ລມຊ. ກະຊວງສຶກສາຯ ເຜີຍຜົນສຳ​ເລັດ​ເບື້ອງ​ຕົ້ນຂອງ ​ການ​​ປະຕິ​ຮູບ​ລະ​ບົບການ​ສຶກສາ​ແຫ່ງ​ຊາດ

ສະຫາຍ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ຄຳ​ເຫັນຕໍ່​ກອງ​ປະຊຸມ​ໃຫຍ່​ ຜູ້​​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ, ຊຶ່ງ​ໄດ້​ສຳ​ເລັດ​ລົງ​ໃນ​ວັນ​ທີ 22 ມັງກອນ​ນີ້, ກ່ຽວ​ກັບ​​ຜົນສຳ​ເລັດ​ຂອງ​ ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ​ ຂອງປະ​ເທ​ດ​ເຮົາ​ວ່າ: ລະບົບ​ການ​ສຶກສາ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ​ແຕ່ລະ​ປີ​ຈຳນວນ​ຜູ້​ຮຽນ​ໄດ້​ເພີ່ມ​ຂຶ້ນ ສາມາດ​ບັນລຸ​ຄາດໝາຍ​ຂອງ​ແຜນງານ​ແຫ່ງ​ຊາດການ​ສຶກສາ​ເພື່ອ​ທຸກ​ຄົນ ​ກໍ​ຄື​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ປີ 2015 ກ່ຽວ​ກັບ​ອັດຕາ​ເຂົ້າ​ຮຽນ​ຂອງ​ນັກຮຽນ ​ໃນ​ສາຍ​ສາມັນ​ສຶກສາ​ ​ເປັນ​ຕົ້ນ ​ໄດ້​ປະກາດ​ຈົບ​ຊັ້ນ​ປະ​ຖົມ​ບຳລຸງ​ທົ່ວ​ປະ​ເທດ​ເປັນ​ທາງ​ການ ​ໃນ​​ເດືອນ​ສິງຫາ 2015 ຜ່ານ​ມາ​ນີ້, ມາ​ຮອດ​ປັດຈຸບັນ​ມີ 57 ​ເມືອງ, 2 ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ ​ໄດ້​ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ; ພ້ອ​ມນີ້ ​ໄດ້​ປັບປຸງ ​ແລະ ຈັດ​ລະບົບ​ການ​ຈັດການ​ຮຽນ-ການ​ສອນ ​ໃຫ້​ຮັດກຸມ​ກວ່າ​ເກົ່າ ​ເພື່ອ​ເອົາ​ຄຸນ​ນະພາ​ບ ​ດ້ວຍ​ການ​ປ່ຽນ​ແປງ​ວິທີ​ການ​ຮັບ​ນັກຮຽນ​ເຂົ້າ​ຮຽນ, ສົ່ງ​ເສີມ​ເພດ​ຍິງ, ຊົນ​ເຜົ່າ, ຜູ້​ດ້ອຍ​ໂອກາດ, ຜູ້​ມີ​ຄຸນສົມບັດ​ດີ, ຮຽນ​​ເກັ່ງ​ໃຫ້​ໄດ້​ຮຽນ​ລະດັບ​ສູງ​ຂຶ້ນ ​ຕາມ​ພອນ​ສະຫວັນ ​ແລະ ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ; ​ໄດ້​ຮ່ວມ​ມື​ກັບ​ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ ​ໃນ​ການ​ສ້າງ​ກຳລັງ​ແຮງ​ງານ, ​ໂດຍ​ສະ​ເພາະ​ ການ​ສ້າງ​ສີມື​ແຮງ​ງານ​ຢູ່​ສະຖານ​ອາຊີວະ​ສຶກສາ.

ບັນດາ​ມະຫາວິທະຍາ​ໄລ​ຂອງ​ລາວ​ເຮົາ​ໄດ້​ຮ່ວມ​ມື​ກັບ 30 ​ແຫ່ງ​ຂອງ​​ມະຫາວິທະຍາ​ໄລ​ຕ່າງ​ປະ​ເທດ, 8 ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ໄດ້​ດຳ​ເນີນ​ໂຄງການ​ຄົ້ນ​ຄວ້າວິ​ໄຈ​ວິທະຍາສາດ ​ຫລາຍ​ກວ່າ 300 ​ໂຄງການ ​ແລະ ​ໄດ້​ນຳ​ເອົາ​ຜົນ​ການ​ຄົ້ນ​ຄ້ວາ​ວິ​ໄຈ​ດັ່ງກ່າວຈຳນວນ​ໜຶ່ງ​ ລົງ​ພິມ​ເຜີຍ​ແຜ່​ໃນ​ວາລະສານວິທະຍາ​ສາດ ​ໃນ​ລະດັບ​ສາກົນ; ​ໄດ້​ດັດສົມ​ຈຳນວນ​ນັກຮຽນ​ເຂົ້າ​ຮຽນ​ວິຊາ​ສະ​ເພາະ​ລະດັບ​ຕ່າງໆ ​ໄປ​ຕາມ​ທິດ​​ແບບ​ຮູບ​ທາດ, ​ຊຶ່ງ​ເຮັດ​ໃຫ້​ກະ​ແສ​ນັກຮຽນ​ເຂົ້າ​ຮຽນ​ວິຊາ​ຊີບ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ຄື: ສົກຮຽນ​ປີ 2010-2011 ມີ​ນັກຮຽນ​ສາຍ​ອາຊີວະ​ສຶກສາ 40 ພັນ​ກວ່າ​ຄົນ, ມາ​ເຖິງ​ສົກ​ປີ 2014-2015 ມີ 64 ພັນ​ກວ່າ​ຄົນ ​ແລະ ມີ​ນັກ​ສຶກສາ​ມະຫາວິທະຍາ​ໄລ 36 ພັນ​ກວ່າຄົນ, ຊຶ່ງ​ກ່ອນ​ໜ້າ​ນັ້ນ ຈຳນວນ​ນັກ​ສຶກສາ​ມະຫາວິທະຍາ​ໄລ ​ຈະ​ຫລາຍ​ກວ່າ​ຈຳນວນ​ນັກຮຽນ​ສາຍ​ອາຊີວະ​ສຶກສາ ​ແລະ ດ້ານ​ຄຸນນະພາ​ບການ​ສຶກສາ  ​ຂອງ ສປປ ລາວ ມີ​ທ່າ​ອ່ຽງກ້າວ​ສູ່​ຄຸນ​ນະພາ​ບ​ໃໝ່​ຢ່າງ​ຕັ້ງ​ໜ້າ, ​ນັກຮຽນ​ລາວ​ເຮົາ ສາມາດ​ເຂົ້າ​ຮ່ວມ​ແຂ່ງຂັນ​ສີມື​ແຮງ​ງານ​ໃນ​ລະດັບ​ພາກ​ພື້ນ ​ແລະ​ ​ເຂົ້າ​ຮ່ວມ​ສອບ​​ເສັງ​ດ້ານ​ໄອ​ທີ​ໃນ​ລະດັບ​ໂລກ ຊຶ່ງ​ຜົນ​ຂອງ​ການ​ແຂ່ງຂັນ​ແຕ່​ລະ​ຄັ້ງ ​ໄດ້​ດີ​ພໍ​ສົມຄວນ ​ແລະ ຢູ່​ໃນ​ຂອບມາດຖານ​ຂອງ​ພາກ​ພື້ນ ​ແລະ ສາກົນ.

​ເວົ້າ​ລວມ​ແລ້ວ ພື້ນຖານ​ຂອງ​ການ​ປະຕິ​ຮູບ​ລະ​ບົບການ​ສຶກສາ​ແຫ່ງ​ຊາດ ກໍ​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ 5 ປີ ຜ່ານມາ ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ​ໄດ້​ມີ​ຄວາມ​ສອດຄ່ອງ ​ແລະ ກົມກຽວ​ກັນ​ດີ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ​ກຳລັງ​ແຮງ​ງານ, ນັກວິຊາການ​ລະດັບ​ສູງ ​ແລະ ນາຍ​ຊ່າງ​ກຳມະກອນ ​ໄດ້​ມີ​ການ​ຫັນປ່ຽນ​ຈາກ ​ແບບ​ຮູບ​ຂັນ ກ້າວ​ໄປ​ສູ່ແບບ​ຮູບ​ທາດ​ເທື່ອ​ລະ​ກ້າວ ​ແລະ ຄາດ​ວ່າ: ​​ໃນ​ສົກ​ປີ​ຕໍ່ໜ້າ​ ຂະ​ແໜງ​ການ​ສຶກສາ ຍັງ​ຈະ​ໄດ້​ສືບ​ຕໍ່​ປັບປຸງ​ບາງ​ຂໍ້ຄົງຄ້າງ​ຈຳນວນ​ໜຶ່ງ​ເຊັ່ນ: ອັດຕາ​ລອດ​ເຫລືອ​ຂອງ​ນັກຮຽນ​ຊັ້ນ​ປະຖົມ ປ1 ຮອດ ປ5 ບັນລຸ​ພຽງ​ແຕ່ 78,3% ​ເຊິ່ງຄາດໝາຍ​ໄດ້​ກຳນົດ​ໄວ້​ໃຫ້​ບັນລຸ 95%, ຄຸນ​ນະພາ​ບຂອງ​ການ​ສຶກສາ ມີ​ທ່າ​ອ່ຽງດີ​ຂຶ້ນ ​ແຕ່​ຖ້າ​ທຽບ​ໃສ່​ພາກ​ພື້ນ ​ແລະ ສາກົນ ຖືວ່າ​ຍັງ​ຕ່ຳ, ສະພາບ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ເຫລືອ​ບໍ່ພໍ​ ຍັງ​ເປັນ​ບັນຫາ​ທີ່​ຈະ​ຕ້ອງ​ຮີບ​ຮ້ອນ​ແກ້​ໄຂ​​ ​ເພື່ອສາມາດ​ຕອບ​ສະໜອງ​ກັບ ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ​ ໃຫ້​ດີກ​ວ່າ​ເກົ່າ.

 

ແຫລ່ງຂ່າວ:

ລພນ