ສສຊ ແຂວງຫລວງພະບາງຊີ້ແຈງ ການ​ສຳ​ປະທານ​ຕາດ​ກວາງຊີ​ ຍັງ​ຢູ່​ຂັ້ນ​ຕອນ​ສຶກສາ​ຄວາມ​ເປັນ​ໄປ​ໄດ້!

Than+Bouathong+phaengsavan

ເມື່ອ​ບໍ່​ດົນ​ມາ​ນີ້, ມີ​ຫລາຍ​ບັນຫາ​ທີ່​ຟົດ​ຂຶ້ນ​ໃນ​ໂລກ​ອອນ​ລາຍ, ​ໂດຍສ​ະ​ເພາະ​ເລື່ອງ​ເຈົ້າ​ແຂວງ​ຫລວງ​ພະ​ບາງ​ອອກ​ຂໍ້​ຕົກລົງ​ໃຫ້​ບໍລິສັດ ອາ​ໂຈ ກຣຸບ ສປ ຈີນ, ​ເປັນ​ຜູ້​ສຳ​ປະທານ​ພັດທະນາ ​ແຫ​ລ່ງທ່ອງ​ທ່ຽວຕາດ​ກວາງຊີອັນ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ແຂວງ​ຫລວງ​ພະ​ບາງມາ​ແຕ່​ດຶກ​ດຳ​ບັນ, ​ແຕ່​ສິ່ງດັ່ງກ່າວ​ພວມ​ຈະ​ກາຍ​ເປັນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ໄປ​ເສຍ​ແລ້ວ.

ຕໍ່​ບັນຫາ​ດັ່ງກ່າວທ່ານ ບົວທອງ ​ແພງ​ສະຫວັນ ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຂດ​ເລືອກ​ຕັ້ງ​ທີ 6 ​ແຂວງ​ຫລວງ​ພະ​ບາງ ​ໄດ້​ຂຶ້ນ​ອະທິບາຍ​​ໃນ​ວາລະ​ກອງ​ປະຊຸມສະ​​​ໄໝ​ສາມັນ​​ເທື່ອທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ VII ​ໃນອາທິດຜ່ານ​ມາ​ນີ້​ວ່າ: ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ​ໄດ້​ອອກ​ຂໍ້​ຕົກລົງ​ເລກທີ 059/ຈຂ.ຫຼບ ລົງ​ວັນ​ທີ 07 ​ເມສາ 2015 ວ່າ​ດ້ວຍ​ການ​ອະ ນຸມັດ​ໃຫ້ບໍລິສັດ ອາ​ໂຈກຣຸບ ສປ ຈີນ ​ເປັນ​ຜູ້​ສຳ​ຫລວດ-ອອກ​ແບບ​ອ້ອມ​ຮອບ​ແຫ​ລ່ງທ່ອງ​ທ່ຽວ​ຕາມ​ກວາງຊີ ແທ້​ຈິງ, ​ແຕ່​ການ​ສຳ​ປະທານ​ຈະ​ໄດ້​ມີ​ການ​ປະມູນ​ກັນ​ຂຶ້ນ​ອີກ​ເທື່ອ​ໜຶ່ງວ່າຈະ​ເປັນ​ບໍລິສັດ​ຂອງ​ລາວຫລືຈີນທີ່​ຈະ​ໄດ້​ຮັບ​ອະນຸມັດ​ຈາກ​ລັດຖະບານ​ໂດຍ​ກົງ, ຊຶ່ງ​ປັດຈຸບັນ​ນີ້ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ແລະ ຍັງ​ບໍ່​ທັນ​ໄດ້​ມີ​ການ​ດຳ​ເນີນ​ການ​ສຳ​ຫລວດ​ແຕ່​ຢ່າງ​ໃດ.

ການ​ສຳ​ຫລວດ​ແຫ​ລ່ງທ່ອງ​ທ່ຽວ​ດັ່ງກ່າວ ​ກໍເພື່ອ​​ເປັນ​ການ​ປັບປຸງ​ແຫລ່ງທ່ອງ​ທ່ຽວ​​ແຫ່ງ​ນີ້​ຕື່ມ​ອີກ​ ພ້ອມ​ທັງ​ເປັນ​ການ​ຂະຫຍາຍ​ສະຖານ​ທີ່​ທ່ອງທ່ຽວ​ໃຫ້​ກວ້າງ​ອອກ ​ເພື່ອ​ຫລຸດຜ່ອນ​ຄວາມ​ແອ​ອັດ​ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ໃຫ້​ມີ​ຄວາມ​ສະດວກ​ຫລາຍ​ຂຶ້ນ, ​ເພາະ​ແຂວງ​ດັ່ງກ່າວ​ໄດ້​ຖື​ເອົາ​ການທ່ອງທ່ຽວ​ເປັນ​ຫລັກ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະ ມານຂ​ອງ​ແຂວງ, ​ໂຄງການ​ນີ້​ຖ້າ​ຫາກ​ມີ​ການ​ສຳ​ຫລວດ​ແລ້ວທາງ​ຄະນະ​ກຳມະການ​ຂັ້ນ​ແຂວງ​ຈະ​ໄດ້​ກວດກາ​ຄືນ​ກ່ຽວ​ກັບ​ຜົນ​ຂອງ​ການ​ສຳ​ຫລວດ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ແລະ ຂຽນ​ເປັນ​ບົດ​ວິພາກ​ເສດຖະກິດ​ຄັກ​ແນ່​ວ່າ ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຊ່ຳ​ໃດ ? ມີ​ລາຍ​ຮັບ​ຫລາຍ​ປານ​ໃດ​ໃນ​ແຕ່ລະ​ປີ ? ສ່ວນ​ຂັ້ນ​ຕອນ​ການ​ຮັບ​ເໝົາ​ກໍ່ສ້າງ​ຕົວ​ຈິງ​ນັ້ນ​ແມ່ນຍັງ​ຈະ​ຕ້ອງ​ໄດ້​ມີ​ການ​ປະມູນ​ຕື່ມ​ວ່າ​ບໍລິສັດ​ໃດກັນ​ແທ້, ​​​ເຖິງ​ຢ່າງ​ໃດກໍ​ຕາມ, ບໍ່​ວ່າ​ຈະ​ເປັນ​ບໍລິສັດ​ຂອງ​ຈີນ ຫລືລາວທີ່​ໄດ້​ຮັບ​ການ​ສຳ​ປະທານ, ​​ກໍລ້ວນ​ແລ້ວ​ແຕ່​ຍັງຢູ່​ໃນ​ການ​ຄຸ້ມ​ຄອງ​​ຂອງລັດຖະບານ​ເຮົາ, ຊຶ່ງ​ຂໍ​ພຽງ​ແຕ່​ວ່າການ​ດຳ​ເນີນ​ງານຂອງ​ເຂົາ​ເຈົ້າ​ໃຫ້​ມີ​ປະສິດທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ