ສຳເລັດການສອບເສັງແຂ່ງຂັນນັກຮຽນເກັ່ງ ຂັ້ນ ປ 5 ທົ່ວປະເທດ

20150423141009

ຜົນ​ການ​ສອບເສັງ​ແຂ່ງຂັນນັກຮຽນ​ເກັ່ງ​ຂັ້ນ ປ 5 ທົ່ວ​ປະເທດ ປະຈຳ​ສົກຮຽນ 2014-2015 ດຳເນີນ​ມາ​ເປັນ​ເວລາ 4 ວັນ ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ຮອດ​ວັນ​ທີ 23 ເມສາ 2015 ໄດ້​ປິດ​ລົງ​ດ້ວຍຜົນສຳເລັດ ເຊິ່ງ​ມີ​ນັກ​ສອບເສັງເຂົ້າ​ຮ່ວມ​ທັງ​ໝົດ 54 ຄົນ ຍິງ 37 ຄົນ.

ຜົນ​ການ​ສອບເສັງ​ອັນ​ດັບ​ທີ 1 ວິຊາ​ຄະນິດສາດ ແມ່ນ​ທ້າວ ພູເງິນ ພັນທະ​ວົງ ຈາກ​ໂຮງຮຽນເຈນ​ນິ​ດາ ເມືອງ​ແປກ ແຂວງຊຽງ​ຂວາງ ວິຊາ​ພາສາ​ລາວ ນາງ ໄພ​ນາ​ລິນ ບຸນ​ນະ​ວົງ ໂຮງຮຽນ​ສັນທະລັກ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ແລະ ວິຊາ​ໂລກ​ອ້ອມ​ຕົວ ນາງ ອາ​ລິ​ຢາ ສຸ​ລິ​ວົງ ໂຮງຮຽນ​ສະຫວ່າງ ຫຼັກ 3 ເມືອງ​ໄກສອນ​ພົມວິຫານ ແຂວງ​ສະຫວັນ​ນະ​ເຂດ.

ອັນ​ດັບ​ທີ 2 ວິຊາ​ພາສາ​ລາວ ນາງ ໄພລິນ ໄຊ​ຍະ​ຮອງ ຈາກແຂວງ​ອຸດົມ​ໄຊ ວິຊາ​ຄະນິດສາດ ນາງ ຫວັງ​ຄຸ້ຍ ແຂວງ​ບໍ່​ແກ້ວ ແລະ ວິຊາ​ໂລກ​ອ້ອມ​ຕົວ ນາງ ໄໝ ພະ​ກອນ​ຄຳ ແຂວງ​ວຽງ​ຈັນ ສ່ວນ​ອັນ​ດັບ​ທີ 3 ວິຊາ​ພາສາລາວ ນາງ ສີ​ລິ​ໂສພາ ສຸ​ຂະ​ພົນ ແຂວງ​ຄຳ​ມ່ວນ ວິຊາ​ຄະນິດສາດ ທ້າວ ບຸນ​ເຮືອງ ທຳ​ມະ​ວົງ ນະຄອນ​ຫຼວງ​ວຽງ​ຈັນ ວິຊາ​ໂລກອ້ອມ​ຕົວ ທ້າວ ສອນ​ກຸມພາ ແສນ​ທະວີ ຈາກ​ແຂວງ​ຫຼວງ​ນ້ຳທາ ພິເສດ​ສຳລັບ​ສົກຮຽນ​ນີ້​ມີນັກ​ສອບເສັງ​ໄດ້​ຄະແນນ​ດີເດັ່ນ ແຕ່​ລະວິ​ຊາ​ບໍ່​ຫຼຸດ 7 ຂຶ້ນ​ໄປ ມີ 5 ຄົນ ຍິງ 4 ຄົນ.

ເຂົ້າ​ຮ່ວມ​ເປັນ​ກຽດ​ມອບ-ຮັບໃບ​ຍ້ອງຍໍ ແລະ ຂອງຂວັນ​ລາງວັນ​ໃນ​ຄັ້ງ​ນີ້​ມີ​ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານຫົວໜ້າ​ກົມ ບັນດາ​ທ່ານ​ຈາກຫ້າງ​ຮ້ານ ບໍລິສັດ ທັງ​ພາກ​ລັດ-ເອກະ​ຊົນ ທີ່​ໃຫ້ການ​ສະໜັບ​ສະໜູນ ພະນັກງານ​ຄູ-ອາຈານ ແລະ ພໍ່​ແມ່​ຜູ້​ປົກຄອງ​ເຂົ້າ​ຮ່ວມສະແດງ​ຄວາມ​ຍິນ​ດີ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່