ລັດຍູ້ຜູ້ປະກອບການຄ້າເຂົ້າ ກຽມສົ່ງອອກເຂົ້າສານໄປ ສປ ຈີນ

20141204131950

 

ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ໃນ​ການ​ສົ່ງ​ເຂົ້າສານ​ອອກ​ໄປ ​ສປ ຈີນ ແລະ ທັງ​ຮັບປະກັນ​ຄວາມປອດ​ໄພ​ຂອງ​ຜົນ​ຜະລິດ​

ກະສິກຳ ອຸດສາຫະກຳ​ປ່າໄມ້ ແລະ ນິເວດທະ​ຍາຂອງ ສປ ຈີນ ໂດຍ​ອີງໃສ່​ຜົນ​ການ​ວິໄຈ​ການ​ປະ​ເມີນ​ຜົນ ຄວາມ​ສ່ຽງ​ສັດຕູ

​ພືດ ແລະ ຫຼັກການ​ຂໍ້​ກຳນົດ​ເງື່ອນໄຂ ມາດ​ຕະການ​ນຳ​ໃຊ້​ສຸ​ຂະ​ນາ​ໄມ​ພືດຂອງອົງການ​ການ​ຄ້າ​ໂລກ (SPS Protocol) ອົງ

ການ​ບໍລິຫານ​ຄຸ້ມຄອງ​ກວດກາ​ຄຸນະພາບ ແລະ ການ​ກັກ​ກັນ​ພືດ ແລະ ສັດແຫ່ງ ​ສປ ຈີນ ແລະ ກະຊວງ​ກະສິກຳ ແລະ ປ່າ

ໄມ້ ​ສປປ ລາວ ໄດ້​ຕົກລົງ​ກ່ຽວ​ກັບ​ຂໍ້​ກຳນົດ​ເງື່ອນໄຂດ້ານ​ການ​ກວດກາ ແລະ ກັກ​ກັນ ສຳລັບ​ການ​ນຳ​ເຂົ້າສານ​ເຂົ້າ​ໃນປະ

ເທດ.

 

ເພື່ອ​ເຮັດ​ໃຫ້​ບັນດາ​ຂໍ້​ກຳນົດໃນ​ແຕ່​ລະ​ມາດຕາ ລວມ​ທັງ​ໝົດ 12 ມາດຕາ ທີ່​ທັງ​ສອງ​ຝ່າຍ​ລາວ-ຈີນ ໄດ້​ປຶກສາ​ຫາລື​ກັນ​

ກ່ອນ​ໜ້າ​ນີ້ ​ໃຫ້​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຖືກຕ້ອງ​ສອດຄ່ອງ​ ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະໂຫຍດ ໂດຍ​ສະເພາະ ຂໍ້​ກຳນົດ​ກ່ຽວ​

ກັບເຂົ້າ​ສານ​ທີ່​ຂັດໃຫ້​ຂາວ​ແລ້ວ ຮັບປະກັນ​ທາງ​ດ້ານ​ປະລິ​ມານ ແລະ ຄຸນະພາບ ລວມທັງ​ຂໍ້​ກຳນົດ​ໃນ​ການຈັດຕັ້ງ​ປະຕິ

ບັດ ແລະ ຂັ້ນ​ຕອນ​ອື່ນໆ.

 

ວັນ​ທີ 4 ທັນວາ 2014 ທີ່ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່​ຂໍ້​ກຳນົດ​ເງື່ອນໄຂ​ການ​ສົ່ງ​ເຂົ້າສານລາວ​

ອອກ​ໄປ ​ຍັງ ​ສປ ຈີນ ຂຶ້ນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ພວງ​ປາ​ຣິ​ສັກ ປຣະ​ວົງ​ວຽງ​ຄຳ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ

ຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ສີ​ສູນທອນ ສິດ​ທິມ​ລະດາ ຜູ້​ຊ່ວຍ​ວຽກຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳວຽກ​ງານ​ເສດຖະ

ກິດ ການ​ຜະລິດ ແລະ ຈໍ​ລະ​ຈອນ ມີ​ບັນດາ​ທ່ານ ຫົວໜ້າ​ກົມ ຮອງ​ກົມ ຜູ້​ປະກອບການ​ພາຍ​ໃນ ແລະ ຕ່າງປະເທດ ແລະ

ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່