ສີທອງ ວິລະຊົນແຫ່ງຊາດ

2015-12-03_220331

 ສະຫາຍສີທອງສົມແລ້ວທີ່ສະຫາຍເປັນ ວິລະຊົນແຫ່ງຊາດ ສະຫາຍໄດ້ເສຍສະຫຼະເມື່ອວັນທີ 15 ທັນວາ ປີ 1960 ໃນສະມໍລະພູມປ້ອງກັນຕົວເມືອງວຽງຈັນ ຢ່າງພິລະອາດຫານ. ຕະຫຼອດຊີວິດຂອງສະຫາຍແມ່ນໄດ້ອຸທິດໃຫ້ແກ່ປະເທດຊາດ, ສົມແລ້ວທີ່ເປັນລູກຮັກຫຼານແພງຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ເປັນພະນັກງານ-ເປັນນັກຮົບຜູ້ອົງອາດກ້າຫານຂອງກອງທັບລາວອິດສະຫຼະ ກໍ່ຄືກອງທັບປະຊາຊົນລາວໃນປະຈຸບັນ.
ສະຫາຍສີທອງເປັນນັກຕໍ່ສູ້ກູ້ຊາດທີ່ໄດ້ຜ່ານການທົດສອບ, ລຳບາກ, ຄວາມເສຍສະຫຼະນາໆປະການເພື່ອອຸທີດໃຫ້ແກ່ປະເທດຊາດເຊີ່ງເລີ່ມຈາກນັກຮັກຊາດກາຍເປັນນັກຮົບວິລະຊົນທີ່ກ້າແກ່ນເປັນຜູ້ບັນຊາການທີ່ມີຫົວຄິດປະດິດສ້າງດີເດັ່ນ.ຊື່ສຽງຮຽງນາມແລະຄຸນງາມຄວາມດີຂອງສະຫາຍໄດ້ຖືກຈາລືກໄວ້ໃນປື້ມໄວ້ໃນປື້ມຄຳປະຫວັດສາດຂອງຊາດເຮົາ ພອ້ມທັງໄດ້ມອບຫຼຽນໄຊຫຼຽນກາທີ່ລະນືກອັນສູງສົ່ງຄື:

dsc_4878
ປະທານ ສຸພານຸວົງ ປະດັບຫຼຽນໄຊອິດສະລະ ແກ່ວິລະຊົນສີທອງ
 1.ຫຼຽນໄຊອິດສະຫຼະ ຊັ້ນ i ຈຳນວນ 1 ໜວ່ຍ
2.ຫຼຽນໄຊພິລະອາດຫານ ຊັ້ນ i ຈຳນວນ 1 ໜວ່ຍ
3.ຫຼຽນໄຊຊະນະເລີດຊັ້ນ i ຈຳນວນ1 ໜວ່ຍ
4.ຫຼຽນກາຕ້ານຝລັ່ງ 1 ໜວ່ຍ
5.ຫຼຽນກາຕ້ານອາເມລິກາ 1 ໜວ່ຍ
6.ຫຼຽນນັກຮົບແຂ່ງຂັນ 1 ໜວ່ຍ
7.ຫຼຽນວິລະຊົນແຫ່ງຊາດ 1 ໜວ່ຍ
ຂໍ້ມູນຈາກ: ຂ້ອຍເປັນຄົນລາວ ຮັກຊາດລາວ

1 COMMENT

Comments are closed.