ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ! ສະຫາຍ ບຸນຍັງ ວໍລະຈິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່!

ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ້ແທນບົ່ງຕົວ 1 ສະຫາຍ. ບັນດາຜູ້ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ, ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງແລະໄດ້ຮັບຮອງເອົາຢ່າງເປັນເອກະສັນລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IX ເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ X ​ໂດຍໄດ້ສະແດງຄວາມເຫັນດີເຫັນພ້ອມ ນຳການສະຫລຸບຕີລາຄາຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເປັນຕົ້ນແມ່ນບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດສັງຄົມ, ການປັບປຸງບູລະນະລະບົບອຳນາດແຫ່ງລັດ, ວຽກງານແນວໂຮມແລະ ວຽກງານມະຫາຊົນຂອງພັກ, ວຽກງານການຕ່າງປະເທດແລະ ການເຊື່ອມໂຍງສາກົນ, ວຽກງານກໍ່ສ້າງພະນັກງານ, ບັນດາຜົນສຳເລັດທີ່ບັນລຸໄດ້ໃນ 5 ປີ ຜ່ານມາ, ​ໄດ້ສ້າງພື້ນຖານແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດພວກເຮົາໄປຕາມທິດທາງແລະ ຈຸດໝາຍທີ່ວາງໄວ້.

ກອງປະຊຸມໃຫຍ່ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບຂໍ້ຄົງຄ້າງໃນການນຳພາຊີ້ນຳຂອງພັກເຊິ່ງເປັນສາເຫດຕົ້ນຕໍອັນໜຶ່ງ ທີ່ພາໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມ ໃນບາງດ້ານບໍ່ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ແລະໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາເພື່ອດຳເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງແນໃສ່ສ້າງການຫັນປ່ຽນອັນຕັ້ງໜ້າຫລາຍຂຶ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກຕໍ່ໄປ.

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາຂໍ້ສະຫລຸບ 7 ປະການເຊິ່ງເປັນບົດຮຽນອັນປະເສີດ ທີ່ຖອດຖອນໄດ້ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາປະຕິບັດກອງປະຊຸມໃຫຍ່ຄັ້ງທີ IX ​ແລະ 30 ປີແຫ່ງການປ່ຽນແປງໃໝ່; ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ X ຊີ້ນຳ, ຈັດຕັ້ງການຄົ້ນຄວ້າຮໍ່າຮຽນກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນລະບົບເລິກເຊິ່ງໂດຍສະເພາະແມ່ນໃຫ້ພະນັກງານສະມາຊິກພັກ ຜູ້ທີ່ເປັນຫລັກແຫລ່ງ ຢູ່ໃນທຸກອົງການ, ຂະແໜງການ, ທຸກທ້ອງຖິ່ນ, ທຸກຂົງເຂດວຽກງານແລະ ທຸກຂັ້ນໃຫ້ເຂົ້າໃຈຢ່າງຖືກຕ້ອງເພື່ອສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງສອດຄ່ອງແລະ ນຳພາປະຕິບັດໃຫ້ເກີດໝາກຜົນຕົວຈິງ ທີ່ໃຫຍ່ຫລວງຂຶ້ນໄປເລື້ອຍໆ; ພ້ອມກັນນີ້ ກໍມອບໃຫ້ຄະນະບໍລິຫານງານສູນກາງພັກ ສືບຕໍ່ຄົ້ນຄວ້າຫັນທິດທາງໜ້າທີ່ຈຸດສຸມໃນບາງດ້ານເປັນມະຕິຂອງຄະນະບໍລິຫານງານສູນກາງພັກເພື່ອໃຫ້ຄະນະພັກຂັ້ນຕ່າງໆ ມີບ່ອນອີງອັນລະອຽດຈະແຈ້ງຕື່ມອີກ ສຳລັບການຈັດຕັ້ງປະຕິບັດ; ຂະນະດຽວກັນນັ້ນ ກໍຊີ້ນຳອົງການລັດໃຫ້ຫັນເປັນນິຕິກຳ, ​ເປັນ​​ແຜນງານແລະໂຄງການວຽກງານລະອຽດໃຫ້ໄວເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດເລີ່ແຕ່ຫົວທີແລະໃຫ້ໄດ້ຮັບຜົນສຳເລັດອັນສະຫງ່າງາມ.

II ກອງປະຊຸມໃຫຍ່ໄດ້ຟັງລາຍງານກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດສັງຄົມໃນໄລຍະ 10 ປີ (2016-2025)​ ​ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ​ເຊິ່ງຄຳຂວັນ ວິໄສທັດ ​​ແລະ ຍຸດທະສາດຂອງການພັດທະນາແມ່ນສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາ ມີລາຍຮັບປານກາງສູງ ຕາມທິດການພັດທະນາສີຂຽວແລະ ຍືນຍົງ ​​ເມື່ອເຖິງປີ 2030”. ກອງປະຊຸມໃຫຍ່ໄດ້ສະແດງຄວາມຄິດເຫັນດີເຫັນພ້ອມກັບວິໄສທັດ, ຍຸດທະສາດແລະ ການພັດທະນາດັ່ງກ່າວໂດຍມອບໃຫ້ຄະນະບໍລິຫານງານສູນກາງພັກຊີ້ນຳລັດຖະບານໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານ, ​ໂຄງການລະດັບຊາດ, ລວມທັງກຳນົດຂອບການລົງທຶນສຳລັບໂຄງການເຫລົ່ານັ້ນ ພ້ອມທັງປຸກລະດົມບັນດາພາກສ່ວນເສດຖະກິດແລະ ທົ່ວປວງຊົນເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ເປັນຈິງ.

III ກອງປະຊຸມໃຫຍ່ໄດ້ຮັບຮອງເອົາ ບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IX ​ໂດຍໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມອັນຕັ້ງໜ້າແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອແລະ ບົດຮຽນຂອງພັກ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ​ໄດ້ຮັບຜົນສຳເລັດອັນສຳຄັນໃນຫລາຍດ້ານແລະ ມີບາງດ້ານກໍລື່ນຄາດໝາຍ; ພ້ອມກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະນະນຳ ທີ່ມີຄວາມສາມັກຄີເປັນເອກະພາບໜັກແໜ້ນ, ​ເປັນແກ່ນສານໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນ; ທັງມີຄວາມເປັນເຈົ້າການແກ້ໄຂບັນຫາການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດແລະ ການກະທຳທີ່ຝືນກົດລະບຽບຂອງພັກໃນຖັນແຖວການນຳຂັ້ນຕ່າງໆ, ພະນັກງານແລະ ສະມາຊິກພັກຈຳນວນໜຶ່ງ.

ກອງປະຊຸມໃຫຍ່ເລັ່ງທວງໃຫ້ ຄະນະບໍລິຫານງານສູນກາງພັກສະໄໝ ທີ X ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມກັນນັ້ນ ກໍວາງມາດຕະການຈຳກັດແກ້ໄຂຈຸດບົກພ່ອງແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງພັກໃຫ້ເດັ່ນຂຶ້ນຕື່ມອີກ.

IV ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກແລະໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງ ສະໄໝທີ X ​ເພື່ອເປັນແນວທາງທາງດ້ານການຈັດຕັ້ງ ຮັບຮອງການຈັດຕັ້ງປະຕິບັດແນວທາງການເມືອງໃຫ້ເປັນຈິງ. ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະບັບປັບປຸງໄດ້ຖືກຮັບຮອງເອົາຢ່າງເປັນທາງການໂດຍກອງປະຊຸມໃຫຍ່ຄັ້ງທີ X ​ແລ້ວແລະ ມີຜົນບັງຄັບໃຊ້ ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເປັນຕົ້ນໄປ.

V ກອງະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ X ​ເຊິ່ງປະກອບດ້ວຍກຳມະການສົມບູນ 69 ສະຫາຍແລະ ກຳມະການສຳຮອງ 8 ສະຫາຍເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຜົນສຳເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ເປັນຈິງແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.

ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ດຳເນີນໃນຕອນເຊົ້າຂອງວັນທີ 22 ມັງກອນ 2016 ​ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກເຊິ່ງປະກອບດ້ວຍ 11 ສະຫາຍ; ​ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ບຸນຍັງ ວໍລະຈິດເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ; ພ້ອມກັນນັ້ນ ກໍເລືອກເອົາກຳມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເລືອກເອົາສະຫາຍ ພັນຄຳ ວິພາວັນເປັນຜູ້ປະຈຳການ ຄະນະເລຂາທິການສູນກາງພັກ; ​ໃນກອງປະຊຸມຄັ້ງນີ້ ຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 9 ສະຫາຍໂດຍແມ່ນສະຫາຍ ບຸນທອງ ຈິດມະນີເປັນປະທານ. ສຳລັບການ​​ແຕ່ງຕັ້ງທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ກອງປະຊຸມໄດ້ມອບໃຫ້ກົມການເມືອງສູນກາງພັກເປັນຜູ້ຕົກລົງແຕ່ງຕັ້ງ ພ້ອມທັງກຳນົດພາລະບົດບາດ ໜ້າທີ່ລະອຽດຕາມຫລັງ.

12417927_467516580118794_8134007441711578596_n
ສະຫາຍ ບຸນຍັງ ວໍລະຈິດ

VI ກອງປະຊຸມໃຫຍ່ສະແດງຄວາມຊົມເຊີຍ ສັນລະເສີນພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ຜູ້ປະກອບການຜະລິດ, ນັກທຸລະກິດ, ບໍລິການ ສັງກັດໃນທຸກພາກສ່ວນເສດຖະກິດແລະ ປະຊາຊົນລາວບັນດາ​​ເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດແລະ ພີ່ນ້ອງເຊື້ອຊາດລາວທີ່ຮັກຊາດທີ່ດຳລົງຊີວິດແລະ ທຳມາຫາກິນຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກ  ​ແລະ ສ້າງສາພັດທະນາປະເທດຊາດ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຕະຫລອດໄລຍະ 5 ປີຜ່ານມາໃຫ້ບັນລຸຜົນສຳເລັດອັນສຳຄັນ​​ໃນຫລາຍດ້ານ ອັນເປັນການສ້າງພື້ນຖານແລະ ທ່ວງທ່າໃໝ່ໃຫ້ແກ່ການນຳເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ພ້ອມກັນນັ້ນ ກໍຂໍສະ​​ແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງມາຍັງບັນດາປະເທດອ້າຍນ້ອງ, ບັນດາປະເທດເພື່ອນມິດແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລຳ້ຄ່າແກ່ພາລະກິດພັດທະນາ ສ້າງສາປະເທດຊາດຂອງປະຊາຊົນເຮົາໃນ 5 ປີຜ່ານມາ.

ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ດຳລົງຊີວິດແລະ ທຳມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ​ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່ ທຳມາຫາກິນແລະ ສ້າງສາພັດທະນາເພື່ອສ້າງປະເທດລາວ ໃຫ້ມັ່ງຄັ່ງເຂ້ັມແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳແລະ ສີວິໄລ. ພ້ອມກັນນັ້ນ ກໍປະກອບສ່ວນຢ່າງສົມກຽດເຂົ້າໃນການສ້າງຄວາມຈະເລີ ວັດທະ ນາຂອງປະຊາຄົມອາຊຽນ ກໍຄືໃນພາລະກິດແຫ່ງການເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນແລະ ສາກົນ.

 

ແຫລ່ງຂ່າວ:

ຂປລ

2 COMMENTS

  1. ຂໍໃຫ້ຄນະນຳພາຊຸດໃຫມ່ຈົ່ງເຂັ້ມແຂງຕໍ່ຫນ້າທີ່ວຽກງານໃນການປັບປຸງແກ້ໄຂ
    ບັນດາກົດຫມາຍໃຫ້ສອດຄ່ອງກັບຄວາມມຸ່ງມາດປາຖນາອັນແຮງກ້າຂອງປວງ
    ຊົນລາວທັງຊາດ ນຳໃຊ້ກົດຫມາຍມີສັກສິດ ມີການປາບປາມຈັບກຸມຜູ້ມີການສໍ້
    ໂກງຜິດກົດຫມາຍມາລົງໂທດເອົາຈິງເອົາຈັງ
    ສະເນີໃຫ້ອອກບັດປະຈຳສັງຄົມທຸກຄົນພາຍຊາດເພື່ອເປັນການນຳໃຊ້ທົ່ວປະເທດ
    ສະເນີໃຫ້ມີການຈັດຕັ້ງຂອງຣັຖການ(ແຂວງ) ມີສີດອຳນາດໃນການບໍຣິຫານຂັ້ນແຂວງ
    ໂດຍມີ ສະພາສູງ ແລະ ສະພາຕຳ່ ແຕ່ລະແຂວງ ໂດຍການເລືອກຕັ້ງທີ່ມາຈາກປະຊາຊົນຢ່າງແທ້ຈິງ
    ສະເນີໃຫ້ມີການບໍຣິຫານຂັ້ນເມືອງທຸກເມືອງຕ້ອງມາຈາກປະຊາຊົນເປັນຜູ້ເລືອກເອົາຢ່າງເສຣີ
    ສະເນີໃຫ້ມີອີກຈັກສອງພັກ ຫລືຫລາຍພັກ ແຂ່ງຂັນກັນ ໃນການຮ່ວມສ້າງສາປະເທດຊາດຢ່າງທົ່ວເຖິງກັນ

    ສະເນີມາເພື່ອຄວາມຫວັງດີຕໍ່ຊາດຕໍ່ປະຊາຊົນທຸກຄົນ

  2. ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນກອງປະຊຸມໃຫຍ່ຄັ້ງນີ້ແລະຂໍອວຍພອນໃຫ້ຜູ້ນຳພັກ-ລັດທຸກຂັ້ນຈົ່ງມີສຸຂະພາບແຂງ,ມີຄວາມສຸກໃນຄອບຄົວ-ສ່ວນຕົວແລະພ້ອມກັນພັດທະນາປະເທດລາວໃຫ້ກ້າວຂື້ນສູ່ລະດັບມິດຕະພາບພາກພື້ນແລະສາກົນ

Comments are closed.