ມີພຽງເຈ້ຍ ແລະ ຄວາມຄິດກໍ່ສາມາດອະ​ຫລັງ​ໄດ້ແລ້ວ

1

ຢ່າ​ຄິດວ່າ​ຊຸດ​ທີ່​ສວຍງາມ​ມີ​ລາຍ​ລະອຽດ​ທີ່​ໜ້າ​ສົນ​ໃຈ ຈະ​ຕ້ອງ​ເຮັດ​ຈາກ​ຜ້າ​ດີ​ມີ​ຄຸນນະພາບ​ເທົ່າ​ນັ້ນ ເພາະ​ສິນລະປິນ​ສາວ​ຜູ້​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ ຊຸດ​ທີ່​ງາມ​ອະ​ຫລັງ​ການ​ງານ​ສ້າງ​ແບບ​ນີ້ ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຫາ​ວັດ​ດຸ​ທີ່​ແພງ​ຫລື​ຕ້ອງ​ເຮັດ​ຈາກ​ຜ້າ​ເລີຍ ພຽງແຕ່​ຈັບ​ເຈ້ຍ​ມາ​ໃຊ້ ບວກ​ກັບ​ຝີ​ມື​ ແລະ​ ຄວາມ​ຄິດ​ສ້າງສັນ ກໍ​ໄດ້​ອອກ​ມາ​ເປັນ​ຜົນ​ງານ​ແຈ່ມໆ ແບບ​ນີ້​ໄດ້​ແລ້ວ
ສຳລັບ​ຊຸດ​ສຸ​ດອາ​ລັງ​ການ​ທີ່​ເຫັນ​ນີ້ ເປັນ​ຜົນ​ງານ​ຂອງ​ສິນ​ລະປິນ​ສາວ​ ຊາວ​ຍູ​ເຄນ (Asya Kozina) ທີ່​ໄດ້​ສ້າງສັນ​ຊຸດ​ແບບ​ພື້ນ​ບ້ານຂອງ​ຊາວ​ມອງ​ໂກ​ລຽນ ຊຶ່ງ​ທັງ​ຊຸດ​ນີ້​ເຮັດ​ຈາກ​ເຈ້ຍທັງ​ໝົດ ແຕ່​ດ້ວຍ​ຄວາມ​ທີ່​ສິນລະ​ປິນ​ຄົນ​ນີ້​ມີ​ຝີ​ມື​ຫລາຍ​ບວກ​ກັບ​ຄວາມ​ຕັ້ງ​ໃຈ ຈຶ່ງ​ເຮັດໃຫ້​ເຮົາ​ໄດ້​ເຫັນ​ລາຍ​ລະອຽດ​ນ້ອຍ​ໆ ທີ່​ສວຍງາມແຖມ​ຮູບ​ຊົງ​ຍັງ​ເບິ່ງ​ງາມນຳອີກ

 23

4 5

2 6

7 8