ມຽນ​ມາ ຕັ້ງ​ເປົ້າ​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບ ບັນ​ລຸ 2 ຕື້​ໂດ​ລາ ກະ​ຕຸ້ນ​ເສດ​ຖະ​ກິດ​ປະ​ເທດ!

MYANMAR-US-SANCTIONS-TRADE

ມຽນ​ມາ ຈະ​ຂະ​ຫຍາຍ​ອຸດ​ສາ​ຫະ​ກຳ​ຕັດ​ຍິບຂອງ​ປະ​ເທດ ເພື່ອ​ສົ່ງ​ອອກ​ກະ​ຕຸ້ນ​ເສດ​ຖະ​ກິດ ຕັ້ງ​ເປົ້າ​ໄວ້ 2 ຕື້​ໂດ​ລາ ໃນ​ສົກ 2015-2016 ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ ໃນ​ວັນ​ທີ 8 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເນື່ອງ​ຈາກ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຕັດ​ຫຍິບເສືອ​ຜ້າ​ສຳ​ເລັດ​ຮູບ ແມ່ນ​ມີ​ຫລາຍ​ເຖິງ 90% ແລະ ອຸດ​ສາ​ຫະ​ກຳ​ຂະ​ແໜງ​ນີ້ ໄດ້​ສ້າງ​ການ​ຈ້າງ​ງານ​ຫລາຍ​ເຖິງ 100,000 ຕຳ​ແໜ່ງ ໃນ​ສົກ​ປີ 2014-2015 ຜ່ານ​ມາ ໂດຍ​ຍຸດ​ທະ​ສາດ​ການ​ສົ່ງ​ອອກ​ແຫ່ງ​ຊາດ 5 ປີ​ຂອງ​ມຽນ​ມາ ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ກຳ​ຈັດ​ບັນ​ຫາ​ການ​ຂາດ​ດຸນ​ການ​ຄ້າ ດ້ວຍ​ການ​ມຸ່ງ​ເນັ້ນ​ໄປ​ທີ່​ພາກ​ການ​ຜະ​ລິດ ແລະ ການ​ທ່ອງ​ທ່ຽວ.