ມະຫາວິທະຍາໄລສຸພານຸວົງ ໄດ້ຫ້ອງທົດລອງຈຸລະຊີວະວິທະຍາ

ເພື່ອ​ເປັນ​ການ​ສ້າງ​ສິ່ງ​ອຳ­ນວຍຄວາມ​ສະ­ດວກ ແລະ ຄວາມ​ຈະ­ເລີນ​ກ້າວໜ້າ​ຂອງ​ວຽກ​ງານ​ການ​ສຶກ​ສາ

​ແນ­ໃສ່ການ​ວິ­ໄຈ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ ທາງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການຄ້າຮ່ວມ​ກັບ​ອົງ­ການ

ສປຊ ເພື່ອ​ການ​ພັດທະ​ນາ ​ໄດ້​ມອບ​ຫ້ອງ​ທົດ​ລອງ​ຈຸ​ລະ​ຊີ­ວະ​ວິ­ທະ­ຍາ​ໃຫ້​ຄະ­ນະ​ກະ­ເສດ­ສາດ ແລະ ຊັບພະ­ຍາ

­ກອນ​ປ່າ­ໄມ້​ເພື່ອ​ນຳ​ໃຊ້​ໃຫ້​ເກີດດອກ​ອອກ​ຜົນ.

ທ່ານ ສົມ​ຫວັງ ນິນ​ທະ​ວົງ ຫົວ­ໜ້າຫ້ອງ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ກ່າວ​ວ່າ: ຈຸດ­ປະ­ສົງ​ຫຼັກ​

ໃນ​ການປັບ­ປຸງ​ໃຫ້​ມີ​ຫ້ອງ​ທົດ​ລອງ​ນີ້​ ເກີດ​ຂຶ້ນແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ­ຈັດ­ຕັ້ງ​ປະຕິ​ບັດ​ກິດ­ຈະ­ກຳ​ຂອງ

​ໂຄງ­ການ ​ໂດຍ​ສະເພາະ​ແມ່ນ​ການ​ວິ­ໄຈ​ທາງ​ດ້ານ​ຄວາມປອດ​ໄພ​ຂອງ​ອາ­ຫານ​ ຈາກ​ບັນ­ດາ​ໂຮງແຮມ ແລະ

ຮ້ານ​ອາ­ຫານ ເພື່ອ​ຮອງ​ຮັບນັກ​ທ່ອງ​ທ່ຽວ ແລະ ເປັນ​ບ່ອນ​ນຳ​ໃຊ້ເຂົ້າ​ໃນ​ການ​ຮຽນ​ການ​ສອນ​ຂອງ​ຄູ​-ອາ

ຈານ​ໃຫ້​ນັກ​ສຶກ​ສາ​ພາກ​ວິ­ຊາ​ທີ່​ກ່ຽວຂ້ອງ​ຂອງ​ຄະ­ນະ ແລະ ເຊື່ອ​ວ່າ​ອະ­ນາ­ຄົດອັນ​ໃກ້ໆ​ນີ້​ຈະ​ສ້າງ​ຂີດ​ຄວາມ

​ສາ­ມາດຂອງ​ຫ້ອງ​ທົດ​ລອງ​ ດັ່ງ­ກ່າວ​ໃຫ້​ກາຍ­ເປັນສູນ​ວິ­ໄຈ​ຂອງ​ແຂວງ​ຫຼວງ​ພະ​ບາງ ເພື່ອຮັບ​ໃຊ້​ໃຫ້​ແກ່​ທຸກ

​ຫົວໜ່ວຍ​ທຸ­ລະ​ກິດ​ທີ່ສົນ­ໃຈ​ໃນ​ການ​ວິ­ໄຈ​ດ້ານ​ຈຸ​ລະ​ຊີ­ວະ​ວິ​ທະຍາ.

ສະ­ນັ້ນ​ທາງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຮ່ວມ​ກັບ​ອົງ­ການ ສປຊ ເພື່ອ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ

(UNIDO) ຈິ່ງ​ໄດ້​ຮ່ວມ​ກັນ​ປັບ­ປຸງ ແລະ ພັດ­ທະ­ນາ​ຫ້ອງ​ທົດ​ລອງ​ນຳ​ເຄື່ອງ­ມື​ທີ່ທັນ​ສະ­ໄໝ ແລະ ໄດ້​ມາດ­ຕະ­

ຖານ​ເພື່ອສະ­ໜອງ​ດ້ານ​ວຽກ​ງານ​ວິໄຈ​ຈຸ​ລະ​ຊີ­ວະວິ­ທະ­ຍາ​ຈົນ​ສຳ­ເລັດ ແລະ ມອບ​ໃຫ້​ຄະນະ​ກະ­ເສດ­ສາດ ແລະ

ຊັບ­ພະ­ຍາ­ກອນ​ປ່າໄມ້ມະ­ຫາ­ວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ ແຂວງຫຼວງ​ພະ​ບາງ​ເປັນ​ຜູ້​ຄຸ້ມ​ຄອງ​ນຳ​ໃຊ້.

ພິ­ທີ​ມອບ​ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກໍ­ລະ­ກົດ 2014 ທີ່​ຫ້ອງ​ປະ­ຊຸມ​ໃຫຍ່​ຂອງ ມສ ສຸ​ພາ­ນຸ​ວົງ ໂດຍ​ເປັນ​

ກຽດ​ມອບ​ຂອງທ່ານ ເຂັມ​ມະ­ນີ ພົນ​ເສ­ນາ ລັດ​ຖະ​ມົນຕີ​ວ່າ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ກ່າວ

​ຮັບ ໂດຍ​ແມ່ນ ທ່ານ ຮສ. ດຣ. ຄຳ​ຜາຍ ສີ​ສະ­ຫວັນ ອະ­ທິ­ການ​ບໍ­ດີມະ­ຫາ­ວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ, ມີ​ທ່ານ

ດຣ. ບົວ​ຄົງ ນາມ​ມະ​ວົງ ຮອງ​ເຈົ້າແຂວງໆ​ຫຼວງ​ພະ​ບາງ, ມີ​ທ່ານ ແຟຣັງ ຜູ້​ປະ­ສານ​ງານ​ສາ­ກົນ, ມີ​ບັນ­ດາ​

ການນຳ​ຂັ້ນ​ກະ­ຊວງ, ຂັ້ນ​ແຂວງ​ພະ­ແນກ­ການທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຂອບໃຈຂ່າວຈາກ: http://www.sedthakid.la/home/khao/19677.html