ສື່ດັງຂອງສະເປນຄອນເຟີມ” ເດ ເກອາ ” ໄປຄ້າແຂ່ງຢູ່ຣາຊັນຊຸດຂາວແນ່ນອນໃນຊີຊັ່ນໜ້າ

“ລາເຊັກຕ້າ” ຊ່ອງໂທລະພາບຊື່ດັງລາຍງານວ່າ “ດາວິດ ເດ ເກອາ” ຜູ້ຮັກສາປະຕູແມນຍູໄນເຕັດຕອບຕົກລົງຍ້າຍໄປເຝົ້າເສົາໃຫ້ ເຣອັລ ມາດຣິດ ໃນລະດູການໜ້າ ລະບຸເຈົ້າໂຕຢາກໄປຢູ່ທີມຊຸດຂາວມາດົນແລ້ວ
s1

“ລາເຊັກຕ້າ” ຊ່ອງໂທລະພາບຊື່ດັງລາຍງານວ່າ “ດາວິດ ເດ ເກອາ” ຜູ້ຮັກສາປະຕູແມນຍູໄນເຕັດຕອບຕົກລົງຍ້າຍໄປເຝົ້າເສົາໃຫ້ ເຣອັລ ມາດຣິດ ໃນລະດູການໜ້າ ລະບຸເຈົ້າໂຕຢາກໄປຢູ່ທີມຊຸດຂາວມາດົນແລ້ວ
“ລາເຊັກຕ້າ” ຊ່ອງໂທລະພາບໃນສະເປນລາຍຂ່າວອ້າງວ່າ ດາວິດ ເດ ເກອາ ຜູ້ຮັກສາປະຕູຈອມໜຽວກຽມອຳລາ ແມນເຊັດເຕີ ຍູໃນເຕັດ ທີມດັງໃນພຣີເມຍລີກຫຼັງຈົບລະດູການນີ້ເພື່ອມາເຝົ້າເສົາໃຫ້ ເຣອັລມາດຣິດ ໃນຊີຊັ່ນໜ້າ

ໄລຍະທີ່ຜ່ານມາ ເຣອັລ ມາດຣິດ ຕົກເປັນຂ່າວສົນໃຈຢາກໄດ້ ເດ ເກອາ ມາເຝົ້າເສົາແທນ ອີເກຣ ກາຊີຍາດສ໌ ທີ່ເລີ່ມອ່ອນໂຕລົງມາໂດຍຕະຫຼອດ ເຊີ່ງໂອກາດທີ່ຜູ້ຮັກສາປະຕູໄວ 24 ປີ ຈະຍ້າຍມາຫຼີ້ນໃຫ້ກັບແຊ້ມ ເອີຣົບທີມລ່າສຸດມີຄວາມເປັນໄປໄດ້ສູງ
ເນື່ອງຈາກຕອນນີ້ນັກເຕະຍັງບໍ່ຍອມເຊັນສັນຍາສະບັບໃໝ່ແທນຂອງເກົ່າທີ່ຈະໝົດລົງໃນລະດູການໜ້າເຊີ່ງ ລາເຊັກຕ້າ ສະແດງຄວາມໝັ້ນໃຈວ່າ “ດາວິດ ເດ ເກອາ” ຈະຍ້າຍໄປເລ່ນກັບ ເຣອັລ ມາດຣິດ ໃນຊັ່ມເມີນີ້ແນ່ນອນ