ລັດຖ​ະບານ​ລາວ​ ມອບ​ເງິນ ໜຶ່ງແສນໂດ​ລາ ຊ່ວຍ​ຜູ້​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່ເນ​ປານ

14301888141430188825l

ລັດຖະບານ​ແຫ່ງ ສປປ ລາວ,​ ໄດ້​ມອບ​ເງິນ​ຈຳນວນແສນ​ໂດ​ລາ​ສະຫະລັດ,​ ໃຫ້​ແກ່​ລັດຖະບານ​ເນປານເພື່ອ​ປະກອບສ່ວນ​ບັນ​ເທົາ​ທຸກ​​ໃຫ້​ແກ່​ປະຊາຊົນ​ເນ​ປານທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດການ​ແຜນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ໃນ​ວັນ​ທີ 25 ​ເມສາຜ່ານ​ມາ,​ ເຊິ່ງ​ໄດ້​ສ້າງ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ ​ແລະ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າ​ງໜັກ​ໃຫ້​ແກ່​ປະຊາຊົນ​ເນ​ປານ, ໂດຍລັດຖະບານ​ລາວ​ໄດ້​ຕົກ​ລົງ​ໃຫ້ທ່ານຫລີບຸນ​ຄ້ຳເອກ​ອັດ​ຄະ​ລັດຖະທູດລາວປະຈຳຣາຊະ​ອານາ​ຈັດ​ໄທ​ເປັນ​ຜູ້​ມອບ​ຜ່ານ​ທູດ​ນາ​ປານປະຈຳຣາຊະ​ອານາຈັກ​ໄທທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ບາງກອກ, ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ໄປ​ມອບ​ໃຫ້​ລັດຖະບານເພື່ອຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ແຜນ​ດິນ​ໄຫວ​ຄັ້ງ​ນີ້ ແລະ ຖ້າ​ຫາກ​ທ່ານ​ໃດ, ບຸກຄົນ​ ຫລືນິຕິບຸກຄົນໃດ, ລວມທັງ​ຫ້າງ​ຮ້ານ ​ແລະ ບໍລິສັດ​ຕ່າງໆທີ່​ມີ​ຄວາມ​ປະສົງ​ຢາກ​ຈະ​ປະ ກອບສ່ວນ​ກໍສາມາດ​ປະກອບສ່ວນ​ໄດ້​ໂດຍ​ໃຫ້​ຕິດ​ຕໍ່​ກັບ​ກົມ​ຄຸ້ມ​ຄອງ​ໄພພິບັດ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເບີ​ໂທລະສັບ:021-262120,265017 ຫລືພົວພັນ​ກັບ​ກົມ​ມະຫາຊົນ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ກະຊວງ​ການ​ຕ່າງປະ​ເທດ ​ເບີ​ໂທ:021-261691,911276,263574.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ