ລາວກຽມຄວາມພ້ອມ​ການເປັນປະທານອາຊຽນ ໃນປີ 2016

e0b8a5e0b8b2e0b8a7

ໃນວັນທີ 11 ກັນຍານີ້, ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາ​ຫາລືຮ່າງແຜນບູລິມະສິດປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ແລະ ບັນດາເນື້ອໃນຕ່າງໆໃຫ້ແກ່ການເປັນປະທານອາຊຽນຂອງລາວ ໃນປີ 2016 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ປິ່ນປາຖະ ໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາ ຊຽນ ແລະ ເຈົ້າໜ້າທີ່ອາວຸໂສຈາກກະຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນຂອງ​ລາວ ​​ໃຫ້​ຮູ້ວ່າ: ​ເພື່ອ​ເປັນ​ການ​ກຽມຄວາມ​ພ້ອມ​ທາງ​ດ້ານ​ເນື້ອ​ໃນ​ໃຫ້​ແກ່​ການ​ເປັນ​ປະທານ​ອາ​ຊຽນຂອງ​ລາວ ກໍ​ຄື​ການ​ເປັນ​ປະທານ​ກອງ​ປະຊຸມ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ປີ 2016ນີ້, ​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທັງ 10 ກວ່າ​ກະຊວງ​ ​ໄດ້​ຮ່ວມ​ກັນປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົດຮຽນ​​ໃນການ​ເປັນ​ປະທານ​ອາ​ຊຽນທີ່​ຜ່ານ​ມາ​ຂອງ​ບັນດາ​ປະ​ເທດ​ສະມາຊິກຕ່າງໆ ​ໃນ​ການ​ກໍານົດ​ແຜນ​ບູລິ​ມະ​ສິດ​ຂອງ​ຕົນ, ​ໃນ​ໄລຍະ​ຜ່ານ​ມາ ຊຶ່ງ​ມີ​ທັງ​ຜົນສຳ​ເລັດ ​ແລະ ສິ່ງ​ຄົງ​ຄ້າງ​ຕ່າງໆໃນ​ການນຳສະ​ເໜີ​ແຜນ​ບູລິ​ມະ​ສິດ​ຂອງ​ຕົນ​ ເພື່ອ​​ເປັນ​ບົດຮຽນ​ສຳລັບ​ການ​ເປັນ​ປະທານ​ອາ​ຊຽນຂອງ​ລາວມີ​ຜົນສຳ​ເລັດ​ສູງ. ນອກຈາກ​ນີ້ ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຂອງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ ​ໄດ້​ສະ​ເໜີ​​ໃຫ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ວຽກ​ທີ່​ມີ​ຄຸນ​ຄ່າ ​ແລະ ​ເປັນ​ທຳ​ເພື່ອ​ພັດ ທະນາ​ເສດຖະກິດ​​ຊົນນະບົດ,

ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ສະ​ເໜີ​​ເອົາ​ວຽກ​ການ​ສຶກສາກ່ອນ​ໄວ​ຮຽນ ​ແລະ ວຽກ​ງານ​ກິລາ ​​ເປັນ​ກິດຈະກຳ​ຕິດ​ພັນກັບ​ການສົ່ງ​ເສີມ​ການ​ຮັກສາ​ສຸຂະພາບ ​ແລະ ​ເຈົ້າ​ໜ້າທີ່​ອາວຸ​ໂສ​ຂອງ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາ​ມທຸກ​ຍາກ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃນ​ການແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່​ລາວ ​ແລະ ການ​ຈັດ ສັນພູ​ມລຳ​​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຢ່າງ​ຖາວອນ​ໃຫ້​ປະຊາຊົນ, ​ເພື່ອ​ຫລຸດຜ່ອນ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ເຂົາ​ເຈົ້າ​ໃຫ້​ບັນລຸ​ຜົນສຳ​ເລັດ​ໂດຍ​ໄວ, ພິ​ເສດ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ກໍໄດ້​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແມ່ຍິງ​ຜູ້​ທຸກ​ຍາກ ​ແລະ ການ​ເຊື່ອມ​ຊຶມ​ບົດບາດ​ຍິງ​-ຊາຍ, ​ເຂົ້​າ​ໃນ​ທຸກຂະ​ແໜງ​ການ ​​ແລະ ສັງຄົມ, ​ເພື່ອ​ໃຫ້​ປະທານ​ກອງ​ປະຊຸມພິຈາລະນາ ​ແລະ ​ປັບປຸງ​​ໃຫ້​ສອດຄ່ອງ.

 

ແຫລ່ງຂ່າວ:

ລພນ