ຢູໂດລາວຕັ້ງເປົ້າຄວ້າ‬ 2 ຫຼຽນຄຳ ໃນ “ສິງກາໂປເກມ”

ສະຫະພັນກິລາຢູໂດແຫ່ງຊາດລາວກຽມສົ່ງນັກກິລາເຂົ້າຮ່ວມ ຊີງໄຊ 10 ຮຸ່ນພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງຕ່ຳ 2 ຫຼຽນຄຳໃຫ້ກັບທັບນັກກິລາລາວໃນການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ XXVIII ຫຼື “ສິງກາໂປເກມ” ທີ່ປະເທດສິງກາໂປເປັນເຈົ້າພາບລະຫວ່າງວັນທີ 5-16 ມິຖຸນານີ້.

ທ່ານເຂັມຊາດ ພິລາພັນເດຊ ປະທານສະຫະພັນກິລາຢູໂດແຫ່ງຊາດລາວຖະແຫຼງຕໍ່ສື່ມວນຊົນທີ່ສູນກິລາບູໂດລາວ-ຍີ່ປຸ່ນນະຄອນຫຼວງວຽງຈັນເມື່ອວັນທີ 20 ພຶດສະພາຜ່ານມາວ່າ: ສຳລັບສະຫະພັນກິລາຢູໂດແຫ່ງຊາດລາວກຽມສົ່ງຄະນະນຳ, ຄູເຝິກແລະນັກກິລາເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ XXVIIIທີ່ປະເທດສິງກາໂປຄັ້ງນີ້ມີທັງໝົດ 16 ຄົນໃນນີ້ເປັນນັກກິລາ 10 ຄົນ, ຍິງ 5 ຄົນປະກອບມີທ້າວເຂັມຄຳກົມມະນີວົງຮຸ່ນນ້ຳໜັກ +100 ກິໂລກຣາມເຈົ້າຂອງຫຼຽນຄຳຊີເກມ 2009 ທີ່ສປປລາວເປັນເຈົ້າພາບ, ທ້າວຄຳໄຊວົງພະຈັນຮຸ່ນນ້ຳໜັກ-100 ກິໂລກຣາມ, ທ້າວຈິດຕະກອນໄຊຍະສານຮຸ່ນນ້ຳໜັກ -81 ກິໂລກຣາມ, ທ້າວປາລິຖາພຼົມມາລາຮຸ່ນນ້ຳໜັກ -73 ກິໂລກຣາມແລະທ້າວສຸກພະໄຊສິດທິສານຮຸ່ນນ້ຳໜັກ -66 ກິໂລກຣາມ.

ສ່ວນປະເພດຍິງປະກອບມີນາງສີປະໄພພົມມະວິຫານຮຸ່ນນ້ຳໜັກ +78 ກິໂລກຣາມ, ນາງຄອນມາຈັນທະກຸມມານຮຸ່ນນ້ຳໜັກ -78 ກິໂລກຣາມ, ນາງສົມສຸດາລັດແຫວນວັນຄຳຮຸ່ນນ້ຳໜັກ -70 ກິໂລກຣາມ, ນາງໃບຢັນມະນີວັນຮຸ່ນນ້ຳໜັກ -57 ກິໂລກຣາມແລະນາງພອນນາລີໄຊຍະລາດຮຸ່ນນ້ຳໜັກ -52 ກິໂລກຣາມທັງເປັນເຈົ້າຂອງຫຼຽນຄຳກິລາຊີເກມ 3 ສະໄໝ (ວຽງຈັນເກມ 2009 ທີ່ສປປລາວ, ອິນໂດເນເຊຍເກມ 2011 ທີ່ປະເທດອິນໂດເນເຊຍແລະມຽນມາເກມ 2013 ທີ່ປະເທດມຽນມາ) ເຊິ່ງນັກກິລາຈຳນວນດັ່ງກ່າວແມ່ນເລີ່ມເຂົ້າສູນເກັບຕົວເຝິກແອບມາຕັ້ງແຕ່ເດືອນມັງກອນຜ່ານມາທີ່ສູນກິລາບູໂດລາວ-ຍີ່ປຸ່ນນະຄອນຫຼວງວຽງຈັນມາຮອດປັດຈຸບັນເຫັນວ່າມີຄວາມພ້ອມແລ້ວ 100 ເປີເຊັນ.

ທ່ານປະທານສະຫະພັນກິລາຢູໂດແຫ່ງຊາດລາວກ່າວອີກວ່າ: ສຳລັບທັບນັກກິລາຢູໂດທີມຊາດລາວແມ່ນຈະອອກເດີນທາງໄປເຂົ້າຮ່ວມ “ສິງກາໂປເກມ” ຢ່າງເປັນທາງການໃນວັນທີ 2 ມິຖຸນານີ້ແລະຈະເລີ່ມແຂ່ງຂັນໃນຫວ່າງວັນທີ 6-8 ມິຖຸນາ 2015, ເຊິ່ງໃນການເຂົ້າຮ່ວມຊີເກມຄັ້ງນີ້ທາງສະຫະພັນພວກເຮົາແມ່ນຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄຳໃຫ້ກັບທັບນັກກິລາລາວ.

ໃນໂອກາດດຽວກັນ, ສະຫະພັນກິລາຢູໂດແຫ່ງຊາດລາວຍັງໄດ້ມອບສາຍແອວເພື່ອຢັ້ງຢືນລະດັບຄວາມສາມາດໃນການຫຼິ້ນກິລາຢູໂດຂອງສະຫະພັນກິລາຢູໂດສາກົນໃຫ້ແກ່ຜູ້ອາວຸໂສ, ຄູເຝິກແລະນັກກິລາລາວຈຳນວນ 10 ທ່ານເຊິ່ງປະກອບມີທ່ານມາກຊຽນລາຕົວສາຍແອວດຳ 3 ດັ້ນ (ທີ່ມີປະສົບການຫຼິ້ນກິລາຢູໂດ 48 ປີ), ທ່ານບຸນເຮັງໂງ່ນທອງສາຍແອວດຳ 3 ດັ້ນ (ປະສົບການ 48 ປີ), ທ່ານໄກສອນລາດປາກດີສາຍແອວດຳ 3 ດັ້ນ (ປະສົບການ 48 ປີ), ທ່ານຈິດຕະເວດນວນຄາຍສີສາຍແອວດຳ 3 ດັ້ນ (ປະສົບການ 20 ປີ), ທ່ານນາງມະຍຸລີພານຸວົງສາຍແອວດຳ 3 ດັ້ນ (ປະສົບການ 17 ປີ), ທ່ານປາລິຖາພຼົມມາລາສາຍແອວດຳ 3 ດັ້ນ (ປະສົບການ 16 ປີ), ທ່ານຈິດດາວອນສິວັນວິໄລສາຍແອວດຳ 3 ດັ້ນ (ປະສົບການ 15 ປີ), ທ່ານໄຊຊະນະບຸນຍະສອນສາຍແອວດຳ 1 ດັ້ນ (ປະສົບການ 17 ປີ), ທ່ານສົມໃຈສີຫາລາດສາຍແອວດຳ 1 ດັ້ນ (ປະສົບການ 5 ປີ) ແລະທ່ານນາງເກສອນອ້ວນວິໄລສາຍແອວດຳ 1 ດັ້ນ (ປະສົບການ 10 ປີ).

11377076_857665187604462_344081365631827812_n