ຣັດເຊຍເນລະເທດນັກການທູດສະວີເດັນ ຫລັງມີການເນລະເທດນັກການທູດຣັດເຊຍກ່ອນ!

558000009078101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ທາງການຣັດເຊຍໄດ້ເນລະເທດນັກການທູດສະວີເດັນຄົນໜຶ່ງອອກນອກປະເທດ ໂດຍຍັງບໍ່ທັນມີການເປີດເຜີຍຊື່ຂອງນັກການທູດດັ່ງກ່າວແຕ່ຢ່າງໃດ ເນື່ອງຈາກຣັດເຊຍຕ້ອງການສະແດງຈຸດຢືນຕອບໂຕ້ລັດຖະບານສະວີເດັນ ທີ່ໄດ້ເນລະເທດນັກການທູດຣັດເຊຍອອກນອກປະເທດກ່ອນໜ້ານີ້ ອັນໄດ້ເຮັດໃຫ້ຄວາມສຳພັນລະຫວ່າງສອງປະເທດ ນັບມື້ນັບຫລຸດລົງ ນັບຕັ້ງແຕ່ 2 ປີຜ່ານມາ.