ສະພາແຫ່ງຊາດ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື

 

ວັນ​ທີ 28 ມີນາ 2013 ທີ່​ສະພາ​ແຫ່ງ​ຊາດ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ໄດ້​ໃຫ້​ກຽດ​ຕ້ອນຮັບ​ທ່ານ​ນາງ ຕ໋ອງ ທິ​ຟອງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ສສ.ຫວຽດນາມ ພ້ອມ​ຄະນະ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ແຕ່​ວັນ​ທີ 27-31 ມີນາ​ນີ້.

ໂອກາດ​ດັ່ງກ່າວ​ນີ້ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ສະແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຄັ້ງ​ນີ້ ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ໂດຍ​ສະເພາະ ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ລາວ ແລະ ຫວຽດນາມ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ແລະ ຈະເລີນ​ງອກ​ງາມ​ຍິ່ງ​ຂຶ້ນ.

ການ​ພົບ​ປະ​ເຕັມ​ໄປ​ບັນຍາກາດ​ອັນ​ສະໜິດສະໜົມ ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ ໃນ​ໄລຍະ​ຜ່ານ​ມາ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຍັງ​ໄດ້​ຖື​ໂອກາດ​ນີ້​ສະແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂອບ​ອົກ​ຂອບໃຈ​ມາ​ຍັງ​ພັກ-ລັດຖະບານ ໂດຍ​ສະເພາະ ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ສະພາ​ແຫ່ງ​ຊາດ ​ສປປ ລາວ ໃນ​ໄລຍະ​ຜ່ານ​ມາ ແລະ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຍັງ​ໄດ້​ແຈ້ງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ສປປ ລາວ ຄັ້ງ​ນີ້​ໃຫ້​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເຮົາ​ຮັບ​ຊາບ​ຕື່ມ​ອີກ.

ທີ່ມາhttp://www.vientianemai.net