ລາວຟອດ ມອບທຶນການສຶກສາ ແກ່ນັກສຶກສາ ສະຖາບັນລານິດ ມູນຄ່າ 160 ລ້ານກີບ

ບໍລິສັດ ລາວຟອດຊິ​ຕີ ຕົວ​ແທນ​ຈຳໜ່າຍລົດ​ຟອດລາຍ​ໃຫຍ່​ປະຈຳ ສປປ ລາວ ​ເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ເພື່ອ​ກຽມ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ຂະ​ແໜງການທ່ອງທ່ຽວ ​ແລະ ​ໂຮງ​ແຮມຈຶ່ງ​ໄດ້​ມອບ​ທຶນ​ການ​ສຶກສາຈຳນວນ 8 ທຶນ ​​ໃຫ້​ກັບ​ນັກ​ສຶກສາ ​ສະ​ຖາ​ບັນການທ່ອງທ່ຽວ ​ແລະ ​ໂຮງ​ແຮມ​ແຫ່ງ​ຊາດ (ລາ​ນິດ ​: LANITH) ມູນ​ຄ່າ​ປະມານ 160 ລ້ານ​ກີບ (20.000 ​ໂດ​ລາ​ສະຫະລັດ).

ພິທີ​ມອບ-ຮັບ​ທຶນ​ການ​ສຶກສາ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 13 ມັງກອນຜ່ານ​ມາ, ທີ່​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ​ໂຮງ​ແຮມ​ແຫ່ງ​ຊາດນະຄອນຫຼວງວຽງຈັນ, ​ໂດຍ​ຕາງໜ້າກ່າວ​ມອບຂອງທ່ານ ​ເດ​ວິດລອບລິນຜູ້​ຈັດການ​ຝ່າຍ​ຂາຍບໍລິສັດຟອດມໍ​ເຕີພາກພື້ນ​ເອ​ເຊຍ-​ແປ​ຊິ​ຟິກ ​​ແລະກ່າວ​ຮັບແມ່ນທ່ານນາງ ​ສາຍສະຫວັດຈ່າ​ສານຮັກສາ​ການຜູ້ອຳນວຍການ​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ​ໂຮງ​ແຮມ​ແຫ່ງ​ຊາດ, ມີ​ຜູ້ຕາງໜ້າຈາກ​ ບໍລິສັດລາວ​ຟອດຊິ​ຕີ, ພະນັກງານ​ວິຊາ​ກາ​ນທີ່ກ່ຽວຂ້ອງ, ຄູ-ອາຈານ ​ແລະນັກ​ສຶກສາ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

​ໂອກາດ​ນີ້, ທ່ານ ​ເດ​ວິດລອບລິນກ່າວ​ວ່າ: ​ເງິນ​ຈຳນວນ​ດັ່ງກ່າວທີ່​ມອບ​ໃຫ້​ແກ່​ສະ​ຖາ​ບັນ​ລາ​ນິດ ​ແມ່ນ​ເປັນ​ທຶນ​ປະຈຳ​ປີຫຼ້າສຸດ​ຂອງ​ໂຄງການ​ອະນຸລັກ ​ແລະປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນສປປລາວ, ​ເຊິ່ງສະ​ຖາ​ບັນ​ດັ່ງກ່າວ​ຈະ​ນຳ​ທຶນ​ຈຳນວນ​ນີ້ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ດ້ານ​ການ​ສຶກສາ ​ແລະຄວາມ​ຕ້ອງການ​ຂອງ​ຊຸມ​ຊົນ ​ໂດຍ​ມອບ​ໃຫ້​ນັກ​ສຶກສາ​ທີ່ມີ​ຜົນ​ການ​ຮຽນດີ​-ຮຽນ​ເກັ່ງ​ ຈຳນວນ 8 ຄົນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ​ທີ່​ມີ​ຄຸນະພາບ ​ໂດຍ​ຜ່ານ​ເຂົ້າ​ໂຄງການ​ນີ້.

ທ່ານ ​ເດ​ວິດລອບ​ລິນກ່າວ​ອີກ​ວ່າ: ສຳລັບ​ຂະ​ແໜງການທ່ອງທ່ຽວ​ໃນ​ປັດຈຸບັນ​ເຫັນ​ວ່າ​ມີ​ສັກກະຍະ​ພາບ​ສູງທີ່​ຈະ​ເຮັດ​ໃຫ້​ອັດຕາ​ການ​ຈ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ​ໃນສປປລາວ ​ແລະກໍ່ຜົນສຳ​ຫຼວດກໍ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ສ້າງ​ລາຍ​ຮັບ​ໂອຍ​ອຸດສາຫະກຳ​ການທ່ອງທ່ຽວສາມາດ​ເຮັດ​ໃຫ້​ມາດຕະຖານ​ຄ່າຄອງ​ຊີບ​ຂຶ້ນດີ ​ແລະ ​ເພີ່ມ​ລາຍ​ຮັບ​ເຂົ້າຄອບຄົວ​ເຖິງ 40 ​ເປີ​ເຊັນ. ທັງ​ນີ້, ສະ​ຖາ​ບັນ​ລາ​ນິດ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 2008 ​ໂດຍ​ມີຫຼັກສູດ​ປະກາສະ​ນິຍະ​ບັດຕອບ​ສະໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໃຫ້​ແກ່​ພາກ​ອຸດສາຫະກຳ​ການ​ທ່ອງທ່ຽວ​ໃນສປປລາວ.

ຢ່າງ​ໃດ​ກໍ່ຕາມ, ​ໂຄງການ​ອະນຸລັກ ​ແລະປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງບໍລິສັດຟອດມໍ​ເຕີ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1983 ​ໂດຍ​ຟອດ​ໄດ້​ມອບທຶນການ​ສຶກສາຫຼາຍຮ້ອຍ​ທຶນ​ໃຫ້​ແກ່​ນັກ​ສຶກສາ​ໃນ 60 ກວ່າ​ປະ​ເທດ​ທົ່ວ​ໂລກບໍ່ວ່າ​ຈະ​​ເປັນ​ທະວີບ​ເອ​ເຊຍ, ຄາ​ລິບຽນ,ອາ​ເມຣິກາ​ກາງ ​ແລະຕາ​ເວັນ​ອອກ​ກາງ ​ເປັນຕົ້ນ. ທັງ​ນີ້, ສະ​ເພາະ​ໃນ​ເອ​ເຊຍ​-​ແປ​ຊິ​ຟິກຟອດກໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວ ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ເຊັ່ນ: ມາ​ເລ​ເຊຍ, ກຳປູ​ເຈຍ, ຮົງ​ກົງ, ລາວ, ມຽນມາ, ​ອົງ​ໂກນ, ທາຮິ​ຕິ ​ແລະຟິຈິ.

​ໃນ​ໂອກາດ​ດຽວກັນ, ທ່ານ​ ສາຍ​ສະຫວັດຈ່າ​ສານ ​ໄດ້​ຕາງໜ້າ​ໃຫ້​ຄະນະ​ນຳ, ຄະນະ​ອຳນວຍ​ການ, ຄູ-ອາຈານ ​ແລະນັກ​ສຶກສາໝົດທຸກ​ຄົນ​ພາຍ​ໃນ​ສະ​ຖາ​ບັນ​ລາ​ນິດ ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ນັກສຶກສາ​ທີ່​ໄດ້​ຮັບ​ທຶນ​ໃນ​ຄັ້ງນີ້ສະ​ແດງ​ຄວາມ​ຂອບ​ໃຈ ​ແລະຮູ້​ບຸນຄຸນ​ຢ່າງ​ສູງ​ຕໍ່ບໍລິສັດຟອດມໍ​ເຕີທີ່​ເຫັນ ​ໄດ້​ຄວາມໝາຍຄວາມ​ສຳຄັນ​ໃນ​ການ​ພັດທະ​ຊາ​ຊັບພະຍາກອນ​ມະນຸດ ​ໃນ​ຂະ​ແໜງການທ່ອງທ່ຽວ ​ແລະ ​ໄດ້​ນຳ​ເອົາ​ເງິນດັ່ງກ່າວ​ມາ​ມອບ​ໃຫ້​ກັບ​ສະ​ຖາ​ບັນ​ຂອງ​ພວກ​ເຮົາ ​ເພື່ອ​ເປັນ​ທຶນ​ການ​ສຶກສາ​ໃຫ້​ແກ່​ນັກ​ສຶກສາ​​ໄດ້​ມີ​ໂອກາດ​ຍົກ​ລະດັບຄວາມ​ຮູ້​ຄວາມ​ສາມາດຂອງ​ຕົນ ​ແລ້ວ​ນຳ​ເອົາ​ຄວາມ​ຮູ້​ທີ່​ໄດ້​ຮຽນມານັ້ນປະກອບສ່ວນຊ່ວຍ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ໃນ​ອະນາຄົດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຕື່ມອີກ​

laoford