ຫວຽດນາມ ໃຫ້ທຶນການສຶກສາລາວ ພັນທຶນ

11822794_421879461349173_6067743415475716143_n

ລັດຖະບານຫວຽດນາມ ໃຫ້ທຶນການສຶກສາລາວ ພັນທຶນ

ຂປລ, ໃນສົກປີ 2015-2016 ລັດຖະບານ ສສ ຫວຽດນາມ ໃຫ້ທຶນການສຶກສາແກ່ພະນັກງານ, ນັກສຶກ ສາລາວ ໄປຮຽນຢູ່ ສສ ຫວຽດນາມ ຈຳນວນ 1.000 ທຶນ, ຮຽນລະບົບມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ ແລະ ບຳລຸງໄລຍະສັ້ນ(ນັບທັງທຶນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 30 ທຶນ ໃຫ້ແກ່ລູກຫລານຊາວ ຫວຽດນາມ ຕ່າງດ້າວ ຢູ່ ລາວ), ເຊິ່ງທັງສອງຝ່າຍເປັນເອກະພາບ ຮັກສາຈຳນວນເບ້ຍລ້ຽງ ດັ່ງກ່າວຮອດປີ 2020.
ກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍການຮ່ວມມືທະວິພາຄີ ໃນເດືອນມັງກອນ ປີ2015 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ຮູ້ວ່າ: ສົກຮຽນ2014 – 2015 ຈຳນວນພະນັກງານ, ນັກສຶກສາລາວ ທີ່ກຳລັງຮຽນ ແລະ ຄົ້ນຄວ້າຢູ່ ຫວຽດນາມ ມີທັງໝົດຈຳນວນ 9.295 ຄົນ(ທຶນລັດຖະບານ ມີ 3.780 ຄົນ, ທຶນຮ່ວມມືຂອງບັນດາທ້ອງຖິ່ນ ແລະ ບັນດາກະຊວງ, ຂະແໜງການ 3.092 ຄົນ, ທຶນສ່ວນຕົວ 2.295 ຄົນ, ທຶນຈາກບັນດາບໍລິສັດຫວຽດນາມ ທີ່ມາລົງ ທຶນຢູ່ລາວ 110 ຄົນ ແລະ ທຶນອົງການຈັດຕັ້ງສາກົນ 20 ຄົນ) ເຊັ່ນດຽວກັນ ຈຳນວນນັກສຶກສາຫວຽດນາມ ກຳລັງ ຮຽນຢູ່ ລາວ ມີຈຳນວນ 428 ຄົນ ໃນນັ້ນທຶນລັດຖະບານ 194 ຄົນ.
ໃນປີ 2014 ຜ່ານມາ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຄັດເລືອກເອົາລູກ ຫລານຊາວຫວຽດນາມ ຕ່າງດ້າວ ຈຳນວນ 27 ທຶນ ໄປຮຽນຢູ່ຫວຽດນາມ, ໄດ້ຈັດສັນທຶນຈາກແຫລ່ງທຶນຊ່ວຍເຫລືອລ້າ ໃຫ້ກະຊວງສຶກ ສາທິການ ແລະ ກິລາ ເພື່ອບຳລຸງສ້າງພາສາຫວຽດນາມ ຂັ້ນພື້ນຖານຢູ່ລາວ ໃຫ້ແກ່ນັກສຶກສາທີ່ກຽມໄປຮຽນຢູ່ ຫວຽດນາມ ຈຳນວນ 2 ຕື້ດົງ.

ແຫຼ່ງຂ່າວ:
11822705_421088098094976_3970842708351530393_n