ມ.ຊ ມອບໃບປະກາດໃຫ້ນັກສຶກສາ ຈົບ 8 ພັນກວ່າຄົນ

 

ພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາ ທີ່ຮຽນຈົບຈາກມະຫາວິທະຍາໄລແຫ່ງຊາດ ສົກຮຽນປີ 2013

-2014 ໄດ້ມີຂຶ້ນໃນວັນທີ 28 – 29 ສິງຫານີ້ ຢູ່ມະຫາວິທະຍາໄລດັ່ງກ່າວ ໂດຍການໃຫ້ກຽດມອບຂອງ ສາສະດາຈານ

ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີນັກສຶກສາໄດ້ຮັບໃບປະກາສະນີຍະ

ບັດທັງໝົດ 8162 ຄົນ, ໃນນີ້ ລະດັບອານຸປະລິນຍາ 299 ຄົນ, ປະລີນຍາຕີ 7.583 ຄົນ ແລະ ປະລີນຍາໂທ 212 ຄົນ.

 

ທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ການໄດ້ຮັບໃບປະກາສະນີຍະບັດຂອງນັກສຶກສາຄັ້ງນີ້

ແມ່ນໝາກຜົນອັນຍິ່ງໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ ໃນການເຝິກຝົນຫລໍ່ຫລອມກໍ່ສ້າງພະນັກງານ,

ວິຊາການ, ນັກຄົ້ນຄວ້າ ຢ່າງຕໍ່ເນື່ອງໃຫ້ມີຄວາມຮູ້ຄວາມສາມາດ ເພື່ອກ້າວໄປເປັນພະນັກງານສືບທອດພາລະ

ກິດໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ນອກຈາກນີ້ ຍັງເປັນການຢັ້ງຢືນໃຫ້ເຫັນຜົນງານຕົວ

ຈິງຂອງການສຶກສາຄົ້ນຄວ້າທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຂອງນັກສຶກສາ, ແນວໃດກໍຕາມ ນີ້

ເປັນພຽງຄວາມສຳເລັດເບື້ອງຕົ້ນເທົ່ານັ້ນ, ແຕ່ການຈະກ້າວເປັນພະນັກງານແລ້ວ, ນັກສຶກສາທຸກຄົນຕ້ອງໄດ້

ສືບຕໍ່ສຶກສາຮຽນຮູ້ ແລະ ກຳແໜ້ນສະພາບແວດລ້ອມທັງພາຍໃນ ແລະ ພາຍນອກ ເພື່ອນຳເອົາທິດສະດີ ແລະ

ຄວາມຮູ້ທີ່ຮຽນມາ ໄປຜັນຂະຫຍາຍເຂົ້າໃນພຶດຕິກຳຕົວຈິງຢ່າງມີຫົວຄິດປະດິດສ້າງ ເພື່ອປະກອບສ່ວນປົກປັກ

ຮັກສາ ແລະ ພັດທະນາປະເທດຊາດ ແລະ ເຊື່ອໝັ້ນວ່າ: ບັນດານັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້, ຈະກາຍ

ເປັນບຸກຄະລະກອນທີ່ລ້ຳຄ່າ, ມີຄວາມມານະອົດທົນ, ກາຍເປັນວິຊາການ, ນັກຄົ້ນຄວ້າ, ພະນັກງານ ນຳພາທີ່ດີ,

ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນດີໃຫ້ສົມກັບ

ຄວາມຕັ້ງໃຈຂອງພໍ່ແມ່, ຄູອາຈານ ທີ່ໄດ້ປະກອບສ່ວນທຶນຮອນ, ການຄົ້ນຄວ້າສິດສອນດ້ວຍຄວາມອົດທົນ,

ສະນັ້ນ ພວກເຮົາຕ້ອງຕອບສະໜອງຄຸນງາມຄວາມດີຕໍ່ຜູ້ມີບຸນຄຸນ ດ້ວຍການກະທຳທີ່ມີຜົນງານດີຕໍ່ຕົນເອງ,

ພໍ່ແມ່, ຄູອາຈານ ແລະ ປະຊາຊົນເພື່ອຄວາມ ສົມບູນພູນສຸກມັ່ງຄັ່ງສົມບູນໃຫ້ແກ່ປະເທດຊາດ.

 

ແຫຼ່ງຂ່າວ: ລາວພັດທະນາ