ຫົວເຂົ່າດ້ານ ແຂນສອກດຳ ແກ້ໄດ້ດ້ວຍໝາກນາວ!

aHR0cDovL3A0LmlzYW5vb2suY29tL3dvLzAvdWQvOS80NTI1My9jb3Zlci5qcGc=

ເຊື່ອວ່າມີສາວໆຈຳນວນຫຼາຍມີປັນຫາ ແຂນສອກດ້ານ ຫົວເຂົ່າດຳ ຈະໃສ່ໂສ້ງຂາສັ້ນກາບໍ່ມັ່ນໃຈເລີຍ ມື້ນີ້ເຮົາມີເຄັດລັບແບບບ້ານໆມາຝາກ ວັດຖຸດິບແລະວິທີການເຮັດງ່າຍຫຼາຍໆ ສິເປັນແບບໃດນັ້ນມາເບິ່ງເລີຍ..
ວັດຖຸດິບ/ອຸປະກອນ
– ໝາກນາວ 1 ໜ່ວຍ
– ມີດ
ວິທີການເຮັດນັ້ນງ່າຍຫຼາຍໆ ຝານໝາກນາວເປັນແຜ່ນໆ ຈາກນັ້ນນຳໝາກນາວມາຖູບໍລິເວນແຂນສອກ ຫົ່ວເຂົ່າທີ່ດຳ ໝັ່ນເຮັດແບບນີ້ຕະຫຼອດ ຈະຊ່ວຍເຮັດໃຫ້ຜິວສ່ວນນັ້ນມີສີຈາງລົງໄດ້ ເພາະໃນໝາກນາວນັ້ນ ມີລິດເປັນກົດອ່ອນໆ ຊ່ວຍຜັດເຊວຜິວໃຫ້ກະຈ່າງໃສຂື້ນນັ້ນເອງ.
ທັ້ງງ່າຍແລະສະດວກສະບາຍແບບນີ້ ສາວໆຄົນໃດທີ່ມີປັນຫາລອງເຮັດເບິ່ງເດີ່ ເຮັດແບບນີ້ເຮົາກໍ່ຈະມີຜິວທີ່ງາມ ຢ່າງເປັນທຳມະຊາດ ພ້ອມໃສ່ເສື້ອຜ້າໄດ້ຢ່າງມັ່ນໃຈ.