ວິທີປ່ຽນໜ້າຈໍ iPhone ໃຫ້ສະແດງຜົນໃຫ້ຄືກັບ Apple Watch

Apple Watch ຂອງ Apple ມີ​ການ​ຈັດ​ວາງ​ໄອ​ຄອນ​ທີ່​ແຕກ​ຕ່າງ​ໄປ​ຈາກ​ເທິງ iOS ມັນ​ບໍ່​ໄດ້​ໃຊ້​ດີ​​ແບບ Grid icons ແຕ່​ອອກ​ແບບ​ໃຫ້ເປັນ​ວົງກົມ​ຈັດ​ວາງ​ໃຫ້​ສົມ ໄອ​ຄອນ​ທີ່​ຢູ່​ກົງ​ຈຸດ​ສູນ​ກາງ​ຈະ​ມີ​ຂະໜາດ​ໃຫ່ຍ ແລະ​ຫາ​ກລາກ​ມັນ​ຫ່າງ​ອອກ​ໄປ​ມັນ​ກໍ​ຈະ​ມີ​ຂະໜາດ​ທີ່​ນ້ອຍ​ລົງ

apple_watch_apps

ລ່າ​ສຸດ Lucas Menge ແຮ໋ກ​ເກີ​ໄດ້​​ພັດທະນາ Tweaks ທີ່​ຈະ​ປ່ຽນ​ການ​ສະແດງ​ຜົນ​ເທິງ​ໜ້າ​ຈໍ iPhone ໃຫ້​ຄື​ກັບ​ເທິງ Apple Watch ເຊີ່ງ​ເຮັດ​ອອກ​ມາ​ໄດ້​ສວຍງາມ​ຫລາຍ​ແຕ່​ວ່າ​ມັນ​ໜ້າ​ຈະ​ໃຊ້​ງານ​ໄດ້​ຍາກ​ກວ່າ​ເກົ່າ ແຕ່​ໄດ້​ຄວາມ​ເທ່​ ລອງ​ເບິ່ງ​ວິ​ດີ​ໂອ​ກ່ອນ​ວ່າ​ຖ້າ​ເຮັດ​ແລ້ວ​ຈະ​ອອກ​ມາ​ເປັນ​ແນວໃດ​ໃຜ​ທີ່​ຢາກ​ລອງ​ໃຊ້ ກ່ອນ​ອື່ນ iPhone ຂອງ​ເຈົ້າ​ຕ້ອງ​ເປັນ iOS 8 ແລະ​ Jailbreak ​ຮຽບຮ້ອຍ​ກ່ອນ​ ເຊີ່ງ​ການ​ Jailbreak iOS 8 ໃນ​ຕອນ​ນີ້​ຍັງມີ​ວິທີ​ຕິດ​ຕັ້ງ Cydia ຂ້ອນຂ້າງ​ຍາກ ມື​ໃໝ່​ບໍ່​ຄ່ອຍ​ແນະ​ນໍາ ແຕ່​ຖ້າ ​Jailbreak ​ຮຽບຮ້ອຍ​ແລ້ວ​ກໍ​ເຮັດ​ຕາມ​ຂັ້ນ​ຕອນ​ດ້ານ​ລຸ່ມ​ໄດ້​ເລີຍ

  • ເຂົ້າ Cydia
  • ຄົ້ນ​ຫາດ​ວີກ​ທີ່​ມີ​ຊື່​ວ່າ Aeternum ກົດ​ຕິດ​ຕັ້ງ​ເປັນ​ອັນ​ຮຽບຮ້ອຍ (ບໍ່​ຟຣີເດີ ລາຄາຢູ່ທີ່ $2.99)