ມອບ-ຮັບຫນ້າທີ່ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ

 

ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງທ່ານ ສີ​ສຸກ ພິລາ​ວົງ ຮັກສາ​ການຫົວໜ້າ

ຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກຜູ້​ເກົ່າ ແລະ ທ່ານສາສະດາຈານ ດຣ ກິ​ແກ້ວ ​ໄຂ​ຄຳ​ພິທູນ ກຳມະການສູນກາງພັກ,

​ ເລຂາ​ຄະນະພັກ, ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກຜູ້​ໃໝ່ ໄດ້ມີຂຶ້ນໃນ​ວັນ​ທີ 20 ​​ສິງຫານີ້ ຢູ່ຄະນະໂຄສະນາ

ອົບຮົມສູນກາງພັກ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນ​ສີ ໂພ​ສີຄຳ ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ຈັດຕັ້ງສູນ

​ກາງ​ພັກ, ມີ​ຄະນະ​ພັກ, ພະນັກງານລັດຖະກອນ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ ເຊິ່ງການມອບຮັບໜ້າ

ທີ່ສຳຄັນຄັ້ງນີ້ ເປັນ​ການ​ປະຕິບັດ​ຕາມ​ມະຕິຂອງ​ ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ການ​ແຕ່ງຕັ້ງ,​ ຍົກ​ຍ້າຍພະນັກ

ງານ​ການ​ນຳ ເພື່ອ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ​ເມືອງ.

 

ທ່ານ ສີ​ສຸກ ພິລາ​ວົງ ​ໄດ້​ລາຍ​ງານ​​ກ່ຽວກັບ​ສະພາບ​ການເຄື່ອນ​ໄຫວ​ ປະຕິບັດໜ້າທີ່ເປັນ​ຜູ້​ຮັກສາ​ການ​ໃນ​ໄລຍະ​ສາມ​

ເດືອນ​ຜ່ານ​ມາວ່າ​: ໄດ້ສືບຕໍ່​ປັບປຸງ​ສະພາບ​ແນວ​ຄິດ​ຂອງ​ພະນັກງານ, ວຽກພັກ-ພະນັກງານ, ການ​ເຄື່ອນ​ໄຫວ​ວຽກ

ງານ​ວິຊາ​ສະ​ເພາະ, ວຽກງານ​ອົບຮົມ, ວຽກງານ​ສັງ​ລວມ ​ແລະ ຂໍ້​ມູນ​ຂ່າວສານ, ວຽກງານ​ພັດທະນາ​ພື້ນຖານ​ໂຄງ​ລ່າງ

​ແລະ ວຽກງານ​ຈຸດ​ສຸມ​ສຳລັບ​ປີ 2015.​ ສິ່ງສຳຄັນ​ແມ່ນ​ກະກຽມ​ເນື້ອ​ໃນ ການ​ສະຫລອງ​ວັນ​ສຳຄັນ​ຂອງ​ຊາດ ແລະ

ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ.

 

ໂອກາດ​ນີ້, ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ພັກ​ກໍໄດ້​ໂອ້​ລົມ​ ແລະ ໃຫ້​ທິດ​ຊີ້​ນຳ​ໂດຍ​ເນັ້ນ​ໃຫ້ ຄະນະໂຄສະນາອົບຮົມສູນ

ກາງພັກ ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ເຊື່ອມ​ຊຶມ ແລະ ກຳ​ແໜ້ນມະຕິ​ກອງ​ປະຊຸມ​ໃຫຍ່ຂອງພັກ ລວມທັງ​ແຜນ​ງານ, ໂຄງການ

​ແລະ ອື່ນໆ ຢ່າງ​ເລິກ​ເຊິ່ງ​ເຖິງຖອງ. ພ້ອມທັງນຳ​ໄປ​ຈັດຕັ້ງປະຕິບັດ​ໃຫ້​ມີໝາກຜົນ​ຕົວ​ຈິງ, ​ເອົາ​ໃຈ​ໃສ່​ຕ້ານ​ການ​ໂຄສະ

ນາ​ໃສ່​ຮ້າຍ​ປ້າຍ​ສີຂອງ​ກຸ່ມ​ຄົນ​ບໍ່ດີ, ພະນັກງານ​ທຸກ​ຄົນ​ຕ້ອງ​ມີ​ທັດສະນະ​​ຖືກຕ້ອງ ​ແລະ ມີ​ອຸດົມ​ການ​​ສັງຄົມ​ນິຍົມ,

ສາມາດ​ນຳພາ​ດ້ານ​ວຽກງານ​ແນວ​ຄິດ​ໄດ້​ເປັນ​ຢ່າງ​ດີ,​ ສ້າງ​ພະນັກງານ​ຮຸ່ນໜຸ່ມ ​ໃຫ້​ເປັນ​ຫລັກ​ແຫລ່ງໃນວຽກງານໂຄ

ສະນາອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ, ວຽກງານ​ປາຖະກະຖາ, ຄົ້ນ​ຄວ້າ​ການ​ນຳ​ໃຊ້​ພາຫະນະ​ສື່​ມວນ​ຊົນ​ເຂົ້າ​ໃນ​ວຽກ

​ໂຄສະນາ​ອົບຮົມ ກຽມພ້ອມເຂົ້າປະຊາຄົມອາຊຽນ, ​ເຂົ້າ​ຮ່ວມ​ຂະ​ບວນການ​ຂ່ຳນັບຮັບ​ຕ້ອນ​ ວັນ​ສຳຄັນທາງ​ປະຫວັດ

ສາດ ​ແລະ ການ​ກະກຽມໃຫ້ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ ທີ X ຂອງ​ພັກ​ໃຫ້​ເປັນຂະບວນຟົດຟື້ນ.

 

ແຫຼ່ງຂ່າວ: ລາວພັດທະນາ