ລົດໄທປີ້ນທີ່ປາກຊ່ອງ ທັບນັກທ່ອງທ່ຽວເສຍຊີວິດ

 

ເກີດເຫດລົດຂົນໄມ້ ປີ້ນ 2 ຄັນ. ຄັນທຳອິດແມ່ນ ເວລາປະມານ 11: 30 ວັນທີ 28/10/2014 ທີ່ທາງເຂົ້າ ຕາດເຍືອງ, ບ້ານຫຼັກ 40 ເມືອງ ປາກຊ່ອງ ແຂວງຈຳປາສັກ. ລົດໄມ້ ທີ່ປີ້ນ ໄດ້ທັບເອົາລົດຈັກ ຂອງນັກທ່ອງທ່ຽວ ເສຍຊີວິດ ຄາທີ່ 1 ຄົນ. ຈາກນັ້ນ ເວລາປະມານ 11:50 ຫ່າງຈາກ ຈຸດເກີດເຫດ ທຳອິດ ຂະບວນລົດ ຂົນໄມ້ ທີ່ມານຳກັນ ກໍ່ເກີດ ເຫດປີ້ນອີກ ຍ້ອນເບກແຕກ ທີ່ຫ່າງອອກຈາກ ຈຸດທຳອິດ ປະມານ 1 ກິໂລແມັດ. ເຮັດໃຫ້ຄົນຂັບໄດ້ຮັບບາດເຈັບສາຫັດ.

ລົດຄັນທຳອິດ ແມ່ນໝາຍເລກທະບຽນ Thailand 01 – 60-4801 ກຸງເທບມະຫານະຄອນ. ຄັນທີ 2 ແມ່ນ ໝາຍເລກທະບຽນ Thailand 01 – 60-4333 ກຸງເທບມະຫານະຄອນ

ພາຍຫຼັງເກີດເຫດ, ຄົນຂັບລົດ ຄັນທຳອິດ ພະຍາຍາມຫຼົບໝີແຕ່ຖືກເຈົ້າໝ້າທີຈັບຕົວໄດ້ແລ້ວ.

ຊາວບ້ານບອກວ່າ, ຂະບວນຂົນໄມ້ດັ່ງກ່າວ ມານຳກັນຫຼາຍ ປະມານ 20 ກວ່າຄັນ ເຊິ່ງເປັນລົດມາແຕ່ໄທທັງໝົດ. ບໍຮູ້ວ່າລົດເປັນຂອງບໍລິສັດໃດ.

Laopost1 Laopost2 Laopost4 Laopost5

+ຂອບໃຈຂ່າວຈາກ ໂທລະໂຄ່ງ