ລໍ້ໝາກສົ້ມເງິນລ້ານ

ໂດຍ: ບຸນໂຮມ.

ຖ້າຈະເວົ້າເຖິງລໍ້ໝາກໄມ້ ຫຼືຄຳສັບໜຶ່ງທີ່ຄົນເຮົາເຈົ້າຂ້ອຍມັກເອີ້ນກັນວ່າ: ລໍ້ໝາກກະລິ່ງ  ໝາຍເຖິງຢູ່ໃນລໍ້ມີໝາກໄມ້ຫຼາຍຊະນິດເປັນຕົ້ນ: ໝາກມ່ວງ, ໝາກຍົມ, ໝາກຂາມ, ໝາກຂາມປ້ອມ, ໝາກຜູ, ໝາກຜາງ, ໝາກກອກນ້ຳ, ໝາກຫຼອດ, ໝາກໂມ, ຖົ່ວດິນ, ສາລີ, ອ້ອຍ…..ເຊິ່ງໃນເມື່ອກ່ອນເອົາໃສ່ລໍ້ຍູ້ໄປຫຼືບາງຄົນກໍເອົາລໍ້ໃສ່ລົດຖີບໆ ໄປທັງສັ່ນໝາກກະລິ່ງໄປພ້ອມ ເພື່ອເປັນສັນຍານເຕືອນໃຫ້ບັນດາລູກຄ້າທີ່ຢູ່ຕາມເສັ້ນທາງແຫ່ງຕ່າງໆໄດ້ຮັບຮູ້. ປັດຈຸບັນຜູ້ທີ່ມີອາຊີບນີ້, ສ່ວນຫຼາຍໄດ້ນຳໃຊ້ລົດຈັກເປັນພາຫະນະຂັບເຄື່ອນ ລໍ້ກະລິ່ງໄປຕາມສະຖານທີ່ຕ່າງໆທັງໃກ້ ແລະໄກກໍໄປໄດ້ສະບາຍອາຊີບນີ້ເຫັນວ່າຫຼາຍຄົນພາກັນນິຍົມເຮັດໂດຍສະເພາະແມ່ນ ຜູ້ທີ່ບໍ່ມີວຽກເຮັດງານທຳ ເພາະເປັນອາຊີບ ລົງທຶນບໍ່ຫຼາຍພໍເທົ່າໃດ, ມີແຕ່ເບື້ອງຕົ້ນລົງທຶນຊື້ລໍ້ ປະມານ 400.000-500.000 ກີບ ແລະຊື້ໝາກໄມ້ແຕ່ລະຊະນິດໃສ່ລໍ້ແຕ່ລະມື້ , ຖ້າຜູ້ໃດມີອາຊີບນີ້ຫາກບໍ່ກຽດຄ້ານ ໃນການໄປແຕ່ລະມື້ແລ້ວ,ແນ່ນອນລາຍຮັບແຕ່ລະມື້ຈະໄດ້ຫຼາຍ ແລະກຸ້ມຄ່າທີ່ສຸດ.

ເໝືອນດັ່ງ ຄອບຄົວຂອງ ທ່ານ ໄລ ໄຊວິຫານ ທີ່ໄດ້ມີອາຊີບຂາຍໝາກໄມ້ໃສ່ລໍ້ ໄດ້ໃຫ້ສຳພາດກັບນັກຂ່າວຮູ້ວ່າ: ຕົນເອງໄດ້ໃຊ້ຊີວິດຢູ່ກັບບ້ານນອກເຂດບ້ານນາຍາວ, ເມືອງແກ້ວອຸດົມ, ແຂວງວຽງຈັນມາຕັ້ງແຕ່ເກີດ ຈົນມາຮອດອາຍຸກະສຽນກໍໄດ້ສ້າງຄອບຄົວ ແລະກໍພາຄອບຄົວຫາຢູ່ຫາກິນຢູ່ ຕາມປ່າດົງພົງໄພຕາມທຳມະຊາດ ທີ່ໄດ້ສ້າງໄວ້ເປັນຕົ້ນ: ຖ້າຢາກກິນປູກິນປາ, ກິນກຸ້ງກິນຫອຍ ແລະກິນກົບກິນຂຽດກໍລົງໄປຫາເອົາ ຢູ່ຕາມທົ່ງໄຮ່ທົ່ງນາ, ຢູ່ຕາມຫ້ວຍໜອງຄອງບຶງ, ຖ້າຢາກກິນຜັກ, ໜໍ່ໄມ້, ໜໍ່ຫວາຍ ແລະໜໍ່ບຸ່ນກໍເຂົ້າໄປຊອກຫາເອົາຢູ່ຕາມປ່າຕາມດົງ ເອົາມາລ້ຽງຊີບໄປວັນໆ ແບບບໍ່ມີອະນາຄົດຫຍັງ.

ມາຮອດ ປີ 2006 ຕົນເອງພ້ອມຄອບຄົວໄດ້ມີໂອກາດ ເຂົ້າມາທ່ຽວຫຼິ້ນຕາມສະຖານທີ່ຕ່າງໆ ທີ່ນະຄອນຫຼວງວຽງຈັນ , ບັງເອີນຫຼຽວໄປເຫັນລໍ້ໝາກໄມ້(ລໍ້ໝາກກະລິ່ງ) 2-3ລໍ້ລຽນເປັນແຖວກັນຢູ່ ແລະເຫັນຝຸງຄົນມາຊື້ໝາກໄມ້ຢູ່ລໍ້ຈົນຫຼຽວ ບໍ່ເຫັນເຈົ້າຂອງລໍ້ທັງສາມຄົນນັ້ນ, ຕົນເອງຈິ່ງມີຄວາມສົນໃຈ ແລະໄດ້ຍ່າງເຂົ້າໄປຫາເຈົ້າຂອງລໍ້ທັງສາມ ແລ້ວກໍໄດ້ຖາມເຖິງເລື່ອງລາວ ແລະຄວາມເປັນມາຂອງການຂາຍຈິ່ງຮູ້ໄດ້ວ່າ ການເຮັດອາຊີບນີ້ແມ່ນດີທີ່ສຸດ ແລະເໝາະສົມທີ່ສຸດກັບຕົນເອງ. ພາຍຫຼັງກັບເມືອຮອດບ້ານທີ່ແຂວງວຽງຈັນ ຕົນເອງຈິ່ງໄດ້ປຶກສາກັບເມຍ ແລະຂໍເງິນກັບພໍ່ແມ່ເພື່ອເປັນທຶນໄປຊື້ລໍ້ ແລະໝາກໄມ້ຂາຍ. ຫຼັງຈາກໄດ້ທຶນແລ້ວ ຕົນເອງຈິ່ງຕັດສິນໃຈນຳພາຄອບຄົວ ມຸ່ງໜ້າເຂົ້າສູ່ນະຄອນຫຼວງວຽງຈັນ ເພື່ອປະກອບອາຊີບດັ່ງກ່າວ ແລະກໍໄດ້ພາຄອບຄົວມາເຊົ່າຫ້ອງແຖວ ຢູ່ເຂດບ້ານໂພນຄຳເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ, ກໍໄດ້ໄປສັ່ງຊື້ລໍ້ໝາກໄມ້ 01ຄັນ ແລະກໍໄດ້ໄປຊອກຊື້ໝາກໄມ້ແຕ່ເຊົ້າໆ ຢູ່ຕະຫຼາດຂົວດິນເພື່ອມາຫ້າງຫາກະກຽມໃສ່ລໍ້ ແລ້ວເອົາໄປຂາຍ. ເບື້ອງຕົ້ນ ບໍ່ທັນຮູ້ຈັກເສັ້ນທາງໄປ-ມາ ປານໃດຈິ່ງເຮັດໃຫ້ການໄປຂາຍແຕ່ລະຄັ້ງ ນັ້ນມີຄວາມລຳບາກຫຼາຍ ໄປໄກຫຼາຍກໍບໍ່ໄດ້, ເພາະຢ້ານຫຼົງທາງກັບບ້ານ. ພໍຕົກມາຮອດໄລຍະໜຶ່ງ ຈິ່ງເຮັດໃຫ້ຕົນເອງລື້ງເຄີຍ ກັບເສັ້ນທາງແຫ່ງຕ່າງໆໄດ້ດີ ແລະກໍຂາຍໄດ້ດີກວ່າເກົ່າ, ເຊິ່ງແຕ່ລະມື້ຕົນເອງໄດ້ໃຊ້ຊີວິດຢູ່ກັບ ລໍ້ໝາກໄມ້ຄູ່ຊີບ (ລໍ້ໝາກກະລິ່ງ) ນັບຕັ້ງແຕ່ເຊົ້າຈົນຮອດຄໍ່າ.

ທ່ານ ໄລ ໄຊວິຫານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ການເຮັດອາຊີບນີ້ແມ່ນໄດ້ເລີ່ມເຮັດມາແຕ່ປີ 2006 ເປັນຕົ້ນມາ ແລະມາຮອດປັດຈຸບັນນີ້ ແມ່ນໄດ້ 9 ປີແລ້ວ, ໃນເບື້ອງຕົ້ນລໍ້ໝາກໄມ້ຢູ່ເຂດນີ້ບໍ່ທັນມີຫຼາຍ ມີແຕ່ຕົນເອງກັບໝູ່ອີກ ສອງຄົນ, ຕໍ່ມາໃນເມື່ອອາຊີບນີ້ເຮັດໄດ້ດີ ຈິ່ງໄດ້ມີຫຼາຍໆຄົນເລີ່ມເຮັດ ແລະແຕ່ລະເຊົ້າກໍໄດ້ພາກັນອອກເດີນທາງໄປຂາຍພ້ອມກັນ ຢ່າງເປັນຂະບວນ. ແຕ່ລະມື້ໄດ້ລົງທຶນຊື້ໝາກໄມ້ໃສ່ລໍ້ໄປຂາຍ ປະມານ 300.000-400.000 ກີບ. ສ່ວນລາຍຮັບແຕ່ລະມື້ ແມ່ນໄດ້ກຳໄລທົບເຄິ່ງ ປະມານ 300.000-400.000ກີບ.

ທ່ານ ວົງເພັດ ຈັນທະມົງຄຸນ  ,ທ່ານ ພອນ ຈັນທະລາ  ແລະທ່ານ ດອນ ,ບັນດາເຈົ້າ ຂອງລໍ້ໝາກໄມ້(ລໍ້ໝາກກະລິ່ງ)  ທັງສາມໄດ້ເວົ້າໃຫ້ຟັງຕື່ມອີກວ່າ: ແຕ່ກ່ອນພວກຕົນໄປເຮັດວຽກ ກໍ່ສ້າງທົ່ວໄປ ແລະເຮັດມາໄດ້ຫຼາຍປີ ແຕ່ລາຍຮັບບໍ່ສົມກັບແຮງງານ , ເຮັດວຽກແຕ່ລະມື້ແມ່ນໜັກໜ່ວງຫຼາຍ ແລະຕໍ່ມາຈິ່ງໄດ້ຮັບການແນະນຳຈາກໝູ່ເພື່ອນ ທີ່ໄດ້ມາເຊົ່າຢູ່ຫ້ອງແຖວໃກ້ກັນພວກຕົນຈິ່ງໄດ້ອອກ ຈາກອາຊີບເຮັດວຽກກໍ່ສ້າງຫັນມາເຮັດອາຊີບຂາຍໝາກໄມ້ (ໝາກກະລິ່ງ) ເຊິ່ງມາຮອດປັດຈຸບັນກໍໄດ້ 5 ປີແລ້ວ, ຖ້າສົມທຽບໃສ່ອາຊີບໃນເມື່ອກ່ອນ ແລະປັດຈຸບັນແລ້ວເຫັນວ່າອາຊີບນີ້ ດຳເນີນໄປໄດ້ດີກວ່າ ທັງມີລາຍຮັບໃຫ້ຄອບຄົວໄດ້ ຢ່າງສະໝໍ່າສະເໝີ, ບັນຫາທີ່ດີທີ່ສຸດກໍຄືມີເງິນ ຊຸກຍູ້ການສຶກສາໃຫ້ລູກ, ມີເງິນສະສົມໄວ້ເພື່ອການລົງທຶນ ແລະແຮໄວ້ປິ່ນປົວສຸຂະພາບໃນຍາມເຈັບເປັນ, ເຖິງແມ່ນວ່າຈະຢູ່ໃນສະພາບເຮືອນເຊົ່າເຂົ້າຊື້ ແຕ່ກໍມີຄວາມສຸກຢູ່ກັບຄອບຄົວພ້ອມໜ້າພ້ອມຕາກັນ, ພ້ອມກັນຫາ ພາກັນສ້າງ ມື້ໜຶ່ງພາຍຂ້າງໜ້າສະພາບ ເສດຖະກິດຂອງຄອບຄົວຈະກ້າວໄປເຖິງ ຄວາມອຸດົມສົມບູນ ແລະຮັ່ງມີຢ່າງແນ່ນອນ.

ເພື່ອນຜູ້ອ່ານ ທັງຫຼາຍ, ອະນາຄົດຂອງແຕ່ລະຄົນສ່ອງບໍ່ເຫັນ, ບໍ່ຮູ້ວ່າພາຍຂ້າງໜ້າຈະເປັນແນວໃດ,? ຈະທຸກຄືເກົ່າ, ຈະພົ້ນທຸກ,  ຫຼືວ່າຈະຮັ່ງມີກວ່າເກົ່າ ນັ້ນຄືບັນຫາທີ່ພວກເຮົາຄວນຄິດ, ແຕ່ກໍຂຶ້ນກັບແຕ່ລະຄົນທີ່ມີຄວາມມຸ້ງຫວັງ , ການປະພຶດ ,ການກະທຳ ແລະການໄຄ່ວຄ້ວາຊອກຫາ, ສິ່ງສຳຄັນກໍຄືອັນໃດທີ່ຊອກຫາມາໄດ້ ກໍຄວນຖະນຸຖະໜອມເອົາໄວ້, ປະຢັດໄວ້ນຳໃຊ້ຍາວນານ ຜູ່ນັ້ນຈະມີໂອກາດພົ້ນທຸກໄດ້ຢ່າງແນ່ນອນ.