WHO ອະນຸຍາດໃຫ້ໃຊ້ຢາ Zmapp ບຳບັດເຊື້ອອີໂບລາ ເຖິງແມ່ນຍັງບໍ່ທັນປະເມີນ ຄວາມປອດໄພກັບມະນຸດມາກອ່ນ

ອົງການອານາໄມໂລກ ໄດ້ອະນຸຍາດໃຫ້ເລືອກໃຊ້ຢາຊີແມັບ (Zmapp) ເພື່ອບຳບັດເຊື້ອອີໂບລາ ໂດຍຊີ້ບອກວ່າ

ບໍ່ຂັດຈາລິຍະທຳ ເຖິງແມ່ນຍັງບໍ່ມີການປະເມີນຄວາມປອດໄພໃນການໃຊ້ງານກັບມະນຸດມາກ່ອນກໍຕາມ.

 

ເມື່ອວັນອັງຄານທີ 12 ສິງຫາ 2014 ຍອດຜູ້ເສຍຊີວິດຈາກໄວຣັສໄຂ້ເລືອດອອກອີໂບລາ ທີ່ແຜ່ລະບາດຮອບລ່າ

ສຸດໃນ 4 ປະເທດແຖບອາຟຣິກາຕາເວັນຕົກໄດ້ແກ່ ກີນີ, ໄລບີເຣຍ, ເຊຍຣາ ລີອົງ ແລະ ໄນຈີເຣຍ ຕັ້ງແຕ່ຊ່ວງ

ທ້າຍເດືອນກຸມພາ 2014 ເປັນຕົ້ນມາ ຂຶ້ນສູງເຖິງ 1,013 ລາຍ ແລະ ມີຄົນເຈັບຕິດເຊື້ອອີກ 1,848 ລາຍ.

 

ໃນຂະນະທີ່ອົງການອານາໄມໂລກ (WHO) ໄດ້ຍອມຮັບການທົດລອງໃຊ້ຢາຊີແມັບ ເພື່ອບຳບັດຮັກສາຄົນເຈັບ

ທີ່ຕິດເຊື້ອໄວຣັສອີໂບລາ ຕາມຄວາມສະໝັກໃຈ ໂດຍບໍ່ຖືວ່າເປັນການຂັດຈາລິຍະທຳທາງການແພດ ເຖິງແມ່ນ

ວ່າຢາດັ່ງກ່າວ ຈະຍັງບໍ່ທັນໄດ້ຜ່ານການປະເມີນການນຳໃຊ້ໄດ້ຢ່າງປອດໄພສຳລັບມະນຸດ ເນື່ອງຈາກຫາກໍຖືກ

ທົດລອງໃຊ້ໄດ້ຜົນກັບລີງ ເຊິ່ງເປັນສັດທົດລອງ.

 

ທັງນີ້ ສະຫະປະຊາຊາດ ໄດ້ລະບຸເຖິງການທົດລອງໃຊ້ຢາບຳບັດຮັກສາຄົນເຈັບໄຂ້ເລືອດອອກອີໂບລາ ໂດຍຄົນ

ເຈັບ ແລະ ຄົນໃກ້ຊິດຕ້ອງໄດ້ຮັບການແຈ້ງບອກ ແລະ ມີອິດສະຫຼະທີ່ຈະເລືອກໃຊ້ ຫຼື ບໍ່ໃຊ້ຢາໂຕນີ້ກໍໄດ້ ເຊິ່ງຂ່າວ

ຍັງແຈ້ງອີກວ່າ ໂຕຢາຊີແມັບ ຜະລິດໂດຍບໍລິສັດຢາແມັບ ໄບໂອຟາມາຊູຕິກັນ ຂອງສະຫະລັດອາເມຣິກາ ເຊິ່ງ

ໄດ້ຖືກສົ່ງເຂົ້າໄປຍັງພື້ນທີ່ທະວີບອາຟຣິກາຕາເວັນຕົກ ໂດຍບໍ່ໄດ້ຄິດມູນຄ່າໃນທຸກໆກໍລະນີ ໂດຍຢາໂຕນີ້ຈະຖືກ

ທົດລອງໃຊ້ກັບອາສາສະໝັກຂອງສະຫະລັດອາເມຣິກາ 2 ລາຍ ເຊິ່ງຕິດເຊື້ອໄວຣັສອີໂບລາຈາກໄລບີເຣຍ ແລະ

ພົບວ່າອາການຂອງເຂົາເຈົ້າໄດ້ທຸເລົາລົງ.