງ ພ້ອມ​ດ້ວຍຄະນະ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

 

ທັງ​ນີ້​ກໍ່​ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້ ແລະ ບູລະນະ​ສ້ອມແປງ​ເສັ້ນທາງ​ດັ່ງກ່າວ ເຊິ່ງ​ທາງບໍລິສັດ ​ນະຄອນ

ຫຼວງ​ອຸດ​ສາ​ຫະກຳ​ເຫຼັກ ​ຈຳກັດ ​ເຫັນ​ໄດ້​ໃນ​ຄວາມສຳຄັນ​ໃນ​ການ​ພັດທະນາ​ເມືອງຫາດ​ຊາຍ​ຟອງ ​ໃຫ້​ມີ​ຄວາມ​ຈະ

ເລີນ​ກ້າວໜ້າ ແລະ ສີວິໄລ ໂດຍສະເພາະ ລະບົບ​ພື້ນຖານ​ໂຄງລ່າງ ຖະໜົນຫົນທາງ ເຊິ່ງ​ເປັນບັນຫາ​ທີ່​ສຳຄັນ​

ຂອງ​ການ​ເຊື່ອມໂຍງ​ໄປ​ມາ​ ໃຫ້​ມີ​ຄວາມ​ສະດວກສະບາຍ​ໃນ​ການ​ສັນຈອນ​ໄປ​ມາ ຂອງ​ບັນດາ​ພໍ່​ແມ່​ປະຊາຊົນ

​ພາຍໃນ​ເມືອງ.

 

ໄລຍະ​ຜ່ານ​ມາ ​ທາງ​ເມືອງ​ກໍ່ໄດ້​ມີ​ການ​ປຸກລະດົມ​ນຳ​ພາກສ່ວນ​ຕ່າງໆ ​ຈາກ​ບໍລິສັດ​ມາ​ສ້ອມແປງ​ເສັ້ນທາງ​ທີ່​ເປ່

​ເພ​ນັ້ນ​ຄືນໃໝ່ ທຽວ​ໄດ້​ສະດວກ​ແຕ່​ບ້ານ​ທ່າ​ນາແລ້ງ-ບ້ານ​ຊຽງ​ຄວນ ເຊິ່ງ​ເປັນເສັ້ນທາງ​ປູຢາງ ປັດຈຸບັນ ການ

ສ້ອມແປງ​ກຳລັງ​ຮອດ​ຈຸດ​ເຂດບ້ານ​ທ່າ​ເດື່ອ ແຕ່​ເນື່ອງ​ຈາ​ກວ່າງົບປະມານ​ໃນ​ການ​ສ້ອມແປງ​ມີມູນ​ຄ່າ​ສູງ ທຽບ

ໃສ່​ງົບ​ທີ່​ມີ​ນັ້ນຍັງ​ບໍ່​ພຽງພໍ ດັ່ງນັ້ນ ຖ້າ​ພາກສ່ວນ​ໃດ​ຫາກ​ຢາກ​ປະກອບສ່ວນ ເພື່ອ​ຊ່ວຍເຫຼືອ​ປັບປຸງ​ເສັ້ນທາງ

​ດັ່ງກ່າວ ແມ່ນ​ໃຫ້​ປະສານ​ກັບ​ອຳນາດ​ການ​ປົກຄອງ​ເມືອງ​ໄດ້​ຕະຫຼອດ.

 

ແຫລ່ງຂ່າວ: ວຽງຈັນໃໝ່