ວິທີແກ້ລັງແຄ ດ້ວຍຕົນເອງ

1407223716

  • ບໍ່​ມີ​ໃຜ​ຢາກ​ມີຄວາມສຸກ​ກັບ ​ຫິ​ມະ​ໜ້າ​ໜາວ​ເທິງ​ຫົວ​ແນ່ນອນ ລັງ​ແຄ ​ເກີດ​ຈາກ​ເຊວ​ຜິວ​ໜັງ​ທີ່​ຕາຍ​ແລ້ວ ແຫ້ງ​ຫລຸດ​ລອກ ຕົກ​ສະ​ເກັດ​ອອກຈາກ​ໜັງ​ຫົວ

ຄວາມ​ຈິງ​ນີ້ເປັນ​ກະ​ບວນ​ການ​ຜັດ​ເຊວຜິວ ເທິງ​ໜັງ​ຫົວ​ໂດຍ​ທຳມະຊາດ​ຢູ່​ແລ້ວ ແຕ່​ຫາກ​ເກີດ​ຂຶ້ນ​ໃນ​ປະລິມານ​ຫລາຍ​ ກໍ​ຈະ​ເກີດ​ເປັນ​ບັນຫາ​ລັງ​ແຄ ​ທີ່​ມີ​ສ່ວນ​ໃຫ້​ໜັງ​ຫົວ​ລະ​ຄາຍ​ເຄືອງ ທີ່​ເຊື້ອ​ລາ​ມີ​ສ່ວນ​ເຮັດໃຫ້​ເກີດ​ ອາ​ກາດ​ທີ່​ໜາວ​ ແລະ ​ແຫ້ງ ມັກ​ເຮັດໃຫ້​ເກີດ​ລັງ​ແຄ​ ຂຶ້ນ​ໄດ້​ຫລາຍກວ່າ​ປົກກະຕິ ນອກ​ຈາກ​ນີ້​ ອາດ​ເປັນ​ສ່ວນຫນຶ່ງ​ຂອງ​ອາການ​ພ່າຍແພ້​ອາຫານ​ບາງ​ຊະນິດ ລວມ​ທັງ​ການ​ທີ່​ຮ່າງກາຍ​ຂາດ​ກົດ​ໄຂ​ມັນ​ໂອ​ເມ​ກ້າ 3ແລະ ​ວິ​ຕາ​ມິນ​ບີ​ ຄອມ​ເພັກ ​ທີ່​ຊ່ວຍ​ຫລຸດ​ການ​ຜັດ​ເຊວ​ຜິວ ສ່ວນ​ຜະລິດຕະພັນ​ກ່ຽວກັບ​ຜົມ​ ແລະ ຜະລິດຕະພັນ​ກ່ຽວກັບ​ສີ​ຜົມ ​ກໍ​ເຮັດໃຫ້​​ລະ​ຄາຍ​ເຄືອງ​ໜັງ​ຫົວ​ຈົນ​ເຊວຜິວ​ຫລຸດ​ລອກ​ໄດ້ ວິທີແກ້

  • ພາຍ​ນອ ໃຊ້​ຜະລິດຕະພັນ​ບຳ​ລຸງ​ເສັ້ນ​ຜົມ​ທີ່​ປິ່ນປົວ​ລັງ​ແຄ​ໂດຍ​ສະເພາະ ເຊັ່ນ ​ຢາສະຜົມ​ກຳຈັດ​ລັງ​ແຄ
  • ພາຍ​ໃ ເພື່ອ​ປ້ອງ​ກັນ​ການ​ຜັດ​ເຊວ​ຜິວ​ທີ່​ຫລາຍ​ເກີນ​ຈຳ​ເປັນ ຕ້ອງ​ເລີ່ມ​ຈາກມີ​ສຸຂະພາບ​ທີ່​ດີ ທັງ​ໃນ​ເລື່ອງ​ການ​ກິນ   ໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ກໍ່ຄື ກົດ​ໄຂ​ມັນ​ໂອ​ເມ​ກ້າ 3ແລະ ​ວິ​ຕາ​ມິນ​ບີ​ຄອມ​ເພັກ ການ​ດື່ມ​ນ້ຳ​ໃຫ້​ຮ່າງກາຍ​ໄດ້ຮັບ​ຂອງ​ແຫລວ​ໃນ​ປະລິມານ​ເໝາະ​ສົມ ປ້ອງ​ກັນ​ຜິວ​ແຫ້ງ ການ​ນອນ​ຫລັບ​ພັກ​ຜ່ອນ​ທີ່​ພຽງ​ພໍ ກິດຈະກຳ​ເພື່ອ​ຄວາມ​ຜ່ອນ​ຄາຍ​ຢ່າງ​ການເຮັດ​ສະ​ມາ​ທິ ​ແລະ ​ໂຍ​ຄະ ກໍ​ມີ​ສ່ວນ​ຊ່ວຍ​ໄດ້​ຄືກັນ
  • ຕົ້ມ​ໃບ​ຊາ​ແຫ້ງ​ໃນ​ນ້ຳ ຖິ້ມ​ໄວ້​ໃຫ້​ເຢັນ​ ແລະ ​ບີບ​ນ້ຳ​ໝາກ​ນາວ​ລົງ​ໄປ​ເຄິ່ງ​ໜ່ວຍ ທາ​ລົງ​ເທິງ​ໜັງ​ຫົວ​ຖິ້ມ​ໄວ້​ປະ​ມານ​ໜຶ່ງ​    ຊົ່ວ​ໂມງ​ກ່ອນ​ສະ​ຜົມ​ຕາມ​ປົກກະຕິ ມັນ​ຊ່ວຍ​ກຳຈັດ​ລັງ​ແຄ ​ແລະ ​ເຮັດໃຫ້​ຜົມ​ເບິ່ງ​ເງົາ​ງາມ​ຂຶ້ນ​ໄດ້
  • ປະສົມ​ໄຂ່​ຂາວ​ໜຶ່ງ​ໜ່ວຍ ​ກັບ ​ນ້ຳ​ໜາກນາວ 1ໜ່ວຍ ທາ​ລົງ​ເທິງ​ໜັງ​ຫົວ​ໄວ້​ໜຶ່ງ​ຊົ່ວ​ໂມງ ກ່ອນ​ສະ​ຜົມ​ ແລະ ​ລ້າງ​ນ້ຳ​ສຸດ​ທ້າຍ​ດ້ວຍ​ນ້ຳ​ທີ່​ປະສົມ​ນ້ຳ​ສົ້ມ​ສາຍ​ຊູ​ເຈືອ​ຈາງ​ລົງ​ໄປ​ນໍາ ເປັນ​ອີກ​ວິທີ​ໜຶ່ງ​ທີ່​ໄດ້​ຜົນດີີ
  • ຜ່າ​ເຄິ່ງ​ໝາກນາວ ນຳ​ມາ​ທາ​ຖູ​ເທິງ​ໜັງ​ຫົວ​ກ່ອນ​ອາບ​ນ້ຳ ລອງ​ເຮັດ​ນຳ​ເປັນ​ບາງເທື່ອ
  • ກ່ອນ​ສະ​ຜົມ ນວດ​ໜັງ​ຫົວ​ດ້ວຍ​ເກືອ​ໄລຍະໜຶ່ງ​ແລ້ວ​ລ້າງ​ອອກ ລອງ​ເຮັດ​ເບິ່ງ​ເລື້ອຍໆ ແລ້ວ​ມັນ​ຈະ​ຊ່ວຍ​ກຳຈັດ​ລັງ​ແຄ​ ໄດ້​