ສຸດຍອດ! ຈາກສາວຈ່ອຍ ກາຍມາເປັນສາວສຸຂະພາບດີ

 

ເປັນ​ທຳມະດາ​ທີ່​ຜູ້ຍິງ​ເຮົາ​ມັກ​ຈະ​ມັກ​ເວົ້າ​ເຖິງ​ການ​ຫລຸດ​ນ້ຳ​ໜັກ ເພາະ​ສາວ​ຮູບ​ຮ່າງ​ດີ​ ຈະ​ໃສ່​ຫຍັງ​ກໍ​ງາມ ແຖມ​ໃຜ​ໆ ກໍ​ມັກ​ທັງ​ນັ້ນ ແຕ່​ຮູ້​ບໍ​ວ່າ ​ຜູ້ຍິງ​ບາງ​ຄົນ​ກໍ​ມັກຄວາມຈ່ອຍ​ຫລາຍເກີນ​ໄປ​ເພາະ​ຢາກ​ເປັນ​ຄື​ດາ​ລາ​ນາງ​ແບບ ຈົນ​ເຮັດ​ໃຫ້ເປັນ​ພະຍາດ​ຢ້ານ​ຕຸ້ຍ ​ແລະ​ພະຍາດ​ການ​ກິນ​ຜິດ​ປົກກະຕິ​ໄປ​ເລີຍ ເຊິ່ງ​ກໍ​ສົ່ງ​ຜົນ​ໃຫ້​ສຸຂະພາບ​ເສື່ອມ​ໂຊມ​ຮ້າຍກວ່າເກົ່າ ຈົນ​ເຖິງ​ຂັ້ນ​ອາດ​ເຮັດໃຫ້​ເສັຍຊີວິດ​ໄດ້ ມື້​ນີ້​​ຈຶ່ງ​ຂໍ​ນຳ​ເລື່ອງ​ລາວ​ຂອງ 10 ສາວ​ທີ່​ເຄີຍ​ຈ່ອຍຈົນແຫ້ງ ແຕ່​ຕອນ​ນີ້​ກາຍ​ເປັນ​ສາວ​ສຸຂະພາບ​ດີ​ມາ​ຝາກ​ກັນ ມາ​ເບິ່ງ​ກັນ​​​ວ່າ​ຊີວິດ​ຂອງ​ພວກ​ນາງ​ຜ່ານ​ໄລຍະເວລາ​ອັນ​ຮ້າຍແຮງ ​ແລະ ​ຕ້ອງ​ຕໍ່ສູ້​ກັບ​ພະຍາດ​ເຫລົ່າ​ນັ້ນ​ແບບໃດ​

1

Harriet Smith

ຜູ້ຍິງ​ຄົນ​ນີ້​ຕ້ອງ​ຕໍ່ສູ້​ກັບ​ພະຍາດ​ການ​ກິນ​ຜິດ​ປົກກະຕິ​ດົນ ​ໃຊ້ເວລາປີ​ປາຍ   ເພາະ​ນາງ​ມີ​ນ້ຳ​ໜັກ​ໜ້ອຍ​ຫລາຍ​ພຽງ 31 ກິ​ໂລ​ກຣາມ ​ເທົ່າ​ນັ້ນ ເຊິ່ງ​ກໍ​ເຮັດໃຫ້​ນາງ​ເກືອບ​ຕາຍ​ຄືກັນ ແຕ່​ເມື່ອ​ຮູ້​ໂຕ​ວ່າ​ ນາງ​ລອດ​ຕາຍ​ພຽງ​ແຕ່​ໜຶ່ງ​ອາທິດ ນາງ​ກໍ​ເລີ່ມ​ປ່ຽນ​ແປງ​ໂຕ​ເອງ​ໃຫ້​ດີ​ຂຶ້ນ ຈົນ​ຕອນ​ນີ້​ນາງ​ມີ​ນ້ຳ​ໜັກ 54 ກິ​ໂລ​ກຣາມ​ແລ້ວ ແຖມ​ຍັງ​ເປັນ​ສາວ​ທີ່​ແຂງ​ແຮງ​ນໍາອີກ

2

Rachel Johnston

ລາ​ເຊວ ​ອາຍຸ 20 ປີ ຕ້ອງ​ຕໍ່ສູ້​ກັບ​ພະຍາດ​ຢ້ານ​ຕຸ້ຍ​ ດົນ​ກວ່າ 4 ປີ ເຊິ່ງ​ພະຍາດ​ນີ້​ແຫລະ​ທີ່​ເຮັດໃຫ້​ນາງ​ມີ​ນ້ຳ​ໜັກ​ພຽງ 28 ກິ​ໂລ​ກຣາມ ​ເທົ່າ​ນັ້ນ​ເອງ ໂດຍ​ເຫດຜົນ​ທີ່​ເຮັດໃຫ້​ນາງ​ຈ່ອຍ​ໄດ້​ເຖິງ​ຂະໜາດ​ນີ້ ກໍ​ເພາະ​ການ​ເບິ່ງ​ຮູບ​ນາງ​ແບບ​ຮູບຮ່າງນ້ອຍ (ທີ່ຜ່ານ​ການ​ຕົກ​ແຕ່ງ​ມາ​ແລ້ວ) ຈົນ​ເຮັດໃຫ້​ນາງ​ຢາກ​ເປັນ​ແບບ​ນັ້ນ​ນຳ ແຕ່​ຫລັງ​ຈາກ​ທີ່​ນາງ​ຕໍ່ສູ້​ກັບ​ພະຍາດ​ນີ້​ມາ​ດົນ ຕອນ​ນີ້​ນາງ​ນ້ຳ​ໜັກ​ເພີ່ມ​ຫລາຍ​ຂຶ້ນ​ ແລະ ​ສຸຂະພາບ​ດີ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ຈົນ​ເຮັດໃຫ້​ນາງ ​ແລະ ​ແມ່​ຂອງ​ນາງ​ຮ່ວມ​ກັນ​ຜັກ​ດັນ​ໃຫ້​ວາລະ​ສານ​ ເລີກ​ໂຄດ​ນາ ​ແລະ ​ຕົກ​ແຕ່ງ​ຮູບ​​ໃຫ້​ນາງ​ແບບຈ່ອຍ​ເກີນ​ຈິງ​

3

 Jo Thompson

ໂຈ ​ເປັນ​ພະຍາດ​ຢ້ານ​ຕຸ້ຍ ​ແລະ ​ພະຍາດ​ການ​ກິນ​ຜິດ​ປົກກະຕິ​ຕັ້ງ​ແຕ່​ອາ​ຍຸ​ພຽງ  11 ປີ ຈົນ​ເຮັດໃຫ້​ມີ​ຮູບ​ຮ່າງ​ຈ່ອຍ​ແຫ້ງ​ໜັງ​ຫຸ້ມ​ກະດູກ​ ແຕ່​ເມື່ອ​ນາງ​ອາ​ຍຸ 17 ປີ​ ກໍ​ໄປ​ສະໝັກ​ວຽກ​ທີ່​ຮ້ານ​ ແມັກ​ໂດ​ໂນ ​ຈົນ​ໄປ​ຕົກ​ຫລຸມ​ຮັກ​ກັບ​ຜູ້​ຈັດການ​ ເຊິ່ງ​ຊາຍ​ຄົນ​ນີ້​ແຫລະ​ທີ່​ກະຕຸ້ນ​ໃຫ້​ນາງ​ກິນ​ຫລາຍໆ ຈົນ​ສຸດ​ທ້າຍ​ກໍ​ກາຍ​ເປັນ​ສາວ​ສຸຂະພາບ​ດີ​ໄປ​ເລີຍ

4

Morgan

ນາງ​ຄົນ​ນີ້ ​ມີ​ຮູບ​ຮ່າງ​ຈ່ອຍ​ເປັນ​ທຶນ​ເກົ່າ​ຢູ່​ແລ້ວ ແຕ່​ເພາະ​ເກີດ​ພະຍາດ​ການ​ກິນ ​ຜິດ​ປົກກະຕິ ຈຶ່ງ​ເຮັດໃຫ້​ນາງ​ມີ​ນ້ຳ​ໜັກ​ເຫລືອ​ພຽງ 51 ກິ​ໂລ​ກຣາມ ເຊິ່ງ​ນາງ​ກໍ​ບອກວ່າ​ນາງ​ເບິ່ງ​ຄື​ໂຄງ​ກະດູກ​ເລີຍ​ໃນ​ຕອນ​ນັ້ນ ແລະ ​ການ​ທີ່​ນາງ​ປັບ​ປ່ຽນ​ຕົນເອງ​ໃໝ່ ກໍ​ເປັນ​ເພາະ​ແຟນ​ຂອງ​ນາງ​ນັ້ນ​ເອງ ໂດຍ​ນາງ​ຕັດ​ສິນ​ໃຈ​ທີ່​ຈະ​ຕໍ່ສູ້​ກັບ​ພະຍາດ​ນີ້​ດ້ວຍ​ຕົນ​ເອງ​ແບບ​ບໍ່​ຕ້ອງ​ເພິ່ງ​ພາ​ຜູ້​ຊ່ຽວຊານ​ ຈົນ​ໃນ​ທີ່ສຸດ​ນາງ​ກໍ​ກາຍ​ເປັນ​ສາວ​ສຸຂະພາບ​ດີ​ຂຶ້ນ​ມາ​ອີກ​ເທື່ອ​ໜຶ່ງຈາກ​ການ​ອອກ​ກຳ​ລັງ​ກາຍ ​ແລະ ​ກິນ​ອາຫານ​ທີ່​ດີ

6

Meg

ຈຸດ​ຕ່ຳ​ສຸດ​ໃນ​ຊີວິດ​ຂອງ​ນາງ​ກໍ​ຄື ​ການ​ທີ່​ນາງ​ເປັນ​ພະຍາດ​ການ​ກິນ​ຜິດ​ປົກກະຕິ​ນີ້​ແຫລະ ໂດຍ​ມັນ​ເກີດ​ຂຶ້ນ​ເມື່ອ​ຕອນ​ສະໄໝ​ຢູ່​ໂຮງຮຽນ​ມັດ​ຍົມ ເຊິ່ງ​ນາງ​ກໍ​ຕັດ​ສິນ​ໃຈ​ຕໍ່ສູ້​ກັບ​ພາ​ວະ​ອັນ​ຮ້າຍແຮງ​ນີ້​ ດ້ວຍ​ການ​ຮັບ​ການ​ບຳ​ບັດ ​ແລະ ​ໃຫ້​ນັກ​ໂພສະນາ​ການ​ຊ່ວຍ​ຈັດ​ຄາບອາຫານ​ໃຫ້​ນາງ​ກິນ ເມື່ອ​ນາງ​ເລີ່ມ​ມີ​ສຸຂະພາບ​ດີ​ແລ້ວ ນາງ​ກໍ​ຕັດ​ສິນ​ໃຈ​ຫລິ້ນກິລາ ​ແລະ ​ບໍ່​ອົດອາຫານ ແລະ ​ກິນ​ອາຫານ​ເລື້ອຍໆ​ເຖິງ 6 ເທື່ອ​ຕໍ່​ມື້​ ຈົນ​ຕອນ​ນີ້​ນາງ​ກໍ​ກາຍ​ເປັນ​ສາວ​ສຸຂະພາບ​ດີ​ແຂງ​ແຮງ​ຫລາຍ​ໆ

7

 Heather Franks

ນາງ​ຄົນ​ນີ້​ເຄີຍ​ຢູ່ໃນ​ຈຸດ​ທີ່​ຈ່ອຍ​ແຫ້ງ​ຫລາຍ​ຈົນ​ໝໍ​ເອີ່ຍ​ປາກ​ຢາກ​ໃຫ້​ນາງ​ຢູ່​ທີ່​ໂຮງໝໍ​ເພື່ອ​ບຳ​ບັດ ແຕ່​ຮູ້​ຫລື​ບໍ່​ວ່າ ​ການ​ປ່ຽນ​ແປງ​ເທື່ອ​ຍິ່ງ​ໃຫຍ່​ເກີດ​ຂຶ້ນ​ເມື່ອ​ນາງ​ໄປ​ທ່ຽວທີ່​   ດິດ​ສນີ ເວີ ເພາະ​ເມື່ອ​ນັ່ງ​ຢູ່ໃນ​ຮ້ານ​ອາຫານ ​ແລະ ​ໄດ້​ລອງ​ກິນ​ພິ​ຊ​ຊາ ນາງ​ກໍ​ໄດ້ຮັບ​ຮູ້​ວ່າ​ ອາຫານ​ມັນ​ລົດ​ຊາດແຊບຊ້ອຍ​ແບບ​ນີ້​ນີ້​ເອງ ຈົນ​ເຮັດໃຫ້​ນາງ​ເດີນ​ໜ້າ​ກິນ​ຕໍ່ໄປ ທ້າຍ​ທີ່ສຸດ​ນາງ​ກໍ​ກັບ​ມາ​ກິນ​ອາຫານ​ໄດ້​ຕາມ​ປົກກະຕິ​ຈົນ​ກາຍ​ເປັນ​ສາວ​ຮູບ​ຮ່າງ​ດີ​ ບໍ່​ຈ່ອຍ​ແຫ້ງ​ອີກ​ຕໍ່ໄປ

8

Lauren Bailey

ນາງ​ຄົນ​ນີ້​ເຄີຍ​ຕົກ​ຢູ່ໃນ​ພາ​ວະ​ຢ້ານ​ຕຸ້ຍ ຈົນ​ເຮັດໃຫ້​ມີ​ນ້ຳ​ໜັກ​ໂຕ​ໜ້ອຍ​ຫລາຍ​ພຽງ 22 ກິ​ໂລ​ກຣາມ ເຊິ່ງ​ນາງ​ຕ້ອງ​ຕົກ​ຢູ່ໃນ​ພາ​ວະ​ແສນ​ທໍລະມານ​ນີ້​ກວ່າ 10 ປີ ນາງ​ເຄີຍ​ພະຍາຍາມ​ຍ່າງ 12 ຊົ່ວ​ໂມງ​ຕໍ່​ມື້​ ເພື່ອ​ລຸດ​ນ້ຳ​ໜັກ​ ຈົນ​ໃນ​ທີ່ສຸດ​ນາງ​ຕັດ​ສິນ​ໃຈ​ໄປ​ຫາ​ໝໍ​ເພື່ອ​ປ່ຽນ​ແປງ​ຕົນເອງ​ໃໝ່ ໃນ​ທີ່ສຸດ​ນາງ​ກໍ​ກັບ​ມາ​ເປັນ​ຜູ້ຍິງ​ສຸຂະພາບ​ແຂງ​ແຮງ​ ແລະ ​ຮູບ​ຮ່າງ​ກຳ​ລັງ​ດີ​

9

Hayley Wilde

ເຮ​ລີ ​ເຄີຍ​ຕົກ​ຢູ່ໃນ​ພາ​ວະ​ທີ່​ຈະ​ເຫລືອ​ຊີວິດ​ລອດ​ພຽງ 10 ມື້ ຫລັງ​ຈາກ​ທີ່​ນາງ​ຕ້ອງ​ຕໍ່ສູ້​ກັບ​ພະຍາດ​ຢ້ານ​ຕຸ້ຍ​ເປັນ​ເວລາ 8 ປີ​ມາ​ແລ້ວ ເພາະ​ນ້ຳ​ໜັກ​ນາງ​ຫລຸດລົງ​ຈົນ​ເຖິງ​ລະ​ດັບ​ທີ່​ອັນຕະລາຍ​ສຸດ​ຂີດ ແຕ່​ຫລັງ​ຈາກ​ທີ່​ເຂົ້າ​ຮັບ​ການ​ປິ່ນປົວ​ໃນ​ໂຮ​ງ​ໝໍ​ຫລາຍ​ເທື່ອ ລວມ​ທັງ​ແມ່​ຂອງ​ນາງ​ກໍ​ຊ່ວຍ​ໃຫ້​ນາງ​ກັບ​ໄປ​ກິນ​ໄດ້​ຢ່າງ​ປົກກະຕິ ທີ່​ສຳຄັນ​ນາງ​ໄດ້ຖືພານໍາອີກ​ ເຊິ່ງ​ກໍ​ເຮັດໃຫ້​ນາງ​ຮູ້​ວ່າ ​ນາງ​ຄວນ​ກິນ​ເພື່ອ​ລູກ​ນ້ອຍ​ໃນ​ທ້ອງ ຈົນ​ເຖິງ​ຕອນ​ນີ້​ນາງ​ກໍ​ສາ​ບານ​ວ່າ​ ນາງ​ຈະ​ບໍ່​ກັບ​ໄປ​ເປັນ​ແບບ​ເກົ່າ​ອີກ​ແລ້ວ

1576

Kate Puncher

ເຄສ ​ເຄີຍ​ປ່ວຍ​ເປັນ​ພະຍາດ​ຢ້ານ​ຕຸ້ຍ​ມາ​ກ່ອນ ເພາະ​ແຟນ​ເກົ່າ​ຂູ່​ວ່າ ​ຈະ​ເລີກ​ຫາກ​ນາງ​ຕຸ້ຍ​ຂຶ້ນ ແຕ່​ໂຊ​ກດີ​ຂອງ​ນາງ​ແທ້ໆ ທີ່​ເລີກ​ກັບ​ແຟນ​ໜຸ່ມ​ຄົນ​ນັ້ນ​ໄດ້ ແລ້ວ​ມາ​ພົບ​ກັບ​ແຟນ​ໜຸ່ມ​ຄົນ​ໃໝ່ (ຜົວ​ໃນ​ປະຈຸບັນ) ທີ່​ດີກວ່າ ເພາະ​ຊາຍ​ຄົນ​ນີ້​ໄດ້​ຊ່ວຍ​ນາງ​ໃຫ້​ກາຍ​ມາ​ເປັນ​ສາວ​ສຸຂະພາບ​ດີ ດ້ວຍ​ການ​ຕັດ​ຊຸດ​ແຕ່ງ​ດອງ​ໄຊ​ໃຫຍ່​ກວ່າ​ໂຕນາງ ເພື່ອ​ໃຫ້​ນາງ​ເລີ່ມ​ກັບ​ມາ​ກິນ​ ແລະ ​ເພີ່ມ​ນ້ຳ​ໜັກ​ຈົນ​ກວ່າ​ຈະ​ໃສ່​ຊຸດ​ເຈົ້າ​ສາວ​ໄດ້ ໃນ​ທີ່ສຸດ​ຄວາມ​ພະຍາຍາມ​ຂອງ​ນາງ​ກໍ​ສຳ​ເລັດ​ ແລະ ​ໃສ່​ຊຸດ​ເຈົ້າ​ສາວ​ໄດ້​ພໍ​ດີ​ເລີຍ

ຈາກ​ເລື່ອງ​ລາວ​ຕ່າງໆ ທີ່​ໄດ້​ກ່າວ​ໄປ​ແລ້ວ ອາດ​ເຮັດໃຫ້​ສາວໆ ປ່ຽນ​ໃຈ​ເຊົາມັກ​ຄວາມ​ຈ່ອຍ​ກັນ​ໄດ້​ແລ້ວ ເພາະ​ການ​ທີ່​ຈ່ອຍ​ເກີນ​ໄປ ​ຫລື ​ຕຸ້ຍ​ເກີນ​ໄປ​ກໍ​ບໍ່​ດີ​ຕໍ່​ສຸຂະພາບ​ທັງ​ນັ້ນ​ແຫລະ​ ທາງ​ທີ່​ດີ​ສາວໆ ຄວນ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ໃຫ້​ຄົບ​ທຸກ​ມື້ ແລ້ວ​ກໍ​ຢ່າ​ລືມ​ອອກ​ກຳ​ລັງ​ກາຍ​ເລື້ອຍໆ