ສານພິດຕົກຄ້າງ! ຈາກຖົ່ວງອກດິບ

ສານພິດຕົກຄ້າງ! ຈາກຖົ່ວງອກດິບ

 1379465427

ການຮັບປະທານອາຫານດິບ ໂດຍສະເພາະ ແມ່ນປະເທດພືດຜັກ ເພາະອາດເວົ້າໄດ້ວ່າເປັນອາຫານໂປດຂອງຫຼາຍໆຄົນເລີຍລະ, ແຕ່ທ່ານຮູ້ບໍ່ວ່າການຮັບປະທານຜັກສົດໆນັ້ນ ແມ່ນມີຄວາມສ່ຽງຕໍ່ສານພິດຕົກຄ້າງ ທີ່ອາດຈະກໍ່ໃຫ້ເກີດຜົນກະທົບຕໍ່ກັບຮ່າງກາຍຂອງເຮົາໃດ້

ໃນຜັກສົດບາງຊະນິດອາດມີສານພິດຕົກຄ້າງ ເຊັ່ນຖົ່ວງອກ ຈະມີສານພິດຈໍາພວກທີ່ເອີ່ນວ່າ ໄຟເຕັຕ ຊຶ່ງເມື່ອກິນເຂົ້າໄປຈະ ສານດັ່ງກ່າວຈະໄປຈັບແຮ່ທາດບາງຊະນິດ ທີ່ຢູ່ໃນອາຫານ ເຮັດໃຫ້ຮ່າງກາຍບໍ່ສາມາດດູດຊືມແຮ່ທາດເຫຼົ່ານັ້ນເຂົ້າຮ່າງກາຍໄດ້ ຮ່າງກາຍຈະເປັນໂລກຂາດແຮ່ທາດ

จูกูมี โพกึม 07

ສານພິດຈາກຖົ່ວງອກເຫຼົ່ານີ້ ຈະສາມາດທໍາລາຍໄດ້ໂດຍການຕົ້ມຖົ່ວງອກໃຫ້ສຸກ ກ່ອນຮັບປະທານ ແລະ ການຮັບປະທານອາຫານທີ່ປຸງແຕ່ງສຸກດີແລ້ວ ກໍ່ຈະຫຼຸດຜ່ອນຄວາມສ່ຽງ ທີ່ຈະມີສານພິດຕົກຄ້າງ ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ກັບຮ່າງກາຍຂອງເຮົາ ໄດ້.

600158