ລຸດ​ນ້ຳໜັກດ້ວຍ​ການ​ເລືອກ​ແປ້ງ​ທີ່ດີ

26_201503261524272.

      ແປ້ງ​ໃນ​ການ​ລຸດ​ນ້ຳໜັກ​ກໍຄື​ຄາລ໌​ໂບ​ໄຮ​ເດ​ດ​ນັ້ນ​ເອງຫລາຍ​ຄົນ​ເລືອກ​ທີ່​ຈະ​ງົດ​ແປ້ງ ງົດ​ຄາໂບແຕ່​ຈະ​ບອກວ່າ​ມັນ​ເຮັດ​ໄດ້​ບໍ່ດົນ​ແລະ​ລະຫວ່າງ​ນັ້ນ​ອາດ​ເກີດ​ອາການ​ຫງຸດ​ຫງິດໝົດ​ແຮງ​ໄດ້​ດ້ວຍ ເມື່ອ​ກັບ​ມາ​ຮັບປະທານ​ອາຫານ​ປົກກະຕິຮ່າງກາຍ​ອາດຈະ​ກິນ​ຫລາຍກວ່າ​ເກົ່າ​ນັ້ນ​ເອງທາງ​ທີ່​ດີ​ເຮົາ​ບໍ່​ຄວນ​ງົດ​ແປ້ງ​ທັງ​ໝົດແຕ່​ຄວນ​ເລືອກ​ກິນ​ແປ້ງ​ທີ່​ດີ​ແລະ​ຈຳ​ກັດ​ປະລິມານ
        1. ຮັບປະທານ​ເຂົ້າ​ແຕ່​ໜ້ອຍແລະ​ປ່ຽນ​ຈາກເຂົ້າ​ຂາວມາ​ເປັນ​ເຂົ້າ​ກ້ອງ
2. ປ່ຽນ​ຈາກ​ຂະໜົມ​ປັງ,ເຄັ​ກມາ​ເລືອກ​ເປັນ​ຂະໜົມ​ໂຮນ​ວີດ​ແທນ
3. ຈະ​ລຸດ​ນ້ຳ​ໜັກຄວນ​ງົດ​ຂອງ​ວ່າງ​ໄປ​ກ່ອນເລີກ​ນິ​ໄສ​ກິນ​ຈຸບ​ຈິບຖ້າ​ຫິວ​ຫລາຍ​ໆໃຫ້​ຈັບຫມາກໄມ້​ທີ່​ບໍ່​ຫວານ​ແທນ​ການ​ກິນເຂົ້າໜົມ
4. ດື່ມ​ນ້ຳ​ສະອາກແທນ​ນ້ຳ​ຫມາກໄມ້,ກາ​ແຟ​ເຢັນ,ດື່ມ​ນ້ຳ​ທຳມະດາກ່ອນ​ມື້​ອາຫານ​ທຸກ​ເທື່ອ
ເພື່ອ​ໃຫ້​ການ​ລຸດ​ຄວາມ​ຕຸ້ຍມີ​ປະ​ສິດ​ທິ​ພາບ​ແລະ​ເຫັນ​ຜົນ​ໄວ​ຂຶ້ນຄວນ​ຄວບ​ຄຸມ​ປະລິມານ​ອາຫານ ຄອບຄູ່​ໄປ​ກັບ​ການ​ອອກ​ກຳ​ລັງ​ກາຍ