ສປປລາວ ພັດທະນາການສຶກສາແລະກິລາໃຫ້ໃກ້ຄຽງກັບພາກພື້ນແລະສາກົນ

ຕອນເຊົ້າວັນທີ 3 ກັນຍາ 2015 ທີ່ສະໂມສອນໃຫ່ຍຄະນະເສດຖະສາດ ມະຫາວິທະຍາໄລແຫ່ງ ນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ VIII ໄດ້ໄຂຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ດຣ ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ ເປັນກຽດເຂົ້າຮ່ວມມີ ທາ່ນ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ພ້ອມດ້ວຍ ຄະນະນໍາກະຊວງສຶກສາທິການແລະກິລາ ,ຄູອາຈານ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ພັນຄໍາ ວິພາວັນ, ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ ໃຫ້ຮູ້ວ່າ ວິໄສທັດຂອງການພັດທະນາການສຶກສາແລະກິລານີ້ ເປົ້າໝາຍລວມຄືການຊີ້ນຳແລະນຳພາ ການພັດທະນາການສຶກສາ, ກິລາກາຍ-ຍະກຳ ແລະສິລະປະສຶກສາ ໃຫ້ໄປຕາມວິໄສທັດ2030 ຍຸດທະສາດປີ 2025 ເພື່ອໃຫ້ບັນລຸຕາມຕົວເລກຄາດໝາຍທີ່ກຳໜົດໄວ້ໃນແຜນ ພັດທະນາການສຶກສາ ແລະກິລາ 5ປີ ຄັ້ງທີ VIII.
ລັດຖະບານລາວ ໄດ້ກຳນົດວິໄສທັດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຮອດປີ 2030, ສປປ ລາວ ໃດ້ມີຊັບພະຍາກອນມະນຸດທີ່ມີຄຸນນະພາບໃກ້ຄຽງກັບພາກພື້ນແລະສາກົນ, ເປັນກຳລັງການຜະລິດທີ່ເຂັ້ມແຂງ ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫຼາຍຂື້ນ ຊາວໝຸ່ມລາວທຸກຄົນໃຫ້ມີລະດັບການສຶກສາ ຈົບຊັ້ນມັດທະຍົມຕອນປາຍ , ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ . ບົນພື້ນຖານວິໄສທັດ ແລະຍຸດທະສາດທີ່ລັດຖະບານໄດ້ກໍານົດໄວ້ ແລະເພື່ອປັບປຸງຄຸນນະພາບການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ໃຫ້ເຊື່ອມໂຍງກັບບັນດາປະເທດໃນພາກພື້ນ, ກະຊວງສຶກສາທິການແລະກິລາຈື່ງໄດ້ກຳນົດວິໄສທັດໄວ້ດັ່ງນີ້:
ຮອດປີ 2030 ພົນລະເມືອງລາວທຸກຄົນໄດ້ຮັບການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບແລະເທົ່າທຽມກັນເພື່ອໃຫ້ເຂົາເຈົ້າໄດ້ພັດທະນາຕົນເອງກາຍເປັນພົນລະເມືອງດີຂອງຊາດ , ມີຄຸນສົມບັດ ມີ ຄວາມຮູ້ຄວາມສາມາດ ມີຄວາມເປັນມືອາຊີບ ເພື່ອພັດທະນາປະເທດຊາດໃຫ້ສີວິໄລຍືນຍົງ ,ສາມາດແຂ່ງຂັນກັບພາກພື້ນແລະສາກົນໄດ້.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາຄັ້ງທີ VIII ຈະດໍາເນີນໄປຮອດ 4 ກັນຍານີ້.

11990548_1712035652358526_4592426113482645834_n