ຫວຽດນາມ ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ຄາສະໜາມບິນ ສ່ຽງຕິດເຊື້ອອີໂບລາ

 

ທາງການຫວຽດນາມ ໄດ້ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ທີ່ສະໜາມບິນ ເຕິນ ເຊິນ ເຍຶດ ນະຄອນໂຮ່ຈິມິນ

ໃນຕອນບ່າຍຂອງວັນອັງຄານທີ 19 ສິງຫາ 2014 ຜ່ານມານີ້ ໂດຍທັງສອງຄົນອອກເດີນທາງຈາກໄນຈີເຣຍ ເມື່ອວັນທີ

18 ສິງຫາ 2014 ກັບສາຍການບິນກາຕາແອຣ໌ເວ ເຊິ່ງກວດພົບວ່າ ໜຶ່ງໃນສອງຄົນມີອາການໄຂ້ສູງ ນຂະນະດຽວກັນ

ທາງການໄດ້ປະກາດຕິດຕາມໂຕຜູ້ໂດຍສານອີກ 4 ຄົນ ທີ່ນັ່ງແວດລ້ອມຢູ່ກັບຊາວໄນຈີເຣຍຄູ່ນີ້ ເພື່ອໃຫ້ໄປພົບແພດ

ຢ່າງຮີບດ່ວນທີ່ສຸດ.

 

ຕາມການລາຍງານຂອງສື່ຕ່າງປະເທດ ອ້າງຄຳກ່າວຂອງເຈົ້າໜ້າທີ່ຫວຽດນາມວ່າ ເຈົ້າໜ້າທີ່ີຜູ້ຊ່ຽວຊານ ໄດ້ນຳໂຕຜູ້

ໂດຍສານທັງສອງ ຂຶ້ນຍານພາຫະນະພິເສດ ອອກຈາກສະໜາມບິນໄປສົ່ງທີ່ໂຮງໝໍແຫ່ງໜຶ່ງເປັນການຮີບດ່ວນ ກ່ອນ

ທີ່ຈະສົ່ງໄປແຍກການຄວບຄຸມໂຕ ເພື່ອເຝົ້າເບິ່ງອາການ ໂດຍແພດຜູ້ຊ່ຽວຊານໄດ້ກວດເລືອດ ແລະ ດຳເນີນການຕາມ

ກຳມະວິທີປ້ອງກັນ ທີ່ປະຕິບັດມາເປັນເວລາ 2 ອາທິດແລ້ວ.

 

ໃນວັນດຽວກັນ ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດຫາຜູ້ໂດຍສານອີກ 4 ຄົນ ຕາມໝາຍເລກຕັ່ງນັ່ງແຖວ

24, 25, 26 ແລະ 27 ເທິງເຮືອບິນ QR964 ລຳດຽວກັນ ແລະ ແນະນຳໃຫ້ຮີບໄປພົບແພດໃນໂຮງໝໍໃກ້ຄຽງຢ່າງຮີບດ່ວນ

ຫຼື ໃຫ້ຕິດຕໍ່ກັບກົມປ້ອງກັນທາງແພດ ເພື່ອເຂົ້າສູ່ມາດຕະການປ້ອງກັນຮັກສາຕໍ່ໄປ.

 

ຕາມລາຍງານຂອງອົງການອານາໄມໂລກ ຜູ້ຕ້ອງສົງໄສຕິດເຊື້ອໄວຣັສອີໂບລາ ຈະມີອາການຫຼາຍຢ່າງທີ່ສັງເກດໄດ້ເຊັ່ນ:

ເປັນໄຂ້ກະທັນຫັນ, ຮ່າງກາຍອ່ອນແອໄວ, ປວດກ້າມເນື້ອຮຸນແຮງ ແລະ ເຈັບຄໍ ໂດຍບາງລາຍທີ່ສາຫັດກ່ວານີ້ ຈະມີອາ

ການປວດຮາກ, ຖອກທ້ອງ, ເລືອດອອກທາງທະວານ ຈົນເຖິງຮູຂຸມຂົນ ເຊິ່ງໄວຣັສຮ້າຍດັ່ງກ່າວ ຈະມີໄລຍະການຟັກໂຕ

ປະມານ 21 ມື້ ຫາກບໍ່ໄດ້ຮັບການກວດຮັກສາທັນເວລາ ຜູ້ຕິດເຊື້ອມີອັດຕາເສຍຊີວິດສູງເຖິງ 90%