ຢູ່ຫ້ອງແອຫລາຍ ສ່ຽງເປັນ ພະຍາດທາງເດີນຫາຍໃຈ

26_20130709110304.

ເພາະ​ອາ​ກາດ​ທີ່​ຮ້ອນ​ອົບ​ເອົ້າ ຈຶ່ງ​ເຮັດໃຫ້​ຫລາຍ​ຄົນ​ເລືອກ​ທີ່​ຈະ​ຕິດ​ຕັ້ງ​ເຄື່ອງ​ປັບ​ອາ​ກາດ​ໄວ້​ໃນ​ເຮືອນ​ ເຊິ່ງ​ລວມ​ເຖິງ​ບໍລິສັດ​ຫ້າງ​ຮ້ານ​ຕ່າງໆ ທີ່​ເຮັດໃຫ້​ຊີວິດ​ຂອງ​ຄົນ​ໃນ​ສັງຄົມ ຕ້ອງ​ສູບ​ລົມ​ຫາຍ​ໃຈ ​ແລະ ​ນັ່ງ​​ຢູ່ໃນ​ຫ້ອງ​ແອ ທີ່​ໃຫ້​ຄວາມ​ເຢັນ​ສະບາຍ​ກາຍ  ແຕ່​​ວ່າ ​ຄວາມ​ເຢັນ​ທີ່​ບໍ່​ໄດ້​ມາ​ຈາກ​ທຳມະຊາດ​ນີ້ ສາມາດ​ເຮັດ​ໃຫ້​ປ່ວຍ​ໜັກ​ໄດ້​ເຊັ່ນ​ກັນ

ອາ​ກາດ​ເຢັນ​ສະບາຍ​ຈາກ​ຫ້ອງ​ແອເຮັດໃຫ້​ສາວໆ ຫ້ອງການ​ໄດ້​ແຕ່ງ​ໂຕ​ກັນ​ເຕັມ​ທີ່​ກໍ່ແມ່ນ ແຕ່​ວ່າ ​​ລົມ​ເຢັນ​ໆ ຊວນ​ໃຫ້​ສະບາຍ​ໃຈ​ນີ້ ນອກ​ຈາກ​ຈະ​ເຮັດໃຫ້​ຜິວ​ພັນ​ຕ້ອງ​ແຫ້ງ ເຊິ່ງ​ເປັນ​ທີ່​ມາ​ຂອງ​ຮອຍແຫ່ວ​ແລ້ວ ຍັງ​ເຮັດໃຫ້​ເຮົາ​ໄດ້ຍິນ​ສຽງ​ໄອ ຈາມ ແລະ ​ເຈັບ​ຄໍ ເລື້ອຍ​ຂຶ້ນ​ນໍາອີກ​ ເຊິ່ງ​ອາການ​ທີ່​ເວົ້າ​ນີ້ ​ເປັນ​ສ່ວນຫນຶ່ງ​ຂອງ ພະຍາດ​ທາງເດີນ​ຫາຍ​ໃຈ ທີ່​ມັກ​ມີ​ຕົ້ນ​ຕໍ​ມາ​ຈາກ​ການເຮັດວຽກງານ​ຢູ່​ພາຍ​ໃນ​ຫ້ອງ​ແອ

ດ້ານ​ໃນ​ໂພງ​ດັງ​ຂອງ​ຄົນ​ເຮົາ​ມີ​ເສັ້ນ​ເລືອດ​ແດງ​ຂະໜາດ​ນ້ອຍ ເປັນ​ຝາ​ບາງໆ ມີ​ຈຳນວນ​ຫລາຍ ເຊິ່ງ​ມີ​ຫນ້າທີ່​ປັບ​ອາ​ກາດ​ ທີ່​ເຢັນ ​ຫລື ​ແຫ້ງ​ຈາກ​ພາຍນອກ​ໃຫ້​ມີ​ຄວາມ​ອົບ​ອຸ່ນ ​ແລະ ​ມີ​ຄວາມ​ຊຸ່ນ​ສູງ​ຂຶ້ນ ແຕ່​ໃນ​ສະພາບ​ອາ​ກາດ​ທີ່​ຂ້ອນ​ຂ້າງ​ເຢັນ ເຊລ​ຕ່າງໆ ເຊັ່ນ ເຊລ​ເຍື່ອ ​ໂພງ​ດັງ ຄໍ ຫລອດລົມ​ ແລະ ອື່ນໆ ຈະ​ແຫ້ງ​ລົງ​ກວ່າ​ເກົ່າ ເຮັດໃຫ້​ບໍ່​ມີ​ເມືອກ ​ມາ​ປ້ອງ​ກັນ​ເຊລ​ຈາກ​ເຊື້ອ​ພະຍາດ ເຊື້ອ​ພະຍາດ​ຈຶ່ງ​ສຳ​ຜັດ​ກັບ​ເຊລ​ໂດຍ​ກົງ ໃນ​ຂະນະ​ທີ່​ອາ​ກາດ​ເຢັນ​ເພາະ​ເຄື່ອງ​ປັບ​ອາ​ກາດ​ ແລະ ​ບໍ່​ມີ​ການ​ຖ່າຍ​ເທ​ພາຍ​ໃນ​ຫ້ອງ ເຊື້ອ​ໄວ​ຣັສ ​ຈຶ່ງ​ຈະເລີນ​ເຕີບໂຕ​ໄດ້​ດີ ຂະນະ​ທີ່​ເມັດ​ເລືອດ​ຂາວ​ທີ່​ເຮັດ​ຫນ້າທີ່​ດັກ​ຈັບ​ເຊື້ອ​ພະຍາດ​ໃນ​ຮ່າງກາຍ​ເຮັດວຽກ​ໄດ້​ຫລຸດລົງ ສົ່ງ​ຜົນ​ໃຫ້​ເມື່ອ​ຕ້ອງ​ຢູ່ໃນ​ຫ້ອງ​ແອເປັນ​ເວລາ​ດົນ​ໆ ຫລາຍ​ຄົນ​ອາດ​ເຈັບ​ປ່ວຍ​ໄດ້ ພະຍາດ​ທາງເດີນ​ຫາຍ​ໃຈ ເຊັ່ນ ຫວັດ ພູ​ມ​ແພ້​ແລະ ອື່ນໆ ນອກ​ຈາກ​ນີ້ ຖ້າ​ໃຊ້​ນິ້ວ​ແຫຍ່ເຂົ້າໄປ​ໃນ​ຮູ​ດັງ ຫລື ​ຖູ​ແຮງ​ໆ ກໍ​ອາດຈະ​ມີ​ເລືອດ​ອອກ ແລະ ​ຖ້າ​ມີ​ອາການ​ແສບ​ຄໍ​ຮ່ວມ​ນໍາ​ກໍ​ອາດ​ເປັນ​ບາດແຜ​ ແລະ ​ຕິດ​ເຊື້ອ​ໄດ້

ວິທີ​ປ້ອງ​ກັນ ພະຍາດ​ທາງເດີນ​ຫາຍ​ໃ

ຜູ້​ປ່ວຍ​ພະຍາດ​ພູ​ມ​ແພ້ ຫລື​ ຫອບ​ມັກ​ຈະ​ມີ​ອາການ​ເລື້ອຍ​ໆຂຶ້ນ ແລະ ​ຮຸນແຮງ​ຍິ່ງ​ຂຶ້ນ​ເມື່ອ​ຕ້ອງ​ຢູ່ໃນ​ຫ້ອງ​ແອ ດັ່ງ​ນັ້ນ ​ຈຶ່ງ​ຄວນ​ປ້ອງ​ກັນ​ຢ່າງ​ຖືກ​ວິທີ ເພື່ອ​ສຸຂະພາບ​ທີ່​ແຂງ​ແຮງ

  1. ລະ​ວັງ​ບໍ່​ໃຫ້​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ ອາດ​ເປັນ​ການ​ລ້າງ​ມື​ໃຫ້​ສະ​ອາດ​ຢ່າ​ງສະ​ໝໍ່າສະເໝີ ບໍ່​ແກະ ຈັບ ບໍລິເວນ​​ໜ້າ ດັງ ແລະ ​ປາກ ໂດຍ​ທີ່​ຍັງ​ບໍ່​ໄດ້​ລ້າງ​ມື ລວມ​ທັງ​ພະຍາຍາມ​ຢູ່ໃນ​ບ່ອນທີ່​ມີ​ອາ​ກາດ​ຖ່າຍ​ເທ ແລະ ​ຄວນ​ຢູ່​ໃຫ້​ຫ່າງ​ຈາກ​ຜູ້​ທີ່​ເປັນ​ຫວັດ
  2. ຮັກສາຄວາມ​ອົບ​ອຸ່ນ​ຂອງ​ຮ່າງ​ກາຍ
  3. ສ້າງ​ພູ​ມ​ຕ້ານ​ທານ
  • ອອກ​ກຳ​ລັງ​ກາ​ຍຢ່າງສະ​ໝໍ່າ​ສະເໝີ ອາທິດ​ລະ 3ເທື່ອ ເທື່ອ​ລະ 30ນາທີ
  • ນອນ​ໃຫ້​ເຕັມ​ອີ່ມ
  • ກິນອາຫານ​ໃຫ້​ຄົບ 5ໝູ່ ເນັ້ນ​ກິນຜັກ ຫມາກໄມ້​ສົດ ເພື່ອ​ໃຫ້​ຮ່າງກາຍ​ໄດ້ຮັບ​ວິ​ຕາ​ມິນ​ພຽງ​ພໍ

4. ສຳລັບ​ຜູ້​ທີ່​ເປັນ​ພູ​ມ​ແພ້ ຄວນ​ຫລີກ​ລ້ຽງ​ສານ​ທີ່​ກໍ່​ໃຫ້​ເກີດ​ພູ​ມແພ້

5. ລະ​ວັງ​ບໍ່​ໃຫ້​ທາງເດີນ​ຫາຍ​ໃຈ​ແຫ້ງ

  • ໃສ່​ຜ້າ​ອັດ​ປາກ ເພາະ​ຜ້າ​ອັດ​ປາກ​ຈະ​ຊ່ວຍ​ເກັບ​ຄວາມ​ຊຸ່ມ ​ແລະ ​ຄວາມ​ອຸ່ນ​ຂອງ​ລົມ​ຫາຍ​ໃຈ ເຮັດໃຫ້​ທາງເດີນ​ຫາຍ​ໃຈ​ຊຸ່ມຊື່ນ
  • ດື່ມ​ນ້ຳ​​ຫລາຍໆ
  • ວາງ​ຈອກ​ນ້ຳ​ໄວ້​ໃກ້​ໆ ໂຕ ໃນ​ຫ້ອງ​ນອນ ຫ້ອງ​ນັ່ງ​ຫລິ້ນ ແລະ ​ໂຕະ​ເຮັດ​ວຽກ
  • ໃຊ້​ແນວບໍາລຸງຜິວສູດອອ່ນໂຍ່ນທາ​ບໍລິເວນ​ໂພ​ງ​ດັງ

ເບິ່ງແຍງ​ຕົນເອງ ເມື່ອ​ເລີ່ມ​ປ່ວຍເປັນ ພະຍາດ​ທາງເດີນ​ຫາຍ​

  1. ນອນ​ຫລັບ​ໃຫ້​ພຽງ​ພໍ ຢ່າງ​ນ້ອຍ​ມື້​ລະ 6-8ຊົ່ວ​ໂມງ ເພື່ອ​ໃຫ້​ພູ​ມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ເຮັດວຽກ​ໄດ້​ດີ​ຂຶ້ນ
  2. ຮັບກິນອາຫານ​ໃຫ້​ຄົບ 5ໝູ່ ໂດຍ​ໃຫ້​ເລືອກ​ກິນ​ອາຫານ​ຍ່ອຍ​ງ່າຍ ແລະ ​ເລືອກ​ກິນ​ຜັກ​ຫມາກໄມ້​ສົດ
  3. ລ້າງ​ດັງ ເມື່ອ​ຈາມ​ເລື້ອຍໆ ຫລື​ ຮູ້ສຶກ​ຄັນ​ດັງ ເພື່ອ​ລ້າງ​ສານ​ ຄັນ​ຫລັ່ງ​ອອກຈາກ​ດັງ ໂດຍ​ໃຫ້​ໃຊ້​ນ້ຳ​ເກືອ 0.9ສ່ວນຮ້ອຍ ຫລື​ ນ້ຳ​ຕົ້ມ​ສຸກ​ທີ່​ເຢັນ​ແລ້ວ 750ຊີ​ຊີ ປະສົມ​ເກືອ​ແກງ 2ບ່ວງນ້ອຍ ໃສ່​ໃນ​ຫລອດ​ສີດ​ຢາ​ຂະໜາດ 10ຊີ​ຊີ (ບໍ່​ມີ​ເຂັມ) ຈາກ​ນັ້ນ​ກົ້ມ​ໜ້າ​ອ້າ​ປາກ​ ແລະ ​ກັ້ນ​ຫາຍ​ໃຈ ແລ້ວ​ຈຶ່ງ​ສີດ​ນ້ຳ​ເກືອ​ເຂົ້າໄປ​ໃນ​ດັງ​ຂ້າງ​ລະ 2​ 3ເທື່ອ ເຮັດ​ທັງ​ເຊົ້າ ​ແລະ ​ແລງ ຈົນ​ອາການ​ດີ​ຂຶ້ນ
  4. ຄວນ​ພົບ​ໝໍຖ້າ​ອາການ​ບໍ່​ດີ​ຂຶ້ນ ໄຂ້​ບໍ່​ລົງ ແລະ​ ຮູ້ສຶກ​ປວດ​ກ້າມ​ຊີ້ນ ເນື່ອງ​ຈາກ​ອາດ​ເປັນ​ໄຂ້​ຫວັດ​ໃຫຍ່ ສ່ວນ​ໄຂ້​ຫວັດ​ທຳມະດາ​ມັກ​ມີ​ອາການ​ຄັນ​ດັງ ນ້ຳ​ມູກ​ໄຫລ ໄອ ຈາມ ແລະ​ ຄັນ​ຄໍ ​ເປັນ​ອາການ​ເດັ່ນ ແຕ່​ບໍ່​ຄ່ອຍ​ມີ​ໄຂ້​ສູງ​ຫລາຍ​

ເຖິງແມ່ນວ່າ ​ການ​ໃຊ້​ເຄື່ອງ​ປັບ​ອາ​ກາດ​ຈະ​ເບິ່ງ​ຄື​ຫລາຍ ​ດ້ວຍ​ຂໍ້​ເສຍ​ທີ່​ພ້ອມ​ທໍາລາຍ​ສຸຂະພາບ​ຂອງ​ເຈົ້າ ແຕ່​ຖ້າ​ເຮົາ​ຮູ້​ຈັກ​ໃຊ້​ຢ່າງ​ຖືກ​ວິທີ ​ແລະ ​ມີ​ການ​ປ້ອງ​ກັນ​ຕົນເອງ ເຊັ່ນ ອອກ​ໄປ​ສູນ​ອາ​ກາດ​ບໍລິສຸດ​ທາງນອກ ຫລື​ ຕິດ​ຕັ້ງ​ເຄື່ອງ​ປັບອາ​ກາດ