ສະວີເດັນ ຄວ້າແຊ້ມບານເຕະ ຢູ-21 ສະໄໝທຳອິດ

ການແຂ່ງຂັນບານເຕະຮຸ່ນອາຍຸບໍ່ເກີນ 21 ປີ ຫຼື ຢູ-21 ຊີງແຊ້ມຢູໂຣບ 2015 ທີ່ສາທາລະນະເຊັກ ເປັນເຈົ້າພາບ ເມື່ອວັນທີ 30 ມິຖຸນາ ຜ່ານມາ ຮອບຊີງຊະນະເລີດ ລະຫວ່າງທີມຊາດ ໂປຣຕຸເກດ ພົບກັບ ທີມຊາດສະວີເດັນ ເຊິ່ງໃນຮອບ 4 ທີມ ທັງ 2 ທີມ ຟອມຮ້ອນແຮງທັງຄູ່ ໂດຍ ໂປຕຸເກດ ຖະຫຼົ່ມ ເຢຍລະມັນ 6-0 ຂະນະທີ່ ສະວີເດັນ ຖະຫຼົ່ມ ເດນມາກ 4-1 ປະຕູ.

ຜ່ານການແຂ່ງຂັນ ປະກົດວ່າ ໃນເຄິ່ງເວລາທຳອິດ ໂປຕຸເກດ ເດີນໜ້າເປີດເກມບຸກເຂົ້າໃສ່ ຂະນະທີ່ ສະວີເດັນ ຕັ້ງຮັບຢ່າງໜຽວແໜ້ນ ແລະ ອາໄສຈັງຫວະໂຕ້ກັບໄວ ແຕ່ທັງ 2 ທີມຍັງຍິງປະຕູກັນບໍ່ໄດ້ ສະເໝີກັນຢູ່ 0-0 ເຂົ້າສູ່ເຄິ່ງຫຼັງ ເກມເປັນໄປຢ່າງສູສີ ແລະ ທັງ 2 ຝ່າຍ ກໍ່ມີໂອກາດລຸ້ນປະຕູຫຼາຍຄັ້ງ ແຕ່ກໍ່ຍັງບໍ່ມີທີມໃດຍິງປະຕູໄດ້ ຄົບ 90 ນາທີ ໂປຕຸເກດ ສະເໝີ ສະວີເດັນ 0-0 ປະຕູ, ຕ້ອງໄດ້ແຂ່ງຂັນຕໍ່ໃນໄລຍະເວລາພິເສດ ອີກ 30 ນາທີ ແຕ່ກໍ່ຍັງບໍ່ມີປະຕູເກີດຂຶ້ນ ເຮັດໃຫ້ຕ້ອງໄປຕັດສິນຫາຜູ້ຊະນະດ້ວຍການຍິງຈຸດໂທດ ປະກົດວ່າ ສະວີເດັນ ຍິງໄດ້ແມ້ນກວ່າ ເອົາຊະນະ ໂປຕຸເກດ ໄປ 4-3 ປະຕູ ຄວ້າແຊມໄປຄອງເປັນສະໄໝທຳອິດໄດ້ສຳເລັດ.

ສຳລັບການແຂ່ງຂັນຄັ້ງຕໍ່ໄປ ຈະຈັດຂຶ້ນລະຫວ່າງວັນທີ 16-30 ມິຖຸນາ 2017 ທີ່ປະເທດໂປແລນ.

10999409_1645143865698787_6908429828205107897_n