ສົມເດັດມະຫາອຸປະຣາດ ເພັດຊະຣາດ ຣັດຕະນະວົງສາ

22824_10152748159509149_9071110765299445321_n

ພາບເມື່ອປີ 1957 ທີ່ສົມເດັດມະຫາອຸປະຣາດ ເພັດຊະຣາດ ຣັດຕະນະວົງສາ ອອກຢ້ຽມຢາມລາຊະດອນໃນແຂວງຫຼວງພະບາງຕາມບ້ານຕ່າງໆ ຖ້າຫາກເພິ່ນພົບເຫັນບ້ານໃດ ຫຼື ເຮືອນໃດມີຫໍຜີ ເພິ່ນ ແລະ ຄະນະຕິດຕາມກໍ່ຈະມີການຈູດເຜົາຫໍຜີນັ້ນບໍ່ໃຫ້ເຫຼືອ ເພື່ອລົບລ້າງຄວາມເຊື່ອຖືຜີສາງແບບງົມງວາຍຂອງຄົນລາວ. ເຊິ່ງເຈົ້າເພັດຊະລາດ ກໍ່ໄດ້ມີຄຸນນານັບປະການຕໍ່ຜື່ນແຜ່ນດິນລາວ ແລະ ກໍ່ເປັນນາຍົກຄົນທຳອິດແຫ່ງປະຫວັດສາດຂອງຊົນຊາດລາວ ພ້ອມກັນນັ້ນເພິ່ນຍັງເປັນມະຫາບູລຸດຜູ້ກອບກູ້ພາສາລາວຈາກຝຣັ່ງ ທີ່ຈະກຳນົດເອົາພາສາຝຣັ່ງເປັນພາສາທາງການຂອງລາວ ແຕ່ເນື່ອງຈາກຄວາມປີຊາສາມາດຂອງເພິ່ນໃນການຄັດຄ້ານຈຶ່ງເຮັດໃຫ້ຫຼຸດພົ້ນ ແລະ ມີການນຳໃຊ້ພາສາລາວດັ່ງເດີມເປັນຕົ້ນມາ ຖ້າບໍ່ດັ່ງນັ້ນ, ພາສາລາວໃນປັດຈຸບັນກໍ່ຈະມີລັກສະນະຄືກັບພາສາຫວຽດນາມ ດ້ວຍເຫດນີ້ ລັດຖະບານແຫ່ງ ສປປ.ລາວ ໃນປັດຈຸບັນ ຈຶ່ງໄດ້ກຳນົດຊື່ຮູບແບບຕົວອັກສອນຢ່າງເປັນທາງການທີ່ນຳໃຊ້ໃນລະບົບອີເລັກໂຕນິກວ່າ: ເພັດຊະຣາດ (Font Phetsarath).

ຮູບແລະເລື່ອງ: ຮູບພາບປະເທດລາວ