ວຽງ​ຈັນ​ທົດ​ລອງ 2015 ຟື້ນ​ຟູ​ຕົວ​ເມືອງ​ປະ​ຫວັດ​ສາດ ແຄມ​ຂອງ​ເພື່ອ​ການ​ທ່ອງ​ທ່ຽວ!

20150130182833

ພິທີ​ໄຂ​ກິດຈະກຳ​ວຽງ​ຈັນ​ທົດລອງ 2015 ການ​ຟື້ນ​ຟູ​ຕົວ​ເມືອງປະຫວັດສາດ ໄດ້​ຈັດ​ຂຶ້ນ​ວັນ​ທີ 30 ມັງກອນ 2015 ຢູ່​ວັດ​ອົງ​ຕື້ ໂດຍມີ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ທ່ານ ລັດຕະນະມະນີ ຄູນ​ນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ຮີ​ໂລ​ຢູ​ກິ ຄິ​ຊີ​ໂນ ເອັກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່ປຸ່ນ ປະຈຳ​ລາວ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ສະຖານ​ທູດ​ຝຣັ່ງ ປະຈຳ​ລາວ ອົງການ​ໄຈ​ກາ ແລະ ແຂກ​ຖືກ​ເຊີນເຂົ້າ​ຮ່ວມ.

ກິດຈະກຳ​ວຽງ​ຈັນ​ທົດ​ລອງ 2015 ການ​ຟື້ນ​ຟູ​ຕົວ​ເມືອງ​ປະຫວັດ​ສາດ ມີ​ຈຸດປະສົງ​ເພື່ອ​ສ້າງທິວ​ທັດ​ຕົວ​ເມືອງ ​ທີ່​ສາມາດ​ດຶງ​ດູດໃຈ ແລະ ພື້ນ​ທີ່​ຖະໜົນ​ທີ່​ສະດວກສະບາຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ແລະ ຊຸມ​ຊົນ​ທ້ອງຖິ່ນ ໂດຍ​ມີ​ເນື້ອທີ່ 180 ເຮັກຕາ ກວມ​ເອົາ​ຖະໜົນເຈົ້າ​ອະນຸວົງ ຖະໜົນ​ຝຣັ່ງ​ຊົວ​ງິນ ແລະ ພື້ນ​ທີ່​ລະຫວ່າງ​ສອງ​ຖະໜົນ​ດັ່ງກ່າວ ໃນ​ນີ້​ກິດຈະກຳ​ຈະດຳເນີນ​ໄປ​ໃນ 4 ວັນ​ຄື: ວັນ​ທີ 31 ມັງກອນ ວັນ​ທີ 1 ກຸມພາ ວັນ​ທີ 7 ກຸມພາ ແລະ ວັນ​ທີ 8 ກຸມພາ 2015 ເວລາ 17:00-21:30 ໂມງ​ຂອງ 4 ວັນ​ດັ່ງກ່າວ ໂດຍ​ຈະບໍ່​ອະນຸຍາດ​ໃຫ້​ລົດ​ຜ່ານ​ໃນ​ຂອບເຂດ​ດັ່ງກ່າວ (ຖະໜົນ​ປອດ​ລົດ) ເພື່ອ​ໃຫ້​ກາຍເປັນ​ພື້ນ​ທີ່​ສາ​ທາ​ລະນະ​ແກ່​ຄົນ​ຍ່າງ ກິດຈະກຳ​ພາຍໃນ​ງານ ​ຈະ​ມີ​ການສະແດງ​ສິລະປະ​ພື້ນເມືອງ​ຕາມ​ຖະໜົນ ແສງສະຫວ່າງ​ໃນ​ຍາມ​ກາງຄືນ ການວາງສະແດງສິລະ​ປະ​ຕາມ​ຂ້າງທາງ ການ​ນຳ​ທ່ຽວ​ຊົມ​ຕົວ​ເມືອງປະຫວັດສາດ ນອກ​ນີ້​ຍັງ​ມີ​ການມອບ​ລາງວັນ​ໃຫ້​ຜູ້​ຊະນະ​ເລີດ ການ​ແຂ່ງຂັນ​ຖ່າຍຮູບ ແລະ ແຕ້ມ​ຮູບ​ຫົວຂໍ້ “ປະຫວັດສາດ ແລະ ວັດທະນະທຳ​ພື້ນເມືອງຂອງ​ວຽງ​ຈັນ” ພ້ອມ​ນີ້ ​ບໍລິສັດ​ເບຍລາວ ຍັງ​ໄດ້​ອອກ​ແບບ​ປ້າຍ​ຮ້ານຄ້າ​ແບບ​ພິເສດ ເພື່ອ​ໃຫ້​ມີ​ຄວາມກົມ​ກືນ​ສຳລັບ​ເຂດ​ຕົວ​ເມືອງ​ປະຫວັດ​ສາດ​ນີ້​ອີກ​ດ້ວຍ.

ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ໄດ້​ກ່າວ​ວ່າ: ການ​ຈັດ​ກິດຈະກຳທົດ​ລອງ​ຄັ້ງ​ນີ້ ​ຈະ​ຊ່ວຍ​ສົ່ງເສີມ ແລະ ສ້າງ​ຈິດ​ສຳນຶກ​ຂອງ​ປະຊາຊົນ​ຊາວ​ນະຄອນຫຼວງ ເວົ້າ​ລວມ ເວົ້າ​ສະເພາະ ບັນດາ​ເຈົ້າ​ຂອງຫ້າງ​ຮ້ານ ຜູ້​ປະກອບ​ການ ນັກທຸລະ​ກິດ ແລະ ປະຊາຊົນ​ທີ່​ອາໄສ​ຢູ່​ເຂດ​ອະນຸ​ຮັກ​ປະຫວັດສາດ (ແຄມ​ຂອງ) ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ໃນ​ການ​ປົກ​ປັກ​ຮັກສາ​ເຂດ​ດັ່ງກ່າວ ​ໃຫ້​ມີ​ຄວາມ​ເປັນ​ເອກະລັກ ແລະ ວັດທະນະທຳ​ອັນ​ເກົ່າ​ແກ່​ໄປ ພ້ອມໆ​ກັບ​ການ​ປັບປຸງ ສົ່ງເສີມ ແລະ ສ້າງ​ຄວາມ​ດຶງ​ດູດ​ດ້ານການທ່ອງທ່ຽວ​ຂອງ​ນະຄອນຫຼວງວຽງ​ຈັນ ຫວັງ​ວ່າ​ຜົນ​ໄດ້​ຮັບ​ຂອງການ​ຈັດ​ກິດຈະກຳ​ທົດ​ລອງ​ຄັ້ງ​ນີ້ ຈະ​ເປັນ​ການ​ຖອດ​ຖອນ​ບົດຮຽນໃຫ້​ແກ່​ການ​ຈັດ​ກິດຈະກຳ​ລັກ​ສະນະ​ນີ້​ໃນ​ຄັ້ງ​ ຕໍ່ໆ​ໄປ ເພື່ອ​ແນໃສ່​ຄຸ້ມຄອງ ແລະ ຈັດ​ຕັ້ງ​ປະຕິບັດ​ທີ່​ຍືນຍົງ​ໂດຍ​ຊຸມ​ຊົນ ຫຼື ອົງການ​ປົກຄອງ​ທ້ອງຖິ່ນ​ເອງ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່