ສະຫລົດ! ໝຸ່ມໄວລຸ້ນບຸກຍິງວິທະຍາໄລໃນໂອເລກອນ ດັບ 13 ເຈັບ 20

EyWwB5WU57MYnKOuXqzDtj01yrFOFWbp7tuTn5U0HaYMT8JcmCszLH

ເກີດ​ເຫດ​ມື​ປືນ​ບຸກ​ຍິງ​ຄົນ​ໃນ​ວິທະຍາ​ໄລ​ໃນ​ເມືອງ​ໂອ​ເລ​ກອນ ເມື່ອ​ວັນພະຫັດທີ່ 1 ຕຸລາ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ​ແລ້ວ 13 ລາຍ ແລະ​ ບາດ​ເຈັບ​ອີກ 20 ຄົນ ສ່ວນ​ມື​ປືນ​ຫລ້າ​ສຸດ​ມີ​ລາຍ​ງານ​ຖືກ​ຕຳ​ຫລວດ​ຍິງ​ເສຍຊີວິດ​ແລ້ວ…

NjpUs24nCQKx5e1D68HZBfqfgaCb37g4uDKlCJVdO0d

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ຊາຍ​ຊາ​ວອາ​ເມ​ຣິ​ກາ​ເຊີ່ງ​ຄາດ​ວ່າ​ມີ​ອາ​ຍຸ​ຢູ່ໃນ​ໄລຍະ 20 ປີ ກໍ່​ເຫດ​ໃຊ້​ອາ​ວຸດ​ປືນ​ບຸກ​ຍິງ​ພາຍ​ໃນ​ຫ້ອງ​ຮຽນ​ຂອງ​ວິທະຍາ​ໄລ​ເອກະຊົນ ‘ອຳ​ຄວາ’ ໃນ​ເມືອງ​ໂລດ​ສ໌ເບີ​ກ ເມືອງ​ໂອ​ເລ​ກອນ ສະ​ຫາລັດ​ອະ​ເມ​ຣິ​ກາ ເມື່ອ​ວັນພະຫັດ​ຕາມ​ເວລາ​ທ້ອງ​ຖິ່ນ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ​ແລ້ວ 13 ລາຍ ແລະ​ ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ປະ​ມານ 20 ຄົນ

NjpUs24nCQKx5e1D68HZBfqfgaCb37dBFkS9odpa9Br

ເຫດ​ຍິງ​ກັນ​ເລີ່ມ​ຂຶ້ນ​ໃນ​ເວລາ​ປະ​ມານ 10:30 ນາທີ ຕາມ​ເວ​ລາສະ​ຫາລັດ ໂດຍ​ເກີດ​ຂຶ້ນ​ທີ່​ອາ​ຄານ​ຫລັງ​ໜຶ່ງ ກ່ອນ​ທີ່​ມື​ປືນ​ຈະ​ຍ້າຍ​ໄປ​ກໍ່​ເຫດ​ທີ່​ອາ​ຄານ​ວິທະຍາ​ສາດ ‘ສະ​ໄນ​ເດີລ໌ ຮອນ’ ຂອງ​ວິທະຍາ​ໄລ​ເອກະຊົນ​ອຳ​ຄວາ​ໃນ​ເວລາ​ຕໍ່​ມາ ໂດຍ​ທ້າຍ ເລ ຊູ​ບ​ເລີ ຫົວ​ໜ້າ​ໜ່ວຍ​ດັບ​ເພີງ​ເຂດ ດັກ​ລາດ ເຄົາ​ຕີ​ເຜີຍ​ວ່າ ຜູ້​ເສຍຊີວິດ ​ແລະ​ ບາດ​ເຈັບ​ຖືກ​ພົບ​ໃນ​ຫ້ອງ​ຮຽນ​ຫລາຍ​ຫ້ອງ

ນາຍ​ຊູ​ບ​ເລີ​ເຜີຍ​ອີກວ່າ ຜູ້​ບາດ​ເຈັບ​ຫລາຍ​ຄົນ​ຖືກ​ນຳ​ໂຕ​ສົ່ງ​ໂຮງໝໍ​ຫລາຍ​ແຫ່ງ​ໃນ​ພື້ນ​ທີ່​ໃກ້​ຄຽງ ແຕ່​ມີ 2 ຄົນ​ເສຍຊີວິດ​ລະຫວ່າງ​ເດີນທາງ ສ່ວນ​ມື​ປືນ​ມີ​ລາຍ​ງານ​ວ່າ ພວກເຂົາ​ຖືກ​ຍິງ​ເສຍຊີວິດ​ລະຫວ່າງ​ຍິງ​ປະ​ທະ​ກັບ​ຕຳຫ​ລວດ​ໃນ​ຫ້ອງ​ຮຽນ​ຫ້ອງ​ໜຶ່ງ

NjpUs24nCQKx5e1D68HZBfqfgaCb37akmoarzJPB759

ເຈົ້າ​ຫນ້າທີ່​ເປີດ​ເຜີຍ​ຕໍ່​ຊີ​ເອັນ​ເອັນ​ດ້ວຍ​ວ່າ ພວກ​ເຂົາ​ພົບ​ປືນ​ທີ່​ເຊື່ອ​ວ່າ​ເປັນ​ຂອງ​ຄົນ​ຮ້າຍ​ຢ່າງ​ໜ້ອຍ 4 ກະ​ບອກ​ຢູ່ໃນ​ທີ່​ເກີດ​ເຫດ ຂະນະ​ທີ່​ສຳ​ນັກ​ງານ​ຄວບ​ຄຸມ​ເຫລົ້າ, ຢາ​ສູບ, ປືນ ແລະ​ ວັດ​ຖຸ​ລະ​ເບີດ (ເອ​ທີ​ເອັບ) ໄດ້​ສົ່ງ​ທີມ​ໝາ​ດົມ​ກິ່ມ​ເຂົ້າໄປ​ໃນ​ທີ່​ເກີດ​ເຫດ ເພື່ອ​ກວດ​ຫາ​ລະ​ເບີດ ຫລື​ອາ​ວຸດ​ອື່ນໆ ດ້ານ​ເຈົ້າ​ຫນ້າທີ່​ຂອງ​ສຳ​ນັກ​ງານ​ສອບ​ສວນ​ກາງ (ເອັບ​ບີ​ໄອ) ກໍ​ເຂົ້າ​ມາ​ຮ່ວມ​ສືບ​ສວນ​ອີກດ້ວຍ

ຂະນະ​ດຽວ​ກັນ ແຫລ່ງ​ຂ່າວ​ທີ່​ໃກ້​ຊິດ​ກັບ​ການ​ສືບ​ສວນ​ຄະດີ​ນີ້ ເຜີຍ​ຕໍ່​ຊີ​ເອັນ​ເອັນ​ວ່າ ເຈົ້າ​ຫນ້າທີ່​ກຳ​ລັງ​ກວດ​ສອບ​ຂໍ້ຄວາມ​ເທິງ​ເຄືອ​ຂ່າຍ​ສັງຄົມ​ອອນ​ໄລນ໌ ທີ່​​ພວກເຂົາ​ເຊື່ອ​ວ່າ​ເປັນ​ການ​ສື່​ສານ​ລະຫວ່າງ​ຄົນ​ຮ້າຍ​ກັບ​ຄົນ​ອື່ນໆ ໂດຍ​ການ​ສົນທະນາ​ເກີດ​ຂຶ້ນ​ໃນ​ເວັບ​ໄຊຕ໌ ‘4chan’ ​ຄືນ​ມື້ວັນ​ພຸດ ເຊີ່ງ​ຜູ້​ຕ້ອງ​ສົງໄສ​ລະ​ບຸ​ເຖິງ​ແຜນ​ການ​ຂອງ​ພວກເຂົາ  ແລະ​ ໄດ້ຮັບ​ສຽງ​ຕອບ​ຮັບ​ແຕກ​ຕ່າງ​ກັນ ລວມ​ທັງ​ແນະ​ນຳ​ວິທີ​ກໍ່​ເຫດ​ລວມ​ທັງ​ອາ​ວຸດ​ທີ່​ໃຊ້

NjpUs24nCQKx5e1D68HZBfqfgaCb37kZGmmQFw2VTUl

ຜູ້​ຕ້ອງ​ສົງ​ໄສ​ຍັງ​ໂພດສ໌​ຂໍ້ຄວາມ​ອ້າງ​ເຖິງ ເອ​ລິ​ອອດ ລອດ​ເຈີ ມື​ປືນ​ຜູ້​ກໍ່​ເຫດ​​ຍິງ​ທີ່​ໂຮງຮຽນ​ຊານ​ຕາ ບາບາ​ລາ  ແລະ​ ຂຽນ​ຖະແຫລງ​ການ​ປະ​ກາດ​ຄວາມຕ້ອງການ ກັບ​ຖ່າຍ​ຄລິບ​ໂຕ​ເອງ​ກ່ອນ​ລົງ​ມື​ກໍ່​ເຫດ ໂດຍ​ຜູ້​ຕ້ອງ​ສົງ​ໄສ​ລະ​ບຸ​ວ່າ ນີ້​ເປັນພຽງ​ໂອ​ກາດ​ດຽວ​ທີ່​ພວກເຂົາ​ຈະ​ໄດ້​ເປັນ​ຂ່າວ ເພາະ​ພວກເຂົາ​ເປັນ​ຄົນ​ບໍ່​ສຳຄັນ