ລັດຖະບານ ເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນພະຍາດເມີສ ຢ່າງເຂັ້ມງວດ!

5445f34bae293456680e557a

ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະ ທຳ-ສັງຄົມເມື່ອບໍ່ດົນມານີ້, ຫ້ອງວ່າ ການລັດຖະ ບານຈຶ່ງໄດ້ອອກ ແຈ້ງການເພີ່ມຕື່ມໃຫ້ກະຊວງສາ ທາລະນະສຸກ ແລະ ຂະແໜງການ ອ້ອມຂ້າງກ່ຽວຂ້ອງຈົ່ງພ້ອມກັນສືບຕໍ່ເຝົ້າລະວັງ, ກວດກາ ແລະ ປ້ອງກັນພະຍາດຊຶມເຊື້ອລະບົບຫາຍໃຈ (MERS-Cov) ຢ່າງເຂັ້ມງວດຄື ໃຫ້ມີມາດຕະການກວດກາ ຢູ່ດ່ານສາກົນຢ່າງເຄັ່ງຄັດ, ພ້ອມທັງກະກຽມສະຖານທີ່ປິ່ນປົວ, ອຸປະກອນ ແລະ ຢາໃຫ້ດີ, ຄຽງຄູ່ກັນນັ້ນ ກໍໃຫ້ມີການເພີ່ມທະວີວຽກງານໂຄສະນາຜ່ານສື່ມວນຊົນຕ່າງໆໃຫ້ກ້ວາງຂວາງເພື່ອໃຫ້ປະຊາຊົນຮັບຊາບ, ຮູ້ວິທີປ້ອງກັນ ແລະ ໄປພົບແພດເມື່ອຈຳເປັນ.

ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ພາຍຫຼັງມີການລະບາດຂອງພະຍາດດັ່ງກ່າວຢູ່ບັນດາປະເທດ ຕາເວັນອອກ ກາງ, ປະເທດລາວເຮົາກໍໄດ້ຕິດຕາມ ແລະ ເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ ແລະ ກໍເຮັດໄດ້ດີພໍສົມຄວນ, ແຕ່​ເນື່ອງຈາກ​ສະພາບ​ການລະບາດ​ຂອງ​ພະຍາດດັ່ງກ່າວຢູ່​ຫລາຍປະເທດ ກໍ​ຄື ​ສ.ເກົາ​ຫຼີ ໃນ​ປັດຈຸບັນ​ແມ່ນ​ຍັງ​ມີ​ຈຳນວນ​ຜູ້​ຕິ​ດ​ເຊື້ອ ​ແລະ ​ເສຍ​ຊີວິດ​ເພີ່ມ​ຂື້ນ​ເລື້ອຍໆ ​​ແລະ ປະ​ເທດ​ເຮົາ​ກໍ​ຖື​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ຄວາມ​ສ່ຽງ​ຈາກ​ພະຍາດ​ນີ້, ​ເນື່ອງ​ຈາກ​ຍັງ​ມີ​ການ​ເດີນທາງ​ໄປມາ​ໂດຍ​ກົງ​ລະຫວ່າງ​ປະ​ເທດ​ທີ່​ມີ​ການລະບາດ, ດັ່ງ​ນັ້ນ ​ມັນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະຍາດ​ດັ່ງກ່າວໃຫ້​ເຂັ້ມ​ງວດ​ຂຶ້ນຕື່ມຕາມແຈ້ງການ ຂອງຫ້ອງ ວ່າການ ລັດຖະບານ,​​ ໂດຍ​ສະ​ເພາະ​ແມ່ນ​ຢູ່​ຕາມດ່ານ​ສາ​ກົນ​ຕ່າງໆ ກໍຄືການກຽມພ້ອມທັງ ດ້ານສະຖານທີ່, ອຸປະກອນ ແລະ ຢາ, ພ້ອມສືບຕໍ່​ຕິດຕາມ​ ​​ແລະ ​​ແນະນຳວິ​ທີ​ປ້ອງ​ກັນ​ຕົນ​ເອງ​ໃຫ້​ແກ່ຜູ້​ທີ່​ເດີນທາງ​ເຂົ້າ-​ອອກ​ປະ​ເທດ​ທີ​່ມີ​ການລະບາດ​​ເຊັ່ນ:​ ວິທີ​ປ້ອງກັນ​ໂດຍ​ພື້ນຖານ​ຄື ການ​ຮັກສາ​ອະນາ​ໄມ​ຕົນ​ເອງ​​ເປັນ​ປະຈຳ, ລ້າງ​ມື​ເປັນ​ປະຈຳ,​​ ໃຊ້​ຜ້າ​ອັດ​ປາກ, ຫຼີກ​ລຽງ​ການ​ສຳຜັດ​ກັບຜູ້ຕິດເຊື້ອພະຍາດ​, ຫຼີກ​ລຽງ​ການ​ບໍລິ​ໂພ​ກຊີ້ນ​ດິບ, ນົມ​ດິບ ​ຫຼື ຜະລິດ​ຕະພັນ​ອາຫານ​ທີ່​ບໍ່​ທັນ​ຄົວ​ສຸກ.

 

ຂອບໃຈຂ່າວຈາກ:

ລພນ