ລົດໄຟທະຫານປາກີສະຖານຕົກຄອງນ້ຳ ເສຍຊີວິດ 12 ຄົນ! ກອງທັບສົງໄສ ອາດແມ່ນເຫດວິນາດສະກຳ!

PAKISTAN-TRAIN-ACCIDENT

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ກໍລະກົດນີ້ວ່າ ເກີດເຫດຂະບວນລົດໄຟເຈົ້າໜ້າທີ່ທະຫານປາກີສະຖານ ແລະ ຄອບຄົວ ລວມກັນກ່ວາ 300 ຊີວິດ ປະສົບອຸບັດເຫດ ຕົກລົງຂົວຂ້າມຄອງນ້ຳ ທີ່ເມືອງກຸດຣັນວາລາ ລັດປັນຈາບ ທາງພາກຕາເວັນອອກສຽງເໜືອຂອງປະເທດປາກີສະຖານ ສົ່ງຜົນເຮັດໃຫ້ມີທະຫານເສຍຊີວິດ 12 ຄົນ ເຊິ່ງສາມາດກູ້ສົບຂຶ້ນມາໄດ້ແລ້ວ 8 ຄົນ.

ເຫດການດັ່ງກ່າວແມ່ນເກີດຂຶ້ນໃນມື້ວັນທີ 2 ກໍລະກົດຜ່ານມານີ້ ໂດຍທາງກອງທັບປາກີສະຖານໄດ້ອອກມາຢືນຢັນວ່າ ມີຕູ້ລົດໄຟຕົກລົງໃນຄອງນ້ຳ 4 ຕູ້  ເຊິ່ງລົດໄຟຂະບວນດັ່ງກ່າວແມ່ນກຳລັງຂົນສົ່ງເຈົ້າໜ້າທີ່ທະຫານ ຈາກລັດສິນ ທາງພາກໃຕ້ຂຶ້ນໄປຍັງພາກເໜືອຂອງປະເທດປາກີສະຖານ ໂດຍທາງເຈົ້າໜ້າທີ່ກອງທັບໄດ້ລະບຸວ່າ ເຫດການດ່ັງກ່າວນີ້ແມ່ນໄດ້ຕັ້ງຂໍ້ສົງໄສວ່າ ອາດເປັນການກໍ່ວິນາດສະກຳ ເນື່ອງຈາກພົບລາງລົດໄຟຖືກທຳລາຍໄປ.

 PAKISTAN-TRAIN-ACCIDENT