ສາວໆ ລະວັງອັນຕະລາຍທີ່ແອບແຝງໃນຮ້ານເຮັດຜົມ

ขายกิจการ-เสริมสวย

1. ອ່າງ​ສະ​ຜົມ
ໃນ​ຂະນະ​ທີ່​ທ່ານ​ນອນ​ວາງ​ຫົວ​ໄປ​ຫາ​ບໍລິເວນ​ຂອບ​ອ່າງ​ສະ​ຜົມ ອາດ​ກໍ່​ໃຫ້​ເກີດ​ອັນຕະລາຍ​ກັບ​ຄໍ​ຂອງ​ທ່ານ​ໄດ້ ເມື່ອ​ທ່ານ​ນອນ​ເອນ​ຫົວ​ລົງ​ໃນ​ຕຳແໜ່ງ​ດັ່ງ​ກ່າວ ​ເທິງ​ພື້ນ​ອ່າງ​ທີ່​ຄ່ອນ​ຂ້າງ​ແຂງ ອາດ​ເຮັດໃຫ້​ເສັ້ນ​ຫລອດ​ເລືອດ​ບໍລິເວນ​ຕົ້ນ​ຄໍ​ຈີກ​ຂາດ​ໄດ້ ເຊິ່ງ​ອາດ​ນຳ​ໄປ​ສູ່​ການ​ອຸດ​ຕັນ ​ແລະ ​ເຮັດໃຫ້​ເສັຍຊີວິດ​ໄດ້​ໃນ​ເວລາ​ຕໍ່ມາ

7
2. ໄດເປົ່າ​ຜົມ / ແປງ​ມ້ວນ​ຜົມ 
ເຖິງວ່າ​ກົດຫມາຍ​ຈະ​ລະ​ບຸ​ໃຫ້​ເຫລົ່າ​ບັນດາ​ຮ້ານ​ເສີມ​ງາມ​ຕ້ອງ​ປິ່ນປົວ​ສຸຂະພາບ​ອະນາໄມ​ຂອງ​ຜູ້​ໃຊ້​ບໍລິການ ໂດຍ​ການ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ອຸປະກອນ​ເສີມ​ຄວາມ​ງາມ​ດັ່ງ​ກ່າວ​ກໍ່​ຕາມ ເຊັ່ນ ກົດຫມາຍ​ໃນ​ປະເທດ​ແຄ​ລິ​ຟໍ​ເນຍ ໄດ້​ລະ​ບຸ​ໄວ້​ວ່າ ຊ່າງ​ເຮັດ​ຜົມ​ລວມ​ເຖິງ​ຊ່າງ​ແຕ່ງ​ໜ້າ ຄວນ​ເຮັດ​ຄວາມ​ສະ​ອາດ​ຫວີ​ໂດຍ​ການ​ລ້າງ​ດ້ວຍ​ນ້ຳ​ສະ​ບູ່ ແຟບ​ ຫລື​ ແຊ່​ໃນ​ນ້ຳ​ຢາ​ຂ້າ​ເຊື້ອ ທີ່​ໄດ້ຮັບ​ອະນຸຍາດ​ຈາກ​ຫນ່ວຍ​ງານ​ເພື່ອຄວາມ​ປອດ​ໄພ​ໃນ​ຜະລິດຕະພັນ ຫລື “EPA”

7
3. ສານ​ເຄ​ມີ​ຕົກ​ຄ້າງ​ໃນ​ຜະລິດຕະພັນ​ຕົບ​ແຕ່ງ​ຊົງ​ຜົມ 
ບໍ່​ວ່າ​ຢືດ ໄດ ສະ ຊອຍ ​ແລະ ອື່ນໆ ທ່ານຕ້ອງ​ແນ່​ໃຈ​ວ່າ​ນ້ຳ​ຢາ​ດັດ​ຜົມ​ທີ່​ໃຊ້​ປອດ​ໄພ​ຈາກ​ສານ “ຟໍ​ມານ​ດີ​ໄຮ” ຫລື​ທີ່​ຮູ້​ຈັກ​ກັນ​ວ່າ​ເປັນ​ສານ​ກໍ່​ມະ​ເຮັງ

10

4 ຮ້ານ​ເສີມ​ຄວາມງາມ ທີ່​ຂາດ​ລະບົບ​ລະບາຍ​ອາ​ກາດ​ທີ່ດີ 
ນອກ​ຈາກ​ຄວາມ​ຮ້ອນ​ທີ່​ມາ​ຈາກ​ໄດ​ເປົ່າ​ຜົມ ເມື່ອ​ບວກ​ກັບ​ ອາຍ​ລະ​ເຫຍ​ຈາກສານ​ ເຄ​ມີ​ໃນ​ນ້ຳ​ຢາ​ຕົກ​ແຕ່ງ​ຊົງ​ຜົມ ຍັງ​ເປັນ​ຕົວ​ການ​ທີ່​ສ້າງ​ຄວັນ​ພິດ ເຊິ່ງ​ໄປ​ກະຕຸ້ນ​ໃຫ້​ຜູ້​ໃຊ້​ບໍລິການ​ທີ່​ປ່ວຍ​ເປັນ​ພະຍາດ​ພູ​ມ​ພ່າຍແພ້ ຫລື ​ພະຍາດ​ຫອບ​ຫືດ​ກຳ​ເລີບ​ຂຶ້ນ​ມາ​ອີກ​ ຂະນະ​ດຽວ​ກັນ​ກໍ່​ສົ່ງ​ຜົນ​ຂ້າງ​ຄຽງ​ກໍ່ຄືອາການ​ເຈັບ​ຫົວ ຫລື​ ເກີດ​ຄວາມ​ເມື່ອຍ​ລ້າ​ກ້າມ​ເນື້ອ​ໄດ້​ເຊັ່ນ​ກັນ
3