ສໍ້ໂກງຊັບເກືອບ 3 ລ້ານບາດ ຍ້ອນຕິດການພະນັນ!

3-1
(ພາບປະກອບຂ່າວ)

 

ການ​ຫຼິ້ນ​ການ​ພະນັນ​ປະເພດ​ຕ່າງໆ ເຊັ່ນ: ການ​ຫຼິ້ນ​ໄພ້ ຕີໄກ່ ຕີ​ສະນຸກ​ເກີ ຫຼິ້ນ​ເກມ ການ​ລົງ​ພະນັນ​ທວາຍ​ຜົນ​ກີລາ​ເຕະບານ

ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ລະບຽບ​ກົດໝາຍ ເຊິ່ງ​ຖ້າ​ບຸກຄົນ​ໃດ​ຕິດ​ການ​ພະນັນ ນອກຈາກ​ຈະ​ເຮັດ​ໃຫ້​ຕົນ​ເອງ​ເສຍ​ຊັບ​ສິນ​ແລ້ວ

ຍັງ​ເຮັດ​ໃຫ້​ເປັນ​ໜີ້​ສິນ​ຂອງ​ຄົນ​ອື່ນ ແລະ ເປັນ​ສາເຫດ​ໜຶ່ງ​ທີ່​ພາໃຫ້​ເກີດ​ມີ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ໃນ​ສັງຄົມ ເຊັ່ນ: ຂີ້ລັກ-ງັດ​

ແງະ ປຸ້ນ​ຈີ້-ຊິງ​ຊັບ ສໍ້​ໂກງ​ຊັບ​ພົນລະເມືອງ ແລະ ອື່ນໆ ດັ່ງ​ເຫດການ​ຂອງ​ທ້າວ ສຸລະ​ໄຊ ຫຼື ຕຸ້ຍ ອາຍຸ 36 ປີ ຢູ່​ບ້ານ​ສາຍ​ລົມ

ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ທີ່​ຕິດ​ຫຼິ້ນ​ການ​ພະນັນ ຈົນ​ເຮັດ​ໃຫ້​ຜູ້ກ່ຽວ​ສໍ້​ໂກງ​ຊັບ​ຂອງ​ພົນລະເມືອງ ລວມ​ເປັນ​ເງິນ

​ເກືອບ 3 ລ້ານ​ບາດ.

 

ເຈົ້າ​ໜ້າທີ່ ​ປກສ ເມືອງ​ຈັນທະ​ບູ​ລີ ໃຫ້​ຮູ້​ວ່າ: ມີ​ຜູ້​ຖືກເສຍ​ຫາຍ​ຫຼາຍ​ຄົນ ​ໄດ້​ເຂົ້າ​ມາ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າທີ່​ກອງ​ຄະດີ​ອາຍາ

​ປກສ ເມືອງ​ຈັນທະ​ບູ​ລີ ໃນ​ໄລຍະ​ເດືອນ​ສິງຫາ-ກັນຍາ 2014 ວ່າ: ທ້າວ ສຸລະ​ໄຊ ໄດ້​ມາ​ສໍ້​ໂກງ​ເອົາ​ຊັບ​ສິນ​ປະເພດ​ລົດ​ໃຫຍ່​ໄປ​

ຫຼາຍຄັນ ຈາກ​ນັ້ນ ຈິ່ງ​ໄດ້​ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ສາຍ​ລົມ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ຂຶ້ນ​ບັນ

ຊີ​ຕິດຕາມ​ເປົ້າ​ໝາຍ ແລະ ສາມາດ​ກັກ​ຕົວ​ຜູ້​ກະທຳ​ຜິດ ​ມາ​ດຳເນີນ​ຄະດີ​ໄດ້​ໃນ​ວັນ​ທີ 27 ກັນຍາ 2014.

 

ຜ່ານ​ການ​ສອບ​ສວນ ຜູ້​ຖືກ​ຫາ​ຮັບ​ສາລະພາບ​ວ່າ: ໄດ້​ໄປ​ສໍ້​ໂກງ​ເອົາ​ຊັບ​ສິນ​ຂອງ​ພໍ່​ແມ່​ປະຊາຊົນ​ແທ້ ເຊິ່ງ​ສາເຫດ​ທີ່​ມີ​ການ​ກະ

ທຳຄື​ດັ່ງກ່າວ ແມ່ນ​ຍ້ອນ​ຕົນ​ເອງ​ຕິດ​ຫຼິ້ນ​ການ​ພະນັນ​ຢູ່​ຄາ​ຊີ​ໂນ​ພູເຂົາ​ຄວາຍ ແລະ ຂົວ​ມິດຕະພາບ ຈິ່ງ​ຕ້ອງການ​ເງິນ​ໄປ​ຫຼິ້ນ

​ການ​ພະນັນ ໂດຍ​ໄດ້​ໃຊ້​ກົນອຸບາຍ ແລະ ຊ່ອງ​ຫວ່າງ​ທີ່​ຕົນ​ເອງ​ເຮັດ​ວຽກ​ ເປັນ​ພະນັກງານ​ຢູ່​ບໍລິສັດ​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ ​ຈິ່ງ​ໄດ້

​ໄປ​ເຊົ່າ​ລົດ ເພື່ອ​ໄປ​ຮັບແຂກ​ໄປ​ທ່ອງ​ທ່ຽວ ແລະ ໃນ​ເວລາ​ທີ່​ໄປ​ເຊົ່າ​ລົດ​ນັ້ນ ຕົນ​ເອງ​ໄດ້​ເອົາ​ລົດ​ທີ່​ເຊົ່າ​ມາ​ໄປ​ມັດ​ຈຳ​ເອົາ​ເງິນ​ນຳ​

ບຸກຄົນ​ອື່ນ​ຈຳນວນ 10 ຄັນ ຄື: ມີ​ລົດ​ວິ​ໂກ້​ແຊມ 1 ຄັນ ລົດ​ຕູ້​ໂຕ​ໂຢ​ຕ້າ 1 ຄັນ ລົດ​ເກັງ 3 ຄັນ ແລະ ລົດ​ສະ​ຕາ​ແລັກ ຈຳນວນ

5 ຄັນ ລວມ​ເປັນ​ມູນ​ຄ່າ​ທີ່​ເອົາ​ມັດ​ຈຳ ມີ​ຈຳນວນ 2.800.000 ບາດ ປັດຈຸບັນ ​ເງິນ​ຈຳນວນ​ດັ່ງກ່າວ ​ແມ່ນ​ຜູ້ກ່ຽວ​ໃຊ້​ຈ່າຍ​ຫຼິ້ນ

​ການ​ພະນັນ​ໝົດ​ແລ້ວ ຕໍ່​ກັບ​ຄະດີ​ລາຍ​ນີ້​ ຜູ້​ຮັບ​ມັດ​ຈຳ​ຈະ​ຮ້ອງ​ຟ້ອງ​ຕາມ​ຂະ​ບວນ​ຍຸຕິ​ທຳ.

 

ແຫລ່ງຂ່າວ: ວຽງຈັນໃໝ່