ສຸດຍອດ! ເດັກຊາວຣູມານີ ອາຍຸ 10 ປີ ມີຊິກແພ໊ກ ຫລິ້ນກ້າມມາຕັ້ງແຕ່ນ້ອຍ!

EyWwB5WU57MYnKOuFIwCR1jluUG1AfivGk34JCa4Onw513ZWsaYDWQ

 

ສຸດຮືຮາ ເມື່ອເດັກຊາວຣູມານີ ອາຍຸ 10 ປີ ເຜີຍຮູບກ້າມຊິກແພ໊ກ ຫລັງຈາກມັກອອກກຳລັງກາຍ ເພາະກ້າມເນື້ອ

ເຂົ້າໂຮງເພາະກາຍມາຕັ້ງແຕ່ນ້ອຍ.

 

ໃນວັນທີ 18 ພະຈິກຜ່ານມານີ້ ສຳນັກຂ່າວຕ່າງປະເທດ ເຜີຍແຜ່ພາບ ທ້າວ ກຸຍລິອາໂນ ສະໂຕ ເດັກນ້ອຍຊາວຣູມາ

ນີ ອາຍຸພຽງ 10 ປີ ທີ່ມີກ້າມທ້ອງເປັນມັດໆ ແບບທີ່ຊາຍໜຸ່ມຫລາຍຄົນຈະຕ້ອງອາຍ ເນື່ອງຈາກທ້າວ ສະໂຕ ມັກໃນ

ການອອກກຳລັງກາຍເປັນຊີວິດຈິດໃຈມາຕັ້ງແຕ່ນ້ອຍ ໂດຍເລີ່ມໄປໂຮງເພາະກາຍກັບພໍ່ຂອງລາວ ເຊິ່ງຕັ້ງແຕ່ອາ

ຍຸ 2 ປີ ກໍໄດ້ເລີ່ມຍົກເວດ, ຢືດຫຸ່ນກ້າມເນື້ອ ແລະ ເລີ່ມຕີມວຍ, ພໍຮອດອາຍຸ 3 ປີ ເຂົາກໍເລີ່ມຫັນມາຫລິ້ນຢິມນາສ

ຕິກ ແລະ ອອກກຳລັງກາຍເພື່ອເພີ່ມກ້າມເນື້ອເລື້ອຍໆມາ.

 

NjpUs24nCQKx5e1DGn6KFTh0I83ryuEKhoAQW91Tahd

 

ເມື່ອປີ 2010 ທີ່ຜ່ານມາ ທ້າວ ສະໂຕ ໄດ້ຮັບການບັນທຶກລົງໃນປຶ້ມ ກິນເນສ ບຸກ ໃນຖານະເດັກນ້ອຍທີ່ໃຊ້ມືຍ່າງໄດ້

ໄວທີ່ສຸດໃນໂລກໃນໄລຍະ 10 ແມັດ ໃນຂະນະທີ່ຂາຍັງໜີບໝາກບານເອົາໄວ້ອີກດ້ວຍ.

 

NjpUs24nCQKx5e1DGn6KFTh0I83ryuIaJNhnJx2Gzsd

NjpUs24nCQKx5e1DGn6KFTh0I83ryuGtWHy3QAr205N