ມີສະພາບຫຍໍ້ທໍ້ເກີດຂຶ້ນຫລາຍກໍລະນີໃນມື້ໃສ່ບາດບຸນພະທາດຫລວງ

1743591_310637852453100_1213732730667275905_n

 

ປະກົດການຫຍໍ້ທໍ້ໃນງານບຸນ ຍັງເປັນຫາທີ່ແກ້ຍາກໂດຍສະເພາະ ຢູ່ໃນງານບຸນນະມັດສະການພະທາດຫລວງຄື

ນັບແຕ່ ວັນທີ 4 ຫາຕອນເຊົ້າວັນທີ 6 ພະຈິກ, ຊຶ່ງເປັນມື້ສຸດທ້າຍຂອງງານບຸນ ເຫັນວ່າມີຄະດີແຫກ ແລະ ຈົກ

ກະເປົາມີເສຍຫາຍ ແລ້ວ 22 ລາຍ ຕົກເປັນມູນຄ່າ ຫລາຍກວ່າ 60 ລ້ານກີບ, ໂດຍສະເພາະແມ່ນ ຕອນຄົນແຍ້

ກັນຫລາຍ ແລະ ບ່ອນແອອັດ ພາຍຫລັງໃສ່ບາດແລ້ວໄດ້ມີຄົນເຂົ້າ ມາແຈ້ງຄວາມຢູ່ຜາມກຳມະການຈັດງານ

ບຸນເປັນຈຳນວນ ຫລາຍ ແລະ ເຫດເກີດ ຂຶ້ນກໍມີໄລຍະເວລາທີ່ໄລ່ເລ່ຍກັນ, ຕົວຢ່າງ ກໍລະນີທີ່ເກີດຂຶ້ນໃນເວລາ

10:00 ໂມງຂອງເຊົ້າວານນີ້ພາຍຫລັງ ໃສ່ບາດແລ້ວ, ທາງ ເຈົ້າໜ໊າທີ່ສາມາດຈັບຕົວຜູ້ຖືກຫາຄົນໜຶ່ງມາທີ່ຫ້ອງ

ສືບສວນ-ສອບສວນ, ເຊິ່ງຜູ້ກໍເຫດລາຍນີ້ເປັນຍິງອາຍຸ ປະມານ 40 ກວ່າປີ, ຕາມການໃຫ້ປາກຄຳຂອງຜູ້ເສຍ

ຫາຍຕໍ່ເຈົ້າໜ້າທີ່ວ່າ: ໃນຄະນະເກີດເຫດຕົນເອງກຳລັງເລືອກຊື້ເສື້ອຜ້າຢູ່ຮ້ານຂາຍ ເຄື່ອງແຫ່ງໜຶ່ງໃນງານບຸນ

ບັງເອີນຖືກດຶງກະ ເປົາເງິນນ້ອຍທີ່ຢູ່ໃນກະເປົາໃຫຍ່ທີ່ພາຍຢູ່ຈຶ່ງຮ້ອງໃຫ້ຄົນຊ່ວຍ ເຫລືອຫລັງຈາກນັ້ນເຈົ້າໜ້າ

ທີ່ກໍສາມາດຈັບຕົວຜູ້ຖືກຫາມາດຳເນີນຄະດີໄດ້.

 

ນາງ ບຸນທີ ແມ່ນໜື່ງໃນຜູ້ ເສຍຫາຍຢູ່ງານບຸນດັ່ງກ່າວໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ວ່າ: ຂ້າພະເຈົ້າມາ

ຈາກບ້ານ ຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເພື່ອມາໃສ່ບາດ ແລະ ໄຫວ້ພະທາດ ຫລວງແຕ່

ໂຊກບໍ່ດີ, ຖືກຄົນຮ້າຍສວຍໂອກາດລັກເອົາກະເປົາເງິນໄປໂດຍບໍ່ຮູ້ສຶກຕົວ, ມີເງິນເສຍຫາຍຈຳນວນໜຶ່ງພ້ອມ

ທັງບັດສ່ວນໂຕທີ່ສຳຄັນຫລາຍ ບັດຢູ່ໃນກະເປົາ, ເຫດການຄັ້ງນີ້ ຖືເປັນອຸທາຫອນໃນການໄປບຸນ, ຄວນມີສະຕິ

ເກັບມ້ຽນເຄື່ອງຂອງມີຄ່າໃຫ້ດີເພາະ ບ່ອນທີ່ມີຄົນຫລາຍຍິ່ງມີຄວາມສ່ຽງຕໍ່ການເສຍຫາຍ.